ໃນວັນທີ 2 ກຸມພາ 2022, ກົມໃຫຍ່ພະລາທິການ ປກສ ຈັດກອງປະຊຸມເປີດກວ້າງຄະນະບໍລິຫານງານພັກ ກົມໃຫຍ່ພະລາທິການ ປກສ ຄັ້ງທີ V ສະໄໝທີ VI, ເປັນປະທານໂດຍ ສະຫາຍ ພົຈວ ທອງສຸກ ຍ່າເອີລາວລີ ເລຂາຄະນະພັກ ຮັກສາການຫົວໜ້າກົມໃຫຍ່ພະ ລາທິການ, ມີບັນດາສະຫາຍຄະນະບໍລິຫານງານພັກກົມໃຫຍ່, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ພ້ອມທັງ 3 ອົງການຈັດ ຕັ້ງມະຫາຊົນ ເຂົ້າຮ່ວມ.

ສະຫາຍ ພົຈວ ໜູຈອນ ກ້ອນທອງດໍາ ຮອງເລຂາຄະນະພັກ ຮອງ ຫົວໜ້າກົມໃຫຍ່ພະລາທິການ ປກສ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຊີ້ນໍາ-ນໍາພາຂອງຄະນະພັກກົມໃຫຍ່ພະລາທິການ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022, ໂດຍຍົກໃຫ້ເຫັນຜົນງານ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະ 1 ປີ ຜ່ານມາ ຄະນະພັກກົມໃຫຍ່ໄດ້ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ເປັນປົກກະຕິ, ນໍາພາເຄື່ອນໄຫວວຽກງານໂຄສະນາຮັບປະກັນພະລາທິການຮອບດ້ານ ແລະ ການເພີ່ມພູນຜະ ລິດຜົນປູກຝັງ-ລ້ຽງສັດ, ການຜະ ລິດ-ທຸລະກິດ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ໃນປີຜ່ານມາ, ວຽກງານກໍ່ສ້າງພັກ-ພະນັກງານ ໄດ້ເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ 54  ສະຫາຍ, ຮຽນກົດລະບຽບພັກ 54 ສະ ຫາຍ, ຮັບເຂົ້າເປັນສະມາຊິກພັກສໍາຮອງ 32 ສະຫາຍ, ເລື່ອນສຳຮອງຂຶ້ນສົມບູນ 36 ສະຫາຍ, ໄດ້ຮັບການມອບໂອນສອງລັດວິສາຫະກິດຮັກສາຄວາມປອດໄພຈາກຫ້ອງວ່າການກະຊວງມາຂຶ້ນກັບກົມໃຫຍ່ພະລາທິການ, ໄດ້ຮັບອະນຸມັດແຕ່ງຕັ້ງຮັກສາການຫົວໜ້າກົມໃຫຍ່, ຮອງຫົວໜ້າກົມໃຫຍ່ 1 ສະຫາຍ, ຮອງກົມ-ຫ້ອງ 3 ສະຫາຍ, ຫົວໜ້າກອງ 1 ສະຫາຍ, ຂັ້ນພະແນກ 134 ສະຫາຍ, ໄດ້ລົງສໍາຫຼວດເນື້ອທີ່ດິນ ແລະ ອອກແບບ ແຜນຜັງໂຮງຮຽນພະລາທິການຢູ່ບ້ານດ່ານຊີ, ໄດ້ຈັດຕັ້ງປະຕິບັດລາຍຮັບວິຊາການ, ແຜນລາຍຈ່າຍງົບປະມານສາມາດຈັດຕັ້ງເກັບຄ່າທໍານຽມໄດ້ 16,34 ຕື້ກີບ, ຄ່າບໍລິການ 19,51 ຕື້ກີບ, ຈັດຕັ້ງປະຕິບັດການຈົດຈ່າຍຕົວຈິງເງິນເດືອນ 1,17 ລ້ານກີບ, ເງິນອຸດໜູນ 149,92 ຕື້ກີບ, ເງິນບໍລິຫານ 54,84 ຕື້ກີບ, ເງິນດັດສົມ-ສົ່ງ ເສີມ 26,1 ຕື້ກີບ, ເງິນລົງທຶນຂອງພາກລັດ 66 ປະຕິບັດໄດ້ 412 ລ້ານກີບ ແລະ ພາກ 67 ປະຕິ ບັດໄດ້ 23,38 ຕື້ກີບ, ໄດ້ຈັດຊື້ເຄື່ອງອຸປະໂພກ 49 ລາຍການມູນຄ່າ 94,61 ຕື້ກີບ, ຊື້ເຂົ້າເປືອກແຮກະຊວງ 582 ໂຕນ ມູນຄ່າ 2,03 ຕື້ ກີບ, ໄດ້ຈັດຊື້ພາຫະນະ 1 ຄັນມູນຄ່າ 1,21 ພັນລ້ານກີບ, ອຸປະກອນເຕັກນິກ 3 ລາຍການ ມູນຄ່າ 4,41 ຕື້ກີບ, ຮັບພາຫະນະຊ່ວຍເຫຼືອລ້າ 30 ຄັນ ມູນຄ່າ 567. 000 ໂດລາ, ຂົນສົ່ງຮັບໃຊ້ວຽກບໍລິຫານ ແລະ ເຄື່ອງອຸປະໂພກຕ່າງໆ 54 ຖ້ຽວ, ຮັບອາວຸດຍຸດໂທປະກອນ 14 ລາຍການ, ສະໜອງນໍ້າມັນເຊື້ອໄຟໃຫ້ບັນດາກົມກອງອ້ອມຂ້າງກະຊວງ 964.029  ລິດມູນຄ່າ 8,51 ຕື້ກີບ, ໃຫ້ບັນດາກົມກອງ 756.816 ລິດ ມູນຄ່າ 6,91 ຕື້ກີບ, ລົງເກັບຕົວຢ່າງກຸ່ມສ່ຽງ 2.588 ຕົວຢ່າງ, ພົ່ນຢາຂ້າເຊື້ອນໍາບັນດາກົມກອງທີ່ມີປັດໄຈສ່ຽງ 68 ຄັ້ງ ແລະ ລົງເຄື່ອນໄຫວສັກວັກຊິນໃຫ້ນາຍ ແລະ ພົນຕໍາຫຼວດ, ປະຊາຊົນ, ຜູ້ຖືກຫາ-ນັກໂທດໄດ້ 33.815 ຄົນ, ກວດສຸຂະພາບປະຈໍາປີໃຫ້ນາຍຕໍາຫຼວດ ຂັ້ນບັນຊາ 1-8 ໄດ້ 1.493 ທ່ານ.

ການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດໄດ້ຮັບອະນຸມັດທັງໝົດ 52 ໂຄງການ, ຈັດຕັ້ງບັນດາວຽກທີ່ໄດ້ຮັບເໝົາ 8 ໂຄງການ, ປະຕິ ບັດສໍາເລັດ 7, ຍັງ ສືບຕໍ່ປະຕິບັດ 1 ໂຄງການ, ໄດ້ເຊັນສັນຍາຮ່ວມທຸລະກິດ 3 ໂຄງ ການເຮັດສັນຍາເພີ່ມເຕີມ 3 ສະບັບ, ເຊັນບົດບັນທຶກຄວາມເຂົ້າໃຈ 7 ໂຄງ ການ, ຍົກເລີກສັນຍາ 1 ໂຄງການ ແລະ ຍົກເລີກບົດບັນທຶກຄວາມເຂົ້າໃຈ 3 ໂຄງການ ສາມາດສ້າງລາຍຮັບໄດ້ 10,11 ຕື້ກີບ ມອບເຂົ້າງົບປະມານລັດ 4,23 ຕື້ກີບ, ມອບເຂົ້າກະຊວງ ປກສ 4,12 ຕື້ກີບ ແລະ 579 .500 ໂດລາ, ເງິນຄໍ້າປະກັນໂຄງການ 95.000 ໂດລາ; ຈາກນັ້ນ, ໃນກອງປະຊຸມຄະນະພັກແຕ່ລະຂັ້ນຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄໍາເຫັນຢ່າງກົງໄປກົງມາ ແລະ ມີເນື້ອໃນໜັກ ແໜ້ນ, ຈະແຈ້ງຄົບຖ້ວນ ເພື່ອເຮັດໃຫ້ວຽກງານຮັບປະກັບພະລາທິການຮອບດ້ານຂອງກົມໃຫຍ່ພະລາທິການມີຜົນສໍາເລັດສູງຂຶ້ນກວ່າເກົ່າ.