ປັດຈຸບັນ, ເສັ້ນທາງຫຼາຍເສັ້ນໃນປະເທດເຮົາກຳລັງເປ່ເພຢ່າງຫຼວງຫຼາຍຍ້ອນເກີດຈາກຫຼາຍປັດໄຈ ເປັນຕົ້ນແມ່ນເກີດຈາກເສັ້ນທາງກໍ່ສ້າງມາໄດ້ຫຼາຍປີເຮັດໃຫ້ຄຸນນະພາບຂອງເສັ້ນທາງຕໍ່າລົງ, ເກີດຈາກທຳມະຊາດ ແລະ ເກີດຈາກລົດບັນທຸກເກີນຂະໜາດ; ຈາກການເປ່ເພຂອງເສັ້ນທາງ, ປັດຈຸບັນພາກສ່ວນກ່ຽວຂ້ອງກໍາລັງເລັ່ງລົງມືສ້ອມແປງຢູ່ຫຼາຍເສັ້ນທາງໃຫ້ກັບຄືນສູ່ສະພາບປົກກະຕິ; ແຕ່ເສັ້ນທາງບາງເສັ້ນຍິ່ງແປງເທົ່າໃດກໍຍິ່ງເປ່ເພຂຶ້ນຕື່ມຍ້ອນເກີດຈາກລົດບັນທຸກສິນຄ້າ, ຫີນ-ຊາຍ ບັນທຸກເກີນຂະໜາດ ຖ້າຫາກພາກສ່ວນກ່ຽວຂ້ອງບໍ່ເຂັ້ມງວດກວດກາ ແລະ ໃຊ້ມາດຕະການເດັດຂາດຕໍ່ລົດບັນທຸກເກີນເຊື່ອວ່າ ເສັ້ນທາງຫຼາຍເສັ້ນກໍຈະຖືກທໍາລາຍໂດຍບໍ່ມີວັນສິ້ນສຸດ.

ໄລຍະຜ່ານມາ, ລັດຖະບານ ກໍຄືກະຊວງໂຍທາທິການ ແລະ ຂົນ ສົ່ງໄດ້ບູລະນະຮັກສາ ແລະ ສ້ອມ ແປງພື້ນຖານໂຄງລ່ງໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນເສັ້ນທາງເຊື່ອມຕໍ່ກັບອະນຸພາກພື້ນ, ເສັ້ນທາງເຊື່ອມຕໍ່ພາຍໃນລະຫວ່າງແຂວງ, ເມືອງ; ເຖິງແມ່ນວ່າ ຈະສຸມໃສ່ສ້ອມແປງຫຼາຍປານ ໃດກໍຕາມຖ້າເບິ່ງໃນຄວາມເປັນຈິງແລ້ວເສັ້ນທາງຫຼາຍເສັ້ນຢູ່ໃນຂອບເຂດທົ່ວປະເທດແມ່ນຍັງສືບຕໍ່ເປເພຢ່າງຫຼວງຫຼາຍ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນຈອນໄປ-ມາ; ເຊິ່ງບັນຫາຫຼັກໆທີ່ເຮັດໃຫ້ເສັ້ນທາງເປ່ເພແມ່ນເກີດຈາກລົດບັນທຸກຫີນ-ຊາຍ ແລະ ສິນຄ້າເຂົ້າ-ອອກເມືອງ, ແຂວງ ແລະ ເຂົ້າ -ອອກ ລະຫວ່າງປະເທດ ຍັງສວຍໂອກາດບັນທຸກເກີນຂະໜາດ ເພື່ອຫວັງຜົນກຳໄລສ່ວນຕົວ ໂດຍບໍ່ຄໍານຶ່ງເຖິງ ຜົນກະທົບທີ່ຈະຕາມມາ ຈຶ່ງເຮັດ ໃຫ້ເສັ້ນທາງຫຼາຍເສັ້ນເປ່ເພ.

ເສັ້ນທາງແຕ່ລະເສັ້ນຈະມີມາດຕະຖານຮັບຮອງນໍ້າໜັກແຕກ ຕ່າງກັນໄປ, ສໍາລັບເສັ້ນທາງທີ່ບໍ່ ແມ່ນເສັ້ນທາງຫຼັກການກໍ່ສ້າງໃຫ້ສາມາດຮັບນໍ້າໜັກກໍຈະຫຼຸດລົງ ຕາມມາດຕະຖານລົດບັນທຸກບາງ ປະເພດມີຄວາມໜັກຢູ່ແລ້ວພັດ ສວຍໂອກາດບັນທຸກເກີນ ເມື່ອ ຂັບຂີ່ໄປຕາມເສັ້ນທາງທີ່ບໍ່ສາມາດ ຮັບຮອງຄວາມໜັກຂອງລົດໄດ້ກໍຈະເຮັດໃຫ້ເສັ້ນທາງດັ່ງກ່າວນັ້ນເປ່ເພ ເປັນຕົ້ນແມ່ນໜ້າທາງຍຸບ, ໜ້າທາງແຕກເຮັດໃຫ້ເກີດເປັນຂຸມເມື່ອເສັ້ນທາງຍຸບ ແລະ ແຕກ ແລ້ວເວລາລົດທຽວໄປ-ມາເປັນປະຈໍາ ກໍຈະເຮັດໃຫ້ເສັ້ນທາງເປ່ເພ ເປັນບວກເປັນຂຸມໃຫຍ່ຂຶ້ນເລື້ອຍໆ.

ພະນັກງານປະຈໍາດ່ານກວດກາລົດບັນທຸກຢູ່ເສັ້ນທາງເລກທີ 11 ເຂດບ້ານສໍາພັນນາ ເມືອງສັງທອງ ນະຄອນຫຼວງວຽງຈັນ ກ່າວວ່າ: ພາຍຫຼັງອົງການປົກຄອງເມືອງສັງທອງ ໄດ້ມີຄໍາສັ່ງໃຫ້ພະນັກງານ ໂຍທາທິການ ແລະ ຂົນສົ່ງເມືອງ ສົມທົບກັບພາກສ່ວນກ່ຽວຂ້ອງ ຂອງເມືອງລົງປະຕັ້ງຈຸດກວດຢູ່ ເສັ້ນທາງເລກທີ 11 ເຂດບ້ານສໍາພັນນາ ເມືອງສັງທອງ ເພື່ອເຮັດໜ້າທີ່ໃນການກວດກາລົດບັນທຸກຫີນບົດທີ່ຂົນມາແຕ່ບ້ານສະໄກ ເມືອງສັງທອງ ເຂົ້າໄປຕົວເມືອງຂອງນະຄອນຫຼວງວຽງຈັນ; ເຊິ່ງການກວດກາຂອງພວກເຮົາແມ່ນຈະໃຊ້ວິທີເບິ່ງດ້ວຍຕາເປົ່າ ແລະ ຊັ່ງຊາເອົາວ່າລົດບັນທຸກຄັນໃດໃສ່ເກີນ ຫຼື ບໍ່ເກີນ ເມື່ອກວດພົບເຫັນ ລົດທີ່ບັນທຸກເກີນຄະນະຮັບຜິດ ຊອບພວກເຮົາກໍຈະໃຫ້ລົດຄັນດັ່ງກ່າວນັ້ນນໍາຫີນທີ່ເກີນລົງໄວ້ບ່ອນ ຈຸດກວດກາ ແລະ ສຶກສາອົບຮົມກ່ອນປ່ອຍລົດບັນທຸກໄປຕາມຈຸດ ໝາຍ; ຜ່ານການກວດກາຕົວຈິງ ໃນແຕ່ລະວັນພົບວ່າມີລົດບັນທຸກຫີນບົດຈໍານວນຫຼາຍສິບຄັນທີ່ລະເມີດໃນການບັນທຸກເກີນຂະໜາດ.

ຕໍ່ກັບການບັນທຸກຂອງລົດຂົນຫີນບົດເກີນນັ້ນ ເຮັດໃຫ້ເສັ້ນທາງ ເລກທີ 11 ທາງກໍ້າຂົວມື ໃນເວລາຂັບຂີ່ເຂົ້າຕົວເມືອງເປ່ເພໜັກໂດຍ ເລີ່ມແຕ່ເຂດບ້ານສະໄກ ເມືອງສັງທອງ ຫາ ບ້ານສີຊົມສື່ນ ເມືອງສີໂຄດຕະບອງ ເຮັດໃຫ້ພາກສ່ວນກ່ຽວຂ້ອງລົງມາສ້ອມແປງປີໜຶ່ງ ຢ່າງໜ້ອຍ 2-3 ຄັ້ງ, ເມື່ອເວລາມີ ການສ້ອມແປງເສັ້ນທາງດັ່ງກ່າວນັ້ນ ພາກສ່ວນກ່ຽວຂ້ອງໄດ້ຕັດໜ້າທາງແລ້ວຈົກເອົາດິນທີ່ຍຸບອອກກ່ອນນໍາຫີນບົດລົງໃສ່ ເຮັດໃຫ້ລົດທີ່ທຽວທາງຕ້ອງເວັ້ນໄປທຽວແລນຊ້າຍມື້ ແລະ ເຮັດໃຫ້ແລນທາງຊາຍມືຫຼາຍຈຸດຍຸບແຕກລ້າວເກີດມີຂຸມນ້ອຍໃຫຍ່ຈໍານວນຫຼາຍຈຸດ.

ພະນັກງານທີ່ລົງສ້ອມແປງ ເສັ້ນທາງເລກທີ 11 ຍອມຮັບວ່າ: ເສັ້ນທາງດັ່ງກ່າວນີ້ພວກເຮົາລົງສ້ອມແປງມາແຕ່ທ້າຍປີ 2021 ມາຮອດປັດຈຸບັນ ການຕັດໜ້າ ທາງຈຸກດິນທີ່ຍຸບອອກແລ້ວນໍາຫີນ ບົດລົງໃສ່ທາງແມ່ນສໍາເລັດແລ້ວ ຍັງເຫຼືອແຕ່ສີດນໍ້າຢາ ແລະ ລົງຍາງ ອັດສະພານກໍຈະສໍາເລັດໃນການສ້ອມແປງ; ແຕ່ເຖິງຢ່າງໃດກໍຕາມຍິ່ງແປງເທົ່າໃດເສັ້ນທາງກໍຍິງເພ ຕື່ມຍ້ອນລົດບັນທຸກຫີນ-ຊາຍ ແລະ ລົດບັນທຸກສິນຄ້າອອກໄປທາງແຂວງໄຊຍະບູລີ ບາງຄັນບັນ ທຸກເກີນຂະໜາດເຮັດໃຫ້ເສັ້ນທາງ ທີ່ເປ່ເພຢູ່ແລ້ວຍິງເປ່ເພຂຶ້ນຕື່ມ.

ແນວໃດກໍຕາມ, ຖ້າຫາກວ່າ ບັນຫາບັນທຸກເກີນຂະໝາດຂອງລົດບັນທຸກບໍ່ໄດ້ຮັບການແກ້ໄຂໃຫ້ ຖືກທິດເຊື່ອວ່າການເປ່ເພຂອງເສັ້ນ ທາງກໍຈະມີໃຫ້ເຫັນ ແລະ ຍິງເປ່ ເພເພີ່ມຂຶ້ນຊັກໃຊ້; ສະນັ້ນ, ເພື່ອບໍ່ໃຫ້ເສັ້ນທາງຫຼາຍເສັ້ນພາຍໃນ ປະເທດມີການສູນເສຍ ແລະ ເປ່ ເພໄປຫຼາຍກວ່ານີ້, ພາກ ສ່ວນກ່ຽວ ຂ້ອງຄວນເຂັ້ມງວດກວດກາລົດ ບັນທຸກທີ່ບັນຈຸເຄື່ອງຕ່າງໆເກີນ ຂະໜາດ ເມື່ອກວດກາພົບເຫັນຜູ້ໃດຫາກລະເມີດບໍ່ວ່າຈະຢູ່ເສັ້ນ ທາງໃດກໍຕາມຄວນໃຊ້ມາດຕະ ການເດັດຂາດຕໍ່ຜູ້ລະເມີດ ເພື່ອ ຮັບປະກັນບໍ່ໃຫ້ພວກເຂົາສວຍໂອກາດລັກລອບບັນທຸກເກີນຂະ ໝາດທີ່ສົ່ງຜົນກໍ່ໃຫ້ເກີດເສັ້ນທາງເປ່ເພ.