ໃນງັຍ 4ກຸມພາ 2022, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານຮັກສາຄວາມສະຫົງບຢູ່ກອງບັນຊາການ ປກສ ແຂວງຈຳປາສັກ. ໂດຍການໃຫ້ກຽດຕ້ອນຮັບຂອງພັທ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ພ້ອມຄະນະ.

ໃນພິທີ, ພັທ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາການປກສ ແຂວງຈຳປາສັກ ໄດ້ລາຍງານສະພາບໂດຍຫຍໍ້ກ່ຽວກັບຜົນງານ ແລະ ບາງບັນຫາ ສະພາບການທີ່ເກີດຂຶ້ນຢູ່ພາຍໃນແຂວງຈຳປາສັກ ໃນໄລຍະຜ່ານມາເຫັນວ່າ ສະພາບໂດຍລວມໃນທົ່ວແຂວງຈຳປາສັກ ມີຄວາມສະຫງົບທາງດ້ານການເມືອງ ແລະ ມີຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ. ພ້ອມນັ້ນ, ກໍໄດ້ຍົກໃຫ້ເຫັນສະພາບບາງປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນແຂວງຈຳປາສັກ ເປັນຕົ້ນແມ່ນຂີ້ລັກງັດແງະ,ຊິງຊັບ, ປຸ້ນຊັບ, ລັກຊັບພົນລະເມືອງ, ການເກີດອຸປະຕິເຫດຕາມທ້ອງຖະໜົນ, ການກໍ່ອາຊະຍາກຳ , ການຄຸ້ມ ຄອງຄົນຕ່າງປະເທດເຂົ້າມາປະກອບອາຊີບ, ປະກອບທຸລະກິດຢູ່ແຂວງຈຳປາສັກ; ເຊິ່ງໃນໄລຍະຜ່ານມາ, ມີຄະດີອາຍາ – ເສດຖະກິດ: ເກີດຂຶ້ນທັງໝົດ 93 ລາຍ; ໃນນັ້ນ, ມ້າງຄະດີໄດ້: 47 ລາຍ, ກັກຕົວຜູ້ຖືກຫາໄດ້ 56 ຄົນ, ຍິງ 3 ຄົນ.

ນອກນັ້ນ, ຍັງໄດ້ສຸມໃສ່ວຽກງານວຽກງານສະກັດກັ້ນ ແລະ ປາບປາມຢາເສບຕິດ,ໂດຍສະເພາະການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກໄຂບັນຫາຢາເສບຕິດມາຮອດປະຈຸບັນ; ເຊິ່ງງໃນ3 ເດືອນຜ່ານ, ມາສາມາດມ້າງລາຍຄະດີຢາເສບຕິດໃນທົ່ວແຂວງຈຳປາສັກ ໄດ້ທັງໝົດ: 171 ລາຍ, ກັກຕົວຜູ້ຖືກຫາ 244 ຄົນ ຍິງ 10 ຄົນ, ຢຶດເຄື່ອງຂອງກາງຢາບ້າ 320.362 ເມັດ, ຢາໄອສ໌ 24 ກິໂລ ກັບ 809,56 ກຼາມ, ຢາອີ 2 ກິໂລ, ລົດໃຫຍ່ 3 ຄັນ.

ນອກນັ້ນ, ຍັງມີອຸປະຕິເຫດເກີດຂຶ້ນທັງໝົດ 130 ຄັ້ງ, ມີຜູ້ເສຍຊີວິດ 17 ຄົນ, ຍິງ 3 ຄົນ ລວມມູນຄ່າເສຍຫາຍທັງໝົດ 1.093.700.000 ກີບ. ມີຄະດີອັກຄີໄພ: ເກີດຂຶ້ນທັງໝົດ 5 ຄັ້ງ, ເດັ່ນກ່ວາໝູ່ແມ່ນໃໝ້ຢູ່ຕະຫຼາດດາວເຮືອງ ໃນຄັ້ງວັນທີ 28 ມັງກອນ 2022, ສາຍເຫດຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນ. ນອກນັ້ນ, ຍັງມີບັນຫາສາສະໜາ, ບັນຫາຊາຍແດນ ແລະ ບັນຫາອື່ນໆ.

ໃນໂອກາດດັ່ງກ່າວ, ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະກອງບັນຊາການ ແລະ ພະນັກຫຼັກແຫຼ່ງ ໂດຍທ່ານໄດ້ກ່າວຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ-ຄະນະກອງບັນຊາການປກສ ແຂວງຈຳປາສັກ ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະກອງບັນຊາການ ແຕ່ລະຂັ້ນເອົາໃຈໄສ່ໃນການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ນັກຮົບ ທົ່ວກອງບັນຊາການໃຫ້ເປັນປົກະຕິ, ຕໍ່ເນື່ອງ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກໍຄືຂອງກຳລັງປ້ອງກັນຄວາມສະຫົງບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນຢ່າງເຂັ້ມງວດ, ມີການປັບປຸງແບບແຜນວິທີເຮັດວຽກໃຫ້ທັນສະໄໝ, ມີຄວາມເປັນເອກະພາບພາຍໃນໝູ່ຄະນະ, ເອົາໃຈໃສ່ປັງປຸງເຮັດວຽກງານການຈັດຕັ້ງທຸກຂັ້ນໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການໃນໜ້າທີ່ການເມືອງ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີຄວາມສາມັກຄີພາຍໃນຄະນະພັກ, ກຳໃຫ້ໄດ້ສະພາບປະກົດການຫຍໍ້ທໍ້ພາຍໃນກຳລັງ ແລະພ້ອມທັງກຳແໜ້ນສະພາບການຂອງສັດຕູ-ກຸ່ມຄົນບໍ່ດີ, ແກ້ໄຂໜໍ່ແໜງກໍ່ຄວາມບໍ່ສະຫົງບທາງດ້ານການເມືອງ ແລະປະກົດການຫຍໍ້ທໍ້ໃນສັງຄົມໃຫ້ມັນດີຂຶ້ນ, ເອົາໃຈໃສ່ເຮັດວຽກງານຄຸ້ມຄອງການເໜັງຕີງຂອງພົນລະເມືອງ, ກວດກາການອອກບັດປະຈຳຕົວ, ການຄຸ້ມຄອງອາຊີບພິເສດ-ພາຫະນະພິເສດ ພ້ອມທັງຂຶ້ນບັນຊີເປົ້າໝາຍແຕ່ລະປະເພດໃຫ້ລະອຽດ, ຖືກຕ້ອງ ຊັດເຊນ, ເອົາໃຈໄສ່ປັບປຸງວຽກງານພາລາທິການ ແກ້ໄຂຊີວິດການເປັນຢູ່ພາຍໃນກຳລັງໃຫ້ດີຂຶ້ນ ແລະ ກຳແໜ້ນສະພາບການເຂົ້າອອກເມືອງຂອງພົນລະເມືອງລາວ ແລະ ຊາວຕ່າງປະເທດ ສືບຕໍ່ຫັນພະນັກງານລົງກໍ່ສ້າງຮາກຖານຢູ່ບັນດາຈຸດສຸມ ແລະ ເຂດຫຼໍ່ແຫຼມ ປຸກລະດົມພໍ່ແມ່ປະຊາຊົນເຂົ້າໃຈແນວທາງຂອງພັກ-ລັດ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮັບປະກັນໃຫ້ມີຄວາມສະຫງົບປອດໄພໃນສັງຄົມ ແລະ ສະຖຽນນະພາບທາງດ້ານການເມືອງ ມີສະຕິລະວັງຕົວກຽມພ້ອມ ເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ.

ຂ່າວ: ປກສ ແຂວງຈຳປາສັກ