ໜ່ວຍຊາວໜຸ່ມກົມ ສື່ມວນຊົນ ກົມໃຫຍ່ການເມືອງ ປກສ ຈັດພິທີເຜີຍແຜ່ເອກະສານວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ ໃຫ້ສະມາຊິກຊາວ ໜຸ່ມກົມສື່ມວນຊົນ ປກສ ເພື່ອຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດການສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນກຳລັງ ປກສ ປະຊາຊົນ; ໂດຍມີ ພັທ ສາຄອນ ແກ້ວປະເສີດ ຄະນະພັກຮາກຖານຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນກົມສື່ມວນຊົນ ປກສ, ມີຫົວໜ້າ-ຮອງຈຸ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມໃນວັນທີ 2 ກຸມພາ ຜ່ານມານີ້.

ພັທ ອຸໄທ ພັນທະວົງ ເລຂາໜ່ວຍຊາວໜຸ່ມ ກົມສື່ມວນຊົນ ປກສໃຫ້ຮູ້ວ່າ: ຂໍ້ຕົກລົງວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ ສະບັບເລກທີ 564/ ປກສ ລົງ ວັນທີ 3 ເມສາ 2019 ປະກອບມີ 6 ໝວດ, 21 ມາດຕາ; ນອກຈາກຂໍ້ຫ້າມທີ່ກຳນົດໄວ້ໃນໝວດທີ 5 ມາດຕາທີ 38 ແລະ 39 ຂອງ ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບເລກທີ 20/ສພຊ, ລົງວັນທີ 9 ພຶດສະພາ 2017 ແລ້ວຫ້າມນາຍ ແລະ ພົນຕຳຫຼວດມີພຶດຕິກໍ ຄື:

1. ຫ້າມໃຫ້ ຫຼື ຮັບສິນບົນໃນທຸກກໍລະນີ,

2. ຫ້າມເຂົ້າຮ່ວມ ແລະ ພົວພັນກັບການຜະລິດ, ຄ້າຂາຍ, ຂົນສົ່ງ, ອຳນວຍຄວາມສະດວກ, ຊຸກເຊື່ອງ ແລະ ເສບສິ່ງເສບຕິດທຸກປະເພດທີ່ກົດໝາຍເກືອດຫ້າມ,

3. ຫ້າມສວຍໃຊ້ໜ້າທີ່ອອກ ແລະ ນຳໃຊ້ປ້າຍລົດທີ່ບໍ່ຖືກຕ້ອງຕາມລະບຽບການທີ່ກຳນົດໄວ້;

4. ຫ້າມພົວພັນສັງຄົມທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ຮີດຄອງປະເພນີອັນດີງາມ ເປັນຕົ້ນ ສ້າງຄອບຄົວໂດຍບໍ່ໄດ້ຮັບອະນຸຍາດ, ທໍາມິດສະຈານ, ພົວພັນແບບ ຊູ້ສາວທີ່ບໍ່ເໝາະສົມ, ພົວພັນກັບບຸກຄົນ ຫຼື ກຸ່ມແກ້ງທີ່ມີພຶດຕິກໍາລະເມີດລະບຽບກົດໝາຍ;

5. ຫ້າມວິ້ງເຕັ້ນ, ເປັນນາຍໜ້າ, ປົກປ້ອງ, ແຊກແຊງ ການແກ້ໄຂຄະດີ ແລະບັນຫາອື່ນໆ ທີ່ຜິດຕໍ່ລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ;

6. ຫ້າມເຜີຍແຜ່ ຫຼື ເປີດເຜີຍຂໍ້ມູນຂ່າວສານທາງລັດຖະບານ, ຄວາມລັບ ແລະ ສິ່ງຕ່າງໆທີ່ພາໃຫ້ເສື່ອມເສຍພາບພົດ, ບົດບາດຂອງກຳລັງເປັນຕົ້ນເອກະສານ, ຮູບພາບໃນເຄື່ອງແບບ, ພາບເຄື່ອນໄຫວວຽກງານ, ຂໍ້ຄວາມສຽງ, ລົງຄຳເຫັນທີ່ບໍ່ເໝາະສົມ ຫຼື ສົ່ງຕໍ່ຂໍ້ມູນດັ່ງກ່າວລົງສື່ເອເລັກໂຕນິກ, ສື່ ສິ່ງພິມ ແລະ ດ້ວຍຮູບການອື່ນ ໂດຍບໍ່ໄດ້ຮັບອະນຸຍາດຈາກຂັ້ນເທິງ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ,

7. ຫ້າມສວຍໃຊ້ໜ້າທີ່ເອົາເງິນຂອງລັດ, ລວມໝູ່, ບຸກຄົນ ແລະ ຂອງກາງຄະດີ ເພື່ອຫາຜົນປະໂຫຍດສ່ວນຕົວໂດຍບໍ່ຊອບທຳ.

8. ຫ້າມປ່ອຍເງິນກູ້ນອກລະບົບ ແລະ ກູ້ຢືມ, ຊື້-ຂາຍເປັນເງິນຜ່ອນ , ເຂົ້າຫວຍເກີນຄວາມສາມາດຂອງຕົນ;

9. ຫ້າມສວຍໃຊ້ໜ້າທີ່ເກັບຄ່າຄຸ້ມ ຄອງນຳຄົນຕ່າງປະເທດ ແລະ ເປົ້າ ໝາຍເຄື່ອນໄຫວລະເມີດລະບຽບກົດໝາຍເຊັ່ນ: ຮ້ານບັນເທີງ, ການພະນັນ, ໂສເພນີ, ຄ້າຂາຍຜິດກົດໝາຍ ແລະ ອື່ນໆ;

10. ຫ້າມນໍາໃຊ້ ລົດລວມ ຄື່ອນໄຫວທຸກກໍລະນີ ທີ່ຜິດຕໍ່ກົດໝາຍ ແລະ ລະບຽບຂອງກຳລັງ;

11. ຫ້າມນໍາໃຊ້ອາ ວຸດ, ອຸປະກອນຮັບໃຊ້ວຽກງານວິ ຊາສະເພາະນາບຂູ່ ຫຼື ເຄື່ອນໄຫວເຮັດສິ່ງບໍ່ດີລະເມີດລະບຽບກົດ ໝາຍເດັດຂາດ;

12. ຫ້າມເມີນ ເສີຍ, ລະເລີຍໃນເວລາປະຕິບັດ ໜ້າທີ່ ແລະ ເຂົ້າຮ່ວມກອງປະຊຸມ ຕ່າງໆ ເປັນຕົ້ນການຫຼີ້ນໂທລະສັບ, ເຄື່ອງມືສື່ສານ, ອັດສຽງໂດຍບໍ່ ໄດ້ຮັບອະນຸຍາດ,

13. ຫ້າມເອົາ ຫຼື ຢັ້ງຢືນເອົາຄົນຕ່າງປະເທດ, ຄົນບໍ່ມີສັນຊາດເປັນຍາດພີ່ນ້ອງ, ຮັບປະກັນເຂົ້າສຳມະໂນຄົວ ແລະ ອອກບັດປະຈຳຕົວພົນລະເມືອງລາວ ຫຼື ບັດຕ່າງດ້າວ ທີ່ຂັດກັບກົດໝາຍ ແລະ ລະບຽບການ;

14. ຫ້າມເຮັດສັນຍະກຳ ເປັນຕົ້ນດັດແປງໃບໜ້າ, ເສີມດັງ, ດັດແຂ້ວ, ສັກລາຍ, ຍ້ອມສີຜົມ (ຍົກເວັ້ນສີດຳ);

15. ຫ້າມນໍາໃຊ້ເຄື່ອງແບບຂອງກໍາລັງປ້ອງກັນຄວາມສະຫງົບ ເຄື່ອນໄຫວກິດຈະກໍາຕ່າງໆ ທີ່ບໍ່ເໝາະສົມ ເປັນຕົ້ນເຂົ້າຮ້ານບັນເທີງ, ຫຼິ້ນການພະ ນັນ, ດື່ມສິ່ງມຶນເມົາທຸກປະເພດ;

16. ຫ້າມວິພາກວິຈານ ແລະ ຫາຄວາມບໍ່ຈິງໃສ່ການນຳ ພັກ-ລັດ, ການຈັດຕັ້ງ, ນາຍ ແລະ ພົນຕຳຫຼວດ ທີ່ເປັນການສ້າງຄວາມປັ່ນປ່ວນ, ທຳລາຍພາບພົດ, ບົດບາດຂອງລັດ ແລະ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ; 17. ຫ້າມໃຊ້ກິລິຍາມາລະຍາດທ່າທີ, ປາກເວົ້າທີ່ບໍ່ສຸພາບ ແລະ ການນຸ່ງ ຖື, ໃຊ້ເຄື່ອງປະດັບເອຢ້ອງທີ່ບໍ່ເໝາະສົມໃນເວລາປະຕິບັດໜ້າທີ່.