ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີເຊື່ອມຊຶມເອກະສານບັ້ນດໍາເນີນຊີວິດການເມືອງ ເພື່ອສະຫຼອງວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 61 ປີ ( 5 ເມສາ 1961-5 ເມສາ 2022 ) ໃນວັນທີ 3 ກຸມພາ 2022 ເພື່ອເປັນການເພີ່ມທະວີວຽກງານສຶກສາອົບຮົມໃຫ້ກໍາລັງກົມໃຫຍ່ການເມືອງ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ທາງດ້ານການຈັດຕັ້ງ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຊື່ສັດບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ; ເປັນປະທານໂດຍ ພົຈວ ຄໍາສາຍ ຈັນທະວົງ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກກົມໃຫຍ່, ພະນັກງານຫຼັກແຫຼ່ງອ້ອມຂ້າງເຂົ້າຮ່ວມ.

ພົຈວ ຄໍາສາຍ ຈັນທະວົງ ກ່າວວ່າ: ການເປີດບັ້ນດໍາເນີນຊີວິດການເມືອງ ທົ່ວກົມໃຫຍ່ການເມືອງຄັ້ງນີ້ ເພື່ອໃຫ້ນາຍ ແລະ ພົນຕໍາຫຼວດທົ່ວກໍາລັງກົມໃຫຍ່ການເມືອງເຊື່ອມຊຶມ, ກໍາແໜ້ນທາດແທ້ມູນເຊື້ອອັນສະຫງ່າງາມ, ຜົນງານໄຊຊະນະອັນໃຫຍ່ຫຼວງ ແລະ ການເຕີບໃຫ່ຍຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບ ກໍຄືກໍາລັງກົມໃຫຍ່ການເມືອງ ຕະຫຼອດໄລຍະຜ່ານມາ ພາຍໃຕ້ການນໍາພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ ເວົ້າລວມ; ເວົ້າສະເພາະແມ່ນຄະນະພັກກະຊວງປ້ອງກັນຄວາມຫງົບ ກໍຄືຄະນະພັກກົມໃຫຍ່ການເມືອງ ເພື່ອພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອດັ່ງກ່າວໃຫ້ນັບມື້ຈະເລີນງອກງາມຂຶ້ນໄປເລື້ອຍໆ.

ເນື້ອໃນເອກະສານດໍາເນີນຊີວິດການເມືອງ ປະກອບມີ 3 ເອກະສານ ຄື:  ເອກະສານເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດອັນສະຫງ່າງາມຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ; ເອກະສານຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕໍາຫຼວດໃນໄລຍະໃໝ່; ເອກະສານຈັນຍາທໍາ, ຈັນຍາບັນຂອງນາຍ ແລະ ພົນຕໍາຫຼວດ.

ພາຍຫຼັງເຊື່ອມຊຶມເອກະສານແລ້ວ,ຈະໄດ້ຂຽນໃບສໍາຫຼວດຕົນເອງສັງເກດຕີລາຄາຄືນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃນໄລຍະໜຶ່ງປີຜ່ານມາ, ເພື່ອຕີລາຄາແບ່ງປະເພດ ໂດຍໃຫ້ໝູ່ຄູ່ໃນໜ່ວຍປະກອບຄໍາຄິດຄໍາເຫັນ, ຜ່ານບັ້ນດໍາເນີນຊີດວິດການ ເມືອງໃນຄັ້ງນີ້ຈະເຮັດ ໃຫ້ນາຍ ແລະ ພົນຕໍາຫຼວດທຸກສະຫາຍ ມີການຫັນປ່ຽນຢ່າງຈະແຈ້ງ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດ ເພື່ອເຮັດໃຫ້ຕົນເອງກາຍເປັນນາຍ ແລະ ພົນຕໍາຫຼວດທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່ວຽກງານດ້ວຍມີຜົນສໍາເລັດສູງ”

ໂອກາດດັ່ງກ່າວ, ພັອ ສອນພະຈັນ ທໍາມະວົງ ຄະນະພັກກົມໃຫຍ່ ຫົວໜ້າກົມໂຄສະນາອົບຮົມ ໄດ້ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ( 20 ມັງກອນ 1945-20 ມັງ ກອນ 2022 ), ເຊິ່ງທ່ານຍັງຍົກໃຫ້ເຫັນປະຫວັດມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ ໂດຍສະເພາະທາດແທ້, ມູນເຊື້ອຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ; ນໍ້າໃຈຕໍ່ສູ້ພິລະອາດຫານ, ເສຍສະຫຼະ, ກ້າແກ່ນ, ໜຽວແໜ້ນ, ມີໄຫວພິບ, ມີຄວາມດຸໝັ່ນຂະຫຍັນພຽນ, ມີນໍ້າໃຈປະຢັດມັດທະຍັດ, ມີຄວາມສາມັກຄີ ແລະ ມີລະບຽບວິໄນທີ່ເຂັ້ມງວດ. ດັ່ງນັ້ນ, ຜ່ານພຶດຕິກໍາຕົວຈິງຈາກການຕໍ່ສູ້ກູ້ຊາດຍືດເຍື້ອຍາວນານ ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ: ກອງທັບປະຊາຊົນລາວ ແມ່ນມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນພາຍໃຕ້ການນຳພາເດັດຂາດ, ໂດຍກົງ ແລະ ຮອບ ດ້ານຂອງພັກປະຊາຊົນ ປະຕິວັດລາວ.