ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານວິຊາສະເພາະ ປະຈຳປີ 2021 ແລະ ທິດທາງແຜນການ ປະຈຳປີ 2022 ໃນອາທິດຜ່ານມາ, ເປັນປະທານໂດຍ ພັອ ປອ ບົວພັນ ຟອງມະນີ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ມີບັນດາຄະນະພັກ-ຄະນະກົມ, ແຂກຮັບເຊີນ, ຫົວໜ້າ-ຮອງພະແນກ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ບຸນເພັງ ອິນທະວົງ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວວຽກງານວິຊາສະເພາະໃນໄລຍະ 1 ປີຜ່ານມາ, ເປັນຕົ້ນແມ່ນວຽກງານວິຊາສະເພາະສະກັດກັ້ນ ແລະ ຕ້ານຢາເສບຕິດ, ທົ່ວປະເທດສາມາດມ້າງຄະດີໄດ້ທັງໝົດ 3.730 ເລື່ອງ, ຈັບຜູ້ຖືກຫາໄດ້ 5.217 ຄົນ ຍິງ 509 ຄົນ, ຕ່າງປະເທດ 119 ຄົນ ຍິງ 5 ຄົນ. ໃນນັ້ນ, ຄະດີເດັ່ນ 15 ເລື່ອງ, ຢຶດຂອງກາງ ເຮໂຣອິນ 467,79 ກິໂລກຼາມ, ຢາບ້າ 142.488.116 ເມັດ, ຢາໄອສ໌ 2.991,02 ກິໂລກຣາມ, ຢາຝິ່ນ 18,92 ກິໂລກຼາມ, ກັນຊາ 5.846,69 ກິໂລກຼາມ, ນ້ຳຢາສານເຄມີ 10 ກິໂລກຼາມ, ເຄຕາມິນ 4,11 ກິໂລກຼາມ, ຢາອີ 1.440 ເມັດ ກັບ 0,08 ກິໂລກຼາມ, ເງິນກີບ 1.318.373.000 ກີບ, ເງິນບາດໄທ 4.165.450 ບາດ, ເງິນໂດລາ 590 ໂດ ລາ, ເງິນຢວນ 540.366 ຢວນ, ເງິນດົງ 1.450.000 ດົງ, ເງິນເກົາຫຼີ 298.000 ວອນ, ລົດໃຫຍ່ 135 ຄັນ, ລົດຈັກ 755 ຄັນ, ເຮືອ 2 ລຳ, ອາວຸດປືນ 28 ກະບອກ, ລູກປືນຈຳນວນ 420 ລູກ.

ນອກນັ້ນ, ພັທ ບຸນເພັງ ອິນທະວົງ ຍັງໃຫ້ຮູ້ເຖິງທິດທາງແຜນການວຽກງານໃນຕໍ່ໜ້າ; ໃນນີ້, ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກ ງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ເອົາໃຈໃສ່ຊີ້ນຳ-ນຳພາວຽກງານວິຊາສະເພາະກຳສະພາບກົນອຸບາຍເລ່ລ່ຽມການເຄື່ອນໄຫວຂອງພວກເປົ້າໝາຍຄ້າຂາຍຢາເສບຕິດໃຫ້ແໜ້ນ ແລະ ເປັນລະບົບ, ປັບປຸງຍົກລະດັບຄຸນນະພາບວຽກງານສືບສວນ-ສອບສວນດຳເນີນຄະດີໃຫ້ຈະແຈ້ງ, ຊັດເຈນ, ຮັດກຸມ, ວ່ອງໄວ ທັງມີຄວາມໂປ່ງໃສ, ຍົກລະດັບຄວາມຮູ້-ຄວາມສາມາດໃຫ້ພະນັກງານສອບສວນໃຫ້ນັບມື້ສູງຂຶ້ນ, ໂຄສະນາ, ປຸກລະດົມຂົນຂວາຍທົ່ວປວງຊົນເຂົ້າຮ່ວມວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ດ້ວຍຫຼາຍເນື້ອໃນ, ຫຼາຍຮູບການ ເພື່ອເຮັດໃຫ້ວຽກງານດັ່ງກ່າວກາຍເປັນສະຕິ ແລະ ຄວາມຮັບຜິດຊອບຂອງທົ່ວປວງຊົນ, ສ້າງປັບປຸງ, ປະກອບພື້ນຖານໂຄງລ່າງ, ງົບປະມານ, ພາຫານະ, ອາວຸດ ແລະ ອຸປະກອນເຕັກນິກທີ່ທັນສະໄໝໃຫ້ ແກ່ວຽກງານສະກັດກັ້ນ ແລະ ຕ້ານຢາ ເສບຕິດຕາມເງື່ອນໄຂ ແລະ ຄວາມສາ ມາດຕົວຈິງ.