ຕະຫຼອດໄລຍະປີ 2021 ຜ່ານມາ, ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ສາມາດຈັດຕັ້ງປະຕິບັດວຽກງານວິຊາສະເພາະສໍາເລັດ ແລະ ຍາດໄດ້ຜົນງານຫຼາຍດ້ານ ເປັນຕົ້ນແມ່ນໄດ້ເປັນເຈົ້າການຫັນກໍາລັງລົງສົມທົບແກ້ໄຂຄະດີທີ່ມີຄວາມຫຍຸ້ງຍາກສັບສົນຢູ່ບັນດາຈຸດຫຼ່ໍແຫຼມຕ່າງໆໃນຂອບເຂດທົ່ວປະ ເທດ ເຮັດໃຫ້ສາມາດມ້າງລາຍຄະດີ ແລະ ຢຶດຂອງກາງໄດ້ເປັນຈໍານວນຫຼາຍ.

ພັທ ສາລີ ພຸດທະວົງ ຫົວໜ້າຫ້ອງການ ກ່າວໃນກອງປະຊຸມສະຫຼຸບວຽກງານຕໍາຫຼວດ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ຂອງກົມໃຫຍ່ຕໍາຫຼວດ ໃນວັນທີ 4 ກຸມພາ; ໂດຍການເປັນປະທານຂອງ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕຳຫຼວດວ່າ: ຕະຫຼອດໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາ ກົມໃຫຍ່ຕໍາຫຼວດ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາເຫຼົ່າຮົບວິຊາສະເພາະ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຢ່າງມີ ຄວາມຮັບຜິດຊອບສູງ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຄຽງຄູ່ກັບການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ເປັນຕົ້ນແມ່ນບັນຫາສະພາບອາຊະຍາກໍາຍັງສືບຕໍ່ເກີດຂຶ້ນຢ່າງຕໍ່ເນື່ອງລຽນຕິດ, ມີຫຼາຍລະດັບທີ່ແຕກຕ່າງກັນ ແລະ ມີອາຊະຍາກໍາປະ ເພດຕ່າງໆເກີດຂຶ້ນໃໝ່ທີ່ພົ້ນເດັ່ນ ແລະ ເກີດຂຶ້ນເປັນປົກກະຕິມີທ່າອຽງຂະຫຍາຍຕົວເພີ່ມຂຶ້ນໃນແຕ່ລະປີ ໂດສະເພາະບັນຫາການຄ້າຂາຍຢາເສບຕິດ, ບັນຫາຄ້າມະນຸດ, ຊິງຊັບ, ລັກຊັບ, ສໍ້ໂກງຊັບ ແລະ ບັນຫາອື່ນໆມີລັກສະນະເລິກແລບ ແນບນຽນດ້ວຍຫຼາຍວິທີການ, ຫຼາຍຮູບການທີ່ສະລັບສັບ ຊ້ອນ ແລະ ຈັດຕັ້ງເຄື່ອນໄຫວເປັນກຸ່ມເຄືອ ຂ່າຍແໜ້ນໜາ-ເຊື່ອມໂຍງທັງພາຍໃນ ແລະ ຕ່າງປະເທດ, ນໍາໃຊ້ພາຫະນະ, ອຸປະກອນທີ່ທັນສະໄໝ ແລະ ອາວຸດເສິກ ພ້ອມຕອບໂຕ້ກັບເຈົ້າໜ້າທີ່ຢ່າງບໍ່ຢ້ານກົວຕໍ່ລະບຽບກົດໝາຍ.

ຢ່າງໃດກໍຕາມ, ໃນປີ 2021 ຜ່ານມາ, ກົມໃຫຍ່ຕໍາຫຼວດ ໄດ້ປະສານສົມທົບກັບບັນດາກອງບັນຊາການ ປກສ ແຂວງໃນຂອບເຂດທົ່ວປະເທດ ແລະ ບັນດາປະເທດໃກ້ຄຽງ, ອົງການຈັດຕັ້ງສາກົນໃນການແລກປ່ຽນຂໍ້ມູນຂ່າວສານ ເພື່ອສຸມໃສແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ. ໃນນັ້ນ, ສາມາດແກ້ໄຂຄະດີລາຍໃຫຍ່ໄດ້ຫຼາຍລາຍຄະດີຄື: ທົ່ວປະເທດມີສະພາບອາຊະຍາກໍາປະເພດຕ່າງໆເກີດຂຶ້ນ ທັງໝົດ 6.371 ເລື່ອງ. ໃນນີ້, ບໍ່ນັບຄະດີອຸບັດ ຕິເຫດ ແລະ ອັກຄີໄພ ແລະ ເມື່ອທຽບໃສ່ປີ 2020 ແມ່ນຄະດີຫຼຸດລົງ 1.188 ເລື່ອງ ເທົ່າກັບ 18%. ຕໍ່ກັບສະພາບການທີ່ເກີດຂຶ້ນ, ເຈົ້າໜ້າທີ່ສາ ມາດມ້າງ ໄດ້ 4.595 ເລື່ອງ, ຜູ້ຖືກຫາ 7.088 ຄົນ ຍິງ 754 ຄົນ, ຕ່າງປະ ເທດ 134 ຄົນ ຍິງ 98 ຄົນ. ໃນນີ້, ບັນຫາທີ່ພົ້ນເດັ່ນກວ່າໝູ່ແມ່ນບັນ ຫາຢາເສບຕິດເກີດຂຶ້ນ 3.730 ເລື່ອງ, ບັນຫາການກະທໍາຜິດທາງ ເສດຖະກິດ 280 ເລື່ອງ, ບັນຫາຄ້າມະນຸດ 213 ເລື່ອງ, ບັນຫາການກະທໍາຜິດທາງອາຍາທົ່ວໄປ 2.148 ເລື່ອງ. ໃນນັ້ນ, ມີລົດຈັກເສຍ 1.125 ຄັນ (ນະຄອນຫຼວງ 672 ຄັນ), ລົດໃຫຍ່ເສຍ 6 ຄັນ, ທໍາຮ້າຍຮ່າງກາຍ 108 ເລື່ອງ, ປຸ້ນຊັບພົນລະເມືອງ 35 ເລື່ອງ, ຊິງຊັບພົນລະເມືອງ 52 ເລື່ອງ ແລະ ຄະດີປະເພດອື່ນໆອີກ.

ຈາກຄະດີທີ່ເກີດຂຶ້ນ, ສາມາດແກ້ໄຂ ຫຼື ດໍາເນີນຄະດີສໍາເລັດໄດ້ ທັງໝົດ 4.689 ເລື່ອງ, ຜູ້ຖືກຫາ 6.215 ຄົນ ຍິງ 735 ຄົນ, ຕ່າງ ປະເທດ 133 ຄົນ ຍິງ 11 ຄົນ. ໃນນີ້, ມີຄະດີອາຍາທົ່ວໄປ ຈໍານວນ 865 ເລື່ອງ, ຜູ້ຖືກຫາ 975 ຄົນ ຍິງ 25 ຄົນ; ສາມາດເກັບກູ້ລົດຈັກເສຍຄືນໄດ້ ຈໍານວນ 290 ຄັນ, ລົດໃຫຍ່ 3 ຄັນ; ຄະດີຢາເສບຕິດ ຈໍານວນ 3.370 ເລື່ອງ, ຜູ້ຖືກ ຫາ 4.758 ຄົນ ຍິງ 534 ຄົນ, ຕ່າງປະເທດ 188 ຄົນ ຍິງ 4 ຄົນ; ຄະດີເສດຖະກິດ ຈໍານວນ 255 ເລື່ອງ, ຜູ້ຖືກຫາ 202 ຄົນ ຍິງ 93 ຄົນ, ຕ່າງປະເທດ 4 ຄົນ ແລະ ຄະດີຄ້າມະນຸດ ຈໍານວນ 199 ເລື່ອງ, ຜູ້ຖືກຫາ 280 ຄົນ ຍິງ 83 ຄົນ, ຕ່າງປະເທດ 11 ຄົນຍິງ 7 ຄົນ. ສະເພາະກົມໃຫຍ່ຕໍາຫຼວດ ດໍາເນີນຄະດີໄດ້ທັງໝົດ 508 ເລື່ອງ, ຜູ້ຖືກຫາ 149 ຄົນ ຍິງ 47 ຄົນ, ຕ່າງປະເທດ 23 ຄົນ ຍິງ 2 ຄົນ. ໃນນັ້ນ, ສາມາດແກ້ໄຂ ຫຼື ດໍາເນີນຄະດີສໍາເລັດໄດ້ 217 ເລື່ອງ, ຜູ້ຖືກຫາ 59 ຄົນ ຍິງ 10 ຄົນ, ຕ່າງປະ ເທດ 8 ຄົນ ຍິງ 1 ຄົນ, ໃນນີ້ມີຄະດີອາຍາທົ່ວໄປ 164 ເລື່ອງ, ຜູ້ຖືກຫງ 7 ຄົນ; ຄະດີຢາ ເສບຕິດ 11 ເລື່ອງ, ຜູ້ຖືກຫາ 36 ຄົນ ຍິງ 5 ຄົນ, ຕ່າງປະເທດ 8 ຄົນ ຍິງ 1 ຄົນ ແລະ ຄະດີເສດຖະກິດ 42 ເລື່ອງ, ຜູ້ຖືກຫາ 16 ຄົນ ຍິງ 5 ຄົນ.