ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ກຸມພາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 21 ກຸມພາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກ ລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງ​ພ້ອມພຽງ.

ໃນເດືອນກຸມພາ 2022 ນີ້ ມີຫຼາຍເຫດການສໍາຄັນທີ່ພົ້ນເດັ່ນຢູ່ປະເທດເຮົາ, ໃນນັ້ນ ລັດຖະບານ ໄດ້ແຕ່ງຕັ້ງ, ຍົກຍ້າຍ ແລະ ສັບປ່ຽນ ຄວາມຮັບຜິດຊອບຂອງສະມາຊິກລັດຖະບານ ແລະ ພະນັກງານຂອງບັນດາກະຊວງຈຳນວນໜຶ່ງ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ສຳລັບການພັດທະນາເສດຖະກິດ-ສັງຄົມ ພາຍ​ໃນປະເທດ ເຖິງວ່າພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດໃນຊຸມຊົນ ໂດຍລວມເຫັນວ່າ ພາຍຫຼັງທີ່ມີການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ຕັ້ງແຕ່ຕົ້ນເດືອນທັນວາ 2021 ເປັນຕົ້ນມາ, ບັນຍາກາດການລົງທຶນ ແລະ ການຟື້ນຟູເສດຖະກິດ ມີທ່າອ່ຽງທີ່ດີຂຶ້ນຢ່າງຕັ້ງໜ້າ; ການແກ້ໄຂບັນຫາທີ່ປິ່ນອ້ອມການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະ ການແກ້ໄຂບັນຫາຂັ້ນຂອດ ທີ່ເປັນອຸປະສັກຕໍ່ການລົງທຶນ ລວມທັງ ການກຳນົດມາດຕະການໃນການປ້ອງກັນ,   ຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ຈຶ່ງເປັນວຽກບູລິມະສິດ ທີ່ລັດຖະບານ ຈະໄດ້ສືບຕໍ່ບຸກບືນສູ້ຊົນແກ້ໄຂໃຫ້ດີຂຶ້ນ ໃນຕໍ່ໜ້ານີ້.  

​ກອງ​ປະຊຸມ​ຄັ້ງ​ນີ້, ສະມາ​ຊິກ​ລັດຖະບານ ຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄຳເຫັນ ​ເພື່ອພິຈາລະນາຮັບຮອງເອກະສານສຳຄັນຈຳນວນໜຶ່ງ ​ເປັນ​ຕົ້ນ:

  1. 1. ສະຫຼຸບການປະຕິບັດວຽກງານຈຸດສຸມ ປະຈຳເດືອນກຸມພາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມີນາ 2022 ຂອງລັດຖະບານ;
  2. 2. ລາຍງານກ່ຽວກັບການຄົ້ນຄ້ວາສ້າງແຜນການລົງທຶນຂອງລັດ ປະຈຳປີ 2022.  
  3. 3. ຮ່າງກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ).
  4. 4. ຮ່າງດຳລັດວ່າດ້ວຍການຄຸ້ມຄອງການຄ້າຂາຍຊະນິດພັນ ສັດນໍ້າ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນ ລະຫວ່າງຊາດ.
  5. 5. ຮ່າງດຳລັດວ່າດ້ວຍ ສະຖາບັນການເງິນຈຸລະພາກ (ສະບັບປັບປຸງ).
  6. 6. ຮ່າງຍຸດທະສາດ ການພັດທະນາຕະຫຼາດທຶນຂອງ ສປປ ລາວ 10 ປີ (2021-2030) ແລະ ວິໃສທັດຮອດປີ 2035 (ສະບັບປັບປຸງ).
  7. 7. ຮ່າງຍຸດທະສາດການພັດທະນາ ການບິນພົນລະເຮືອນ 2021-2025 ແລະ ວິໃສທັດຮອດປີ 2030.
  8. 8. ການສ້າງລະບົບຄຸ້ມຄອງ ຕົວຕົນທາງດີຈີຕອນ (DIGITAL ID).
  9. 9. ຮ່າງແຜນຄຸ້ມຄອງອ່າງຮັບນໍ້າ, ນໍ້າອູ, ນໍ້າງື່ມ ແລະ ນໍ້າເທິນ-ນໍ້າກະດິງ.

ໃນໂອກາດກ່າວເປີດກອງປະຊຸມຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາທ່ານ ສະມາຊິກລັດຖະບານ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ,  ການສະເໜີບົດລາຍງານຕ່າງໆ ກໍໃຫ້ຮັກສາເວລາ ຕາມທີ່ໄດ້ກຳນົດໄວ້, ປະກອບຄໍາເຫັນ ຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ກອງປະຊຸມ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.

    ກອງປະຊຸມລັດຖະບານ ສະ​ໄໝ​ສາມັນຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 02 ວັນ ນັບ​ແຕ່ວັນທີ 21-22 ກຸມພາ 2022.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.