ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ຈັດພິທີປິດຊຸດຮຽນ ແລະ ມອບໃບປະກາສະນີຍະບັດໃຫ້ຜູ້ທີ່ສຳເລັດການສຶກສາປະລິນຍາຕີ ລະບົບກໍ່ສ້າງ ຮຸ່ນທີ 23/4 ຈຳນວນ 186 ສະຫາຍ ຍິງ 22 ສະຫາຍ ໃນວັນທີ 28 ມັງກອນ 2022, ໃຫ້ມອບໃບໂດຍ ພົຈວ ປອ ວັນສົມ ສີສົມບັດ ຫົວໜ້າວິທະຍາຄານສັນຕິບານປະຊາຊົນ, ໂດຍມີ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີຄະນະພັກ, ຄະນະອຳນວຍການ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັອ ປອ ສີພອນ ພັນທະວົງ ຮອງຫົວໜ້າອຳນວຍການ ວິທະຍາຄານສັນຕິບານປະຊາຊົນ ໄດ້ຜ່ານບົດສະຫຼຸບປິດຊຸດຮຽນນັກສຶກສາລະບົບປະລິນຍາຕີ ຮຸ່ນທີ 23/4 ໃຫ້ຮູ້ວ່າ:

ໄດ້ປະຕິບັດຕາມຂໍ້ຕົກລົງຂອງ ທ່ານຫົວໜ້າກົມໃຫຍ່ການເມືອງ ປກສ ສະບັບເລກທີ 2703/ກມປກສ, ລົງວັນທີ 29 ສິງຫາ 2018 ວ່າດ້ວຍ ການອະນຸມັດຮັບເອົາພະນັກງານເຂົ້າສຶກສາວິຊາສະເພາະປ້ອງກັນຄວາມສະຫງົບ ລະດັບປະລິນຍາຕີ ຈຳນວນ 186 ສະຫາຍ ຍິງ 24 ສະຫາຍ, ກໍານົດເວລາຮຽນ 4 ປີ ປະກອບມີ 8 ພາກຮຽນ, ມີທັງໝົດ 144 ໜ່ວຍກິດ ລວມມີ 3.072 ຊົ່ວໂມງ ເເລະ ແບ່ງອອກເປັນ 3 ໄລຍະ.

ຜ່ານການຈັດຕັ້ງຕີລາຄາໝາກຜົນ ການສອບເສັງຈົບຊັ້ນຂອງນັກສຶກສາຮຸ່ນນີ້ ຄື:

+ ຄະແນນສອບເສັງຈົບຊັ້ນ ວິຊາຈິດຕະສາດ-ການເມືອງ:

  • ຄະແນນ A ມີ 73 ສະຫາຍ ຍິງ 13 ສະຫາຍ ກວມ 39,67%
  • ຄະແນນ B+ ມີ 87 ສະຫາຍ ຍິງ 6 ສະຫາຍ
  • ຄະແນນ B ມີ 17 ສະ ຫາຍ ຍິງ 2 ສະຫາຍ
  • ຄະແນນ C+ ມີ 7 ສະຫາຍ ຍິງ 1 ສະຫາຍ

+ ຄະແນນສອບເສັງຈົບຊັ້ນ ວິຊາກົດໝາຍ:

  • ຄະແນນ A ມີ 86 ສະຫາຍ ຍິງ 13 ສະຫາຍ
  • ຄະແນນ B+ ມີ 48 ສະຫາຍ ຍິງ 5 ສະຫາຍ
  • ຄະແນນ B ມີ 49 ສະຫາຍ ຍິງ 4 ສະຫາຍ
  • ຄະແນນ C+ ມີ 1 ສະຫາຍ

+ ຄະແນນຈົບຊັ້ນ ວິຊາສະເພາະ:

  • ຄະເເນນ A ມີ 152 ສະຫາຍ ຍິງ 20 ສະຫາຍ
  • ຄະແນນ B+ ມີ 31 ສະຫາຍ ຍິງ 2 ສະຫາຍ
  • ຄະແນນ B ມີ 1 ສະຫາຍ

+ ຄະແນນຄຸນສົມບັດ:

  • ຄະແນນ 9.00 ມີ 148 ສະຫາຍ ຍິງ 22 ສະຫາຍ
  • ຄະແນນ 8.75 ມີ 7 ສະຫາຍ
  • ຄະແນນ 8.50 ມີ 28 ສະຫາຍ
  • ຄະແນນ 8.25 ມີ 1 ສະຫາຍ

ຜົນຂອງການສອບເສັງຈົບຊັ້ນຂອງນັກສຶກສາ ແມ່ນໄດ້ບັນລຸຄາດໝາຍ 100%, ດ້ວຍໝາກຜົນສຳເລັດການສຶກສາ ທຽບໃສ່ 5 ຫຼັກມູນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ, ນັກສຶກສາທີ່ສຳເລັດການສຶກສາໃນມື້ນີ້ ໄດ້ຮັບການປະຕິບັດນະໂຍບາຍຢ່າງສົມກຽດ ໂດຍໄດ້ມີການເລື່ອນຊັ້ນ, ປະດັບຊັ້ນ ແລະ ຮັກສາຊັ້ນເກົ່າ ດັ່ງນີ້:

  • ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 6 ສະຫາຍ
  • ປະດັບຊັ້ນ ຮ້ອຍໂທ 148 ສະຫາຍ ຍິງ 21 ຄົນ
  • ຮັກສາຊັ້ນເກົ່າ ມີ ພັນຕີ 1 ສະຫາຍ, ຮ້ອຍເອກ 6 ສະຫາຍ, ຮ້ອຍໂທ 23 ສະຫາຍ ຍິງ 1 ຄົນ

ນອກຈາກນີ້, ຍັງໄດ້ຮັບການຍ້ອງຍໍຂັ້ນກະຊວງ 14 ສະຫາຍ ຍິງ 1 ສະຫາຍ, ຍ້ອງຍໍຂັ້ນກົມໃຫຍ່ການເມືອງ ມີ 58 ສະຫາຍ ຍິງ 8 ສະຫາຍ ແລະ ໄດ້ຮັບການຍ້ອງຍໍຂັ້ນ ວສປ ມີ 48 ສະຫາຍ, ຍິງ 6 ສະຫາຍ (ໃນນີ້ໄດ້ຮັບຍ້ອງຍໍພິເສດ 3 ສະຫາຍ ຈາກການບໍລິຈາກເລືອດ).