ກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ບັນຊາຂັ້ນກະຊວງ ປກສ ຄຸ້ມຄອງຢູ່ວິທະຍາຄານຕໍາຫຼວດປະຊາຊົນ ( ວຕປ ) ຈັດຂຶ້ນໃນລະຫວ່າງວັນທີ 2-4 ກຸມພາ 2022, ໂດຍມີ ພົຈວ ຄໍາສາຍ ຈັນທະວົງ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພົຈວ ປອ ວົງເຊໂດນ ພັນທະແກ້ວ ຄະນະພັກກະຊວງ ຫົວໜ້າອໍານວຍການ ວຕປ ໄດ້ກ່າວເປີດກອງປະຊຸມຄັ້ງນີ້ວ່າ: ເນື້ອແທ້ຂອງການສ້າງແຜນກຳນົດພະ ນັກງານແມ່ນເພື່ອຊອກເຫັນ, ບຳລຸງສ້າງ, ຈັດວາງ, ສັບຊ້ອນ ແລະ ນຳໃຊ້ຜູ້ທີ່ມີ ຄວາມຮູ້ຄວາມສາມາດ, ຄົບມາດຖານ-ເງື່ອນໄຂຢູ່ຕຳແໜ່ງງານຂັ້ນນຳພາ-ບັນຊາ ຕາມເປົ້າໝາຍແຜນການໄລຍະຍາວ; ໂດຍເຫັນໄດ້ຄວາມໝາຍສຳຄັນດັ່ງກ່າວ ຕະຫຼອດໄລຍະທີ່ຜ່ານມາວິທະຍາຄານ ຕຳຫຼວດປະຊາຊົນ ໄດ້ສົມທົບກັບກົມ ຈັດຕັ້ງພະນັກງານກົມໃຫຍ່ການເມືອງ ປກສ ຄົ້ນຄວ້າກຳນົດເປົ້າໝາຍພະນັກ ງານ ເພື່ອຈັດວາງສັບຊ້ອນເຂົ້າໃສ່ຕຳແໜ່ງ ງານຂັ້ນກະຊວງຄຸ້ມຄອງ ຢູ່ວິທະຍາຄານຕຳຫຼວດປະຊາຊົນປະສົບຜົນສຳເລັດ, ໂດຍສະເພາະແມ່ນການຄົ້ນຄວ້າກະ ກຽມບຸກຄະລາກອນໃຫ້ແກ່ກອງປະຊຸມ ໃຫຍ່ຂອງພັກແຕ່ລະຂັ້ນອັນໄດ້ປະກອບສ່ວນສຳຄັນໃຫ້ແກ່ການປັບປຸງພາຍໃນພັກມີຄວາມໜັກແໜ້ນ, ເຂັ້ມແຂງ; ຍົກ ສູງຄວາມສາມາດນຳພາຂອງຄະນະພັກໃຫ້ສົມຄູ່ກັບການເລັ່ງທວງຂອງໜ້າທີ່ການເມືອງໃນໄລຍະໃໝ່ຮັບປະກັນການຄົ້ນຄວ້າເລືອກເຟັ້ນບຸກຄະລາກອນປະ ກອບເຂົ້າໃນຄະນະພັກແຕ່ລະຂັ້ນຖືກຕ້ອງຕາມມາດຖານເງື່ອນໄຂທີ່ໄດ້ກຳນົດໄວ້.

ສຳລັບການສ້າງແຜນກຳນົດພະນັກງານນຳພາ-ບັນຊາຂັ້ນກະຊວງຄຸ້ມຄອງຂອງກະຊວງປ້ອງກັນຄວາມສະຫງົບ ຢູ່ວິທະຍາຄານຕຳຫຼວດປະຊາຊົນ ໃນຄັ້ງນີ້, ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ແລະ ອະນຸກຳມະການຊ່ວຍວຽກ ເພື່ອເຮັດໜ້າທີ່ໃນການກະກຽມດ້ານຕ່າງໆບົນພື້ນຖານການປະສານສົມທົບກັບກົມຈັດຕັ້ງພະນັກງານກົມໃຫຍ່ການເມືອງ ປກສ ແນໃສ່ເຮັດໃຫ້ກອງປະຊຸມສ້າງແຜນກຳນົດພະນັກງານຄັ້ງນີ້ດຳເນີນໄປຖືກຕ້ອງຕາມທິດນຳ, ຄາດໝາຍ ແລະ ຮັບປະກັນດ້ານເນື້ອໃນທີ່ໄດ້ກຳນົດໃນມະຕິເລກທີ 38, 39 ຂອງຄະນະບໍລິຫານ ງານພັກກະຊວງ ກໍຄືຄຳແນະນຳຂອງກົມໃຫຍ່ການເມືອງ ປກສ ສະບັບເລກທີ 3534/ກມປສ.