ເພື່ອຮັບປະກັນເຮັດໃຫ້ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິທິຜົນ, ບັນດາສໍານັກງານ-ອົງການຈັດຕັ້ງ, ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍ ລວມທັງປະຊາຊົນລາວທຸກຄົນຕ້ອງເປັນເຈົ້າການຮ່ວມມືໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອເຮັດໃຫ້ວາລະແຫ່ງຊາດດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນສູງ.

ທ່ານ ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໃຫ້ສໍາພາດຕໍ່ນັກຂ່າວ ປກສ ໃນວັນທີ 27 ມັງກອນ 2022 ວ່າ: ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ມີພາລະບົດບາດ ແລະ ໜ້າທີ່ຄຸ້ມຄອງການເຄື່ອນໄຫວດໍາເນີນການຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ, ຂາຍຍ່ອຍ, ຊື້, ຂົນສົ່ງ, ສົ່ງຜ່ານ-ມອບຮັບ, ເກັບຮັກສາ ແລະ ນໍາໃຊ້ສານເຄມີຕົ້ນ ເຂົ້າໃນຂະແໜງການສາທາລະນະສຸກ ເຊັ່ນ: ການປິ່ນປົວ, ບໍາບັດ, ການຜະລິດຢາ, ການຄົ້ນຄວ້າວິທະຍາສາດຂອງທຸກອົງການຈັດຕັ້ງລັດ, ສາກົນ, ທຸລະກິດບໍ່ແຮ່. ສານເຄມີຕົ້ນ ທີ່ໄດ້ຮັບອະນຸຍາດນໍາເຂົ້າມາ ສປປ ລາວ ມີພຽງແຕ່ 6 ລາຍການ ຄື: Sulfuric acid, Hy -drochloric acid, Acetone, Toluene, Potassium permanganate, Acid acetic (glacial). ຍ້ອນສານເຄຕົ້ນດັ່ງກ່າວ ມັກຖືກລັກລອບນໍາໃຊ້ເຂົ້າໃນການຜະລິດຢາເສບຕິດ ແລະ ວັດຖຸອອກລິດຕໍ່ຈິດ-ປະສາດ ສ່ວນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດແມ່ນອີງໃສ່ນິຕິກໍາ, ລະບຽບການ ແລະ ຄູ່ມືກ່ຽວຂ້ອງຂອງກົມອາຫານ ແລະ ຢາ ໂດຍຜ່ານການຮັບຮອງຈາກກະຊວງສາທາລະນະສຸກ, ສະພາແຫ່ງຊາດ ເພື່ອມາຮັບໃຊ້ເຂົ້າໃນຂະບວນຜະລິດຂອງຫຼາຍຂະແໜງການ ເປັນຕົ້ນແມ່ນຂະ ແໜງພະລັງງານ ແລະ ບໍ່ແຮ່, ອຸດສາຫະກໍາ ແລະ ການຄ້າ; ຄຽງຄູ່ກັບການຄຸ້ມຄອງຕິດຕາມ, ກວດກາກ່ອນ ແລະ ຫຼັງການນໍາເຂົ້າມາ ສປປ ລາວ ມີໂຮງງານ ແລະ ບໍລິສັດ ນໍາເຂົ້າສານເຄມີຕົ້ນທັງໝົດ 23 ແຫ່ງ ( ຂະແໜງສາທາລະນະສຸກ 9 ແຫ່ງ, ພະລັງງານ ແລະ ບໍ່ແຮ່ 7 ແຫ່ງ ແລະ ອຸດສາຫະກໍາ ແລະ ການ ຄ້າ 7 ແຫ່ງ ) ປະຕິບັດການແຈ້ງເຕືອນລ່ວງໜ້າຢ່າງ ເປັນທາງການທຸກໆຄັ້ງກ່ອນຈະນໍາເຂົ້າສານເຄມີຕົ້ນໃຫ້ແກ່ປະເທດຜູ້ສົ່ງອອກໂດຍຜ່ານລະບົບ PEN-Online ເພື່ອນໍາໃຊ້ຖືກກັບເປົ້າໝາຍ ແລະ ຫຼີກລ່ຽງການນໍາໃຊ້ໃນທາງທີ່ບໍ່ຖືກຕ້ອງ.

ສໍາລັບທິດທາງແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດໃນຕໍ່ໜ້າກົມອາຫານ ແລະ ຢາ ກະຊວງ ສາທາລະນະສຸກ ໄດ້ສຸມໃສ່ບັນດາວຽກງານ ຄື: ສ້າງກົນໄກ ແລະ ລະບົບການຮັບ-ຈ່າຍສານເຄມີຕົ້ນແບບອີເລັກໂຕຼນິກ ລະຫວ່າງ ພາກລັດ ແລະ ຜູ້ປະກອບການທຸລະກິດ ໃຫ້ຮັດກຸມຂຶ້ນກວ່າເກົ່າ ເຮັດໃຫ້ຂໍ້ມູນການນໍາໃຊ້ແຕ່ລະຄັ້ງໃຫ້ສອດຄ່ອງກັນ ແລະ ອໍານວຍຄວາມສະດວກໃນການຕິດຕາມ ແລະ ກວດກາຂອງເຈົ້າໜ້າທີ່, ລົງຊຸກຍູ້ຕິດຕາມ ແລະ ກວດກາໂຮງງານທີ່ນໍາໃຊ້ສານເຄມີຕົ້ນ ແລະ ສະຖານທີ່ມີຄວາມສ່ຽງ, ສ້າງຄວາມເຂັ້ມແຂງໃຫ້ຂະແໜງການອາຫານ ແລະ ຢາ ຂັ້ນສູນກາງ ແລະ ທ້ອງຖິ່ນ ເປັນເຈົ້າການໃນການ ລົງກວດກາ, ຕິດຕາມການນໍາໃຊ້ສານເຄມີຕົ້ນ ພາຍໃນແຂວງ ແລະ ລາຍງານໃຫ້ແກ່ການນໍາຂອງ ກະຊວງສາທາລະນະສຸກ ເປັນແຕ່ລະໄລຍະຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ; ສ້າງກົນໄກ ໃຫ້ຜູ້ປະກອບການທາງພາກລັດ ແລະ ທຸລະກິດລາຍງານການນໍາໃຊ້ຂອງຕົນປະຈໍາໄຕມາດ ເພື່ອຕິດຕາມຢ່າງໃກ້ຊິດ ແລະ ສາມາດກວດສອບຄືນໄດ້ໃນກໍລະນີທີ່ມີບັນຫາເກີດຂຶ້ນ; ສ້າງຕັ້ງຄະນະກໍາມະການ ໂດຍການປະສານສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອລົງຊຸກຍູ້ ແລະ ຕິດຕາມການນໍາໃຊ້ສານເຄມີຕົ້ນໃຫ້ມີປະສິດທິຜົນ ແລະ ຮັດກຸມຂຶ້ນກວ່າເກົ່າ; ຂໍການສະໜັບສະໜູນຊ່ວຍເຫຼືອທຶນຮອນຈາກພາຍໃນ ແລະ ສາກົນໃນການສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ກວດກາ ແລະ ການທົດສອບວິໄຈ ເພື່ອສະກັດກັ້ນສານເຄມີຕົ້ນຕ້ອງຫ້າມນໍາເຂົ້າມາໃນ ສປປ ລາວ ເພື່ອນໍາໃຊ້ໃນທາງທີ່ບໍ່ຖືກຕ້ອງໃນຂອບເຂດທົ່ວປະເທດ.