ກົມສື່ສານ ກະຊວງ ປກສ ໄດ້ຈັດກອງປະຊຸມສ້າງແຜນການກຳນົດພະນັກງານນຳພາ-ບັນຊາ ຂັ້ນກະຊວງປ້ອງກັນຄວາມສະຫງົບ ຄຸ້ມຄອງ ເພື່ອຍົກສູງຄຸນນະພາບຂອງວຽກງານພະນັກງານ ແລະ ຖັນແຖວພະນັກງານນຳພາ-ບັນຊາ ເຂົ້າໃນການປັບປຸງການເຄື່ອນໄຫວຂອງກົງຈັກການຈັດຕັ້ງແຕ່ລະຂັ້ນໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ ໃນວັນທີ 3 ກຸມພາ 2022, ໂດຍມີ ພັອ ຄອນສະຫວັນ ສົມພາໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ຫົວໜ້າກົມຈັດຕັ້ງພະນັກງານ, ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງອ້ອມຂ້າງກົມສື່ສານເຂົ້າຮ່ວມ.

ພັອ ແສງປະເສີດ ສຸທໍາມະວົງ ຫົວໜ້າກົມສື່ສານ ກະຊວງ ປກສ ກ່າວວ່າ: ເພື່ອຮັບປະກັນໃຫ້ການຂຶ້ນແຜນກຳນົດພະນັກງານຄຸ້ມຄອງຂັ້ນຕ່າງໆໃນກົມສື່ສານດຳເນີນຖືກຕ້ອງຕາມລະບຽບຫຼັກການ ແລະ ບັນລຸໄດ້ຜົນສຳເລັດຢ່າງຈົບງາມ, ສາມາດສ້າງພະນັກງານສືບທອດປ່ຽນແທນຕຳແໜ່ງງານ ຂັ້ນຕ່າງໆໄດ້ຮັບການຈັດຕັ້ງປະຕິບັດໃນການຄາດກະເປົ້າໝາຍພະນັກງານແຕ່ນີ້ຮອດປີ 2025 ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງກາຍເປັນໂຄງການ, ແຜນວຽກລະອຽດ ແລະ ມີຄວາມເປັນເອກະພາບໃນທົ່ວກຳລັງ ແນໃສ່ເຮັດ ເປົ້າໝາຍທີ່ຈະຊັບຊ້ອນ, ຈັດວາງເຂົ້າໃນຕໍາແໜ່ງນຳພາ-ບັນຊາ ຂັ້ນ ກະຊວງປ້ອງກັນຄວາມສະຫງົບ ຄຸ້ມຄອງສາມາດຮັບປະກັນ ແລະ ຕອບສະໜອງໜ້າທີ່ການເມືອງ ຂອງພັກ-ລັດ ໃນສະເພາະໜ້າ ແລະ ຍາວນານ.

ໃນກອງປະຊຸມແມ່ນໄດ້ຮັບຟັງການເຜີຍແຜ່, ເຊື່ອມຊຶມບັນດາມະຕິຄຳສັ່ງ ສະບັບເລກທີ 39/ຄພປກສ ລົງວັນທີ 2 ພະຈິກ 2018 ວ່າດ້ວຍການຂຶ້ນແຜນກຳນົດພະນັກງານນຳພາ-ບັນຊາໃນກຳລັງປ້ອງກັນຄວາມສະຫງົບຄຸ້ມຄອງ, ຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ, ພາຍຫຼັງເຊື່ອມຊຶມບັນດາເອກະສານຕ່າງໆແລ້ວຈະໄດ້ຮັບຟັງການແນະນຳວິທີທາບທາມ ແລະ ດຳເນີນການທາບທາມ. (ກອງປະຊຸມຈະດຳເນີນເປັນເວລາ 2 ວັນ ໂດຍຮັບການທາບທາມ 3 ຮອບ).