ທ່ານ ນາງ ໃບຄໍາ ຂັດທິຍະ

ໃນທ້າຍອາທິດຜ່ານມາ, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ( ຮສສ ) ໄດ້ພົບປະໂອ້ລົມແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ ( ນວ ), ໂດຍການຕ້ອນຮັບຂອງ ທ່ານ ພາລະພິດ ສູນວໍລະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ, ມີຮອງພະແນກ, ຄະນະພະແນກ, ຫົວໜ້າ-ຮອງຂະແໜງ, ພະນັກງານ-ລັດຖະກອນ ອ້ອມຂ້າງພະແນກເຂົ້າຮ່ວມ.

ທ່ານ ພາລະພິດ ສູນວໍລະວົງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບທີ່ຕັ້ງ, ພາລະບົດບາດຂອງພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ, ເຊິ່ງປະກອບມີ 6 ຂະແໜງການ ຄື: ຂະແໜງຫ້ອງການ-ບໍລິຫານ, ຂະແໜງພັດທະນາສີມືແຮງງານ ແລະ ຈັດຫາງານ, ຂະແໜງຄຸ້ມຄອງແຮງງານ, ຂະແໜງສັງຄົມສົງເຄາະ, ຂະແໜງນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຂະແໜງຈັດຕັ້ງ-ກວດກາ. ໃນນີ້, ມີພະນັກງານ-ລັດຖະກອນ ທັງໝົດ 166 ຄົນ ຍິງ 84 ຄົນ, ເຊິ່ງໃນ 1 ປີຜ່ານມາ, ໄດ້ປະສານສົມທົບກັບບັນດາສະຖາບັນພັດທະນາສືມືແຮງງານ, ໂຮງຮຽນ, ສູນຝືກວິຊາອາຊີບ, ຫົວໜ່ວຍແຮງງານທັງພາກລັດ ແລະ ເອກະຊົນ ຈັດຕັ້ງພັດທະນາສີມືແຮງງານກັບທີ່ໄດ້ທັງໝົດ ຈໍານວນ 5.918 ຄົນ ຍິງ 4.095 ຄົນ, ທົດສອບສີມືແຮງງານ ແລະ ອອກໃບຢັ້ງຢືນສີມືແຮງງານໃນສາຂາປຸງແຕ່ງ ຈໍານວນ 46 ຄົນ ຍິງ 45 ຄົນ, ຈັດຝືກອົບຮົມເຄື່ອນທີ່ໃຫ້ຊາວໜຸ່ມຜູ້ດ້ອຍໂອກາດບໍ່ມີເງື່ອນໄຂເຂົ້າຮຽນຢູ່ສະຖາບັນ ການສຶກສາຕ່າງໆທີ່ຢູ່ຫ່າງໄກສອກຫຼີກ 96 ຄົນ ( ເປັນເພດຍິງ ), ຈັດຫາວຽກເຮັດງານທໍາ ເພື່ອສະໜອງກໍາລັງແຮງທີ່ຕ້ອງການມີວຽກເຮັດງານທໍາໄດ້ທັງໝົດ 5.905 ຄົນ ຍິງ 4.088 ຄົນ.

ທ່ານ ນາງ ໃບຄໍາ ຂັດຕິຍະ ໄດ້ສະແດງຄວາມຊົມເຊີຍຕໍ່ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ ທີ່ຈັດຕັ້ງປະຕິບັດວຽກ ງານວິຊາສະເພາະຂອງຕົນມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ຄຽງຄູ່ກັນນັ້ນ, ກໍຮຽກຮ້ອງໃຫ້ສືບຕໍ່ປະຕິບັດໜ້າທີ່ຂອງຕົນຢ່າງມີແບບແຜນ, ມີແຜນການທີ່ລະອຽດ ແນ່ໃສ່ຜົນສໍາເລັດເປັນທີ່ຕັ້ງ ເປັນຕົ້ນແມ່ນວຽກງານການຄວບຄຸມອັດຕາການວ່າງງານ, ການພັດທະນາສີມືແຮງງານ, ການຝຶກອົບຮົມວິຊາອາຊີບໃຫ້ຊາວໜຸ່ມຜູ້ດ້ອຍໂອກາດທີ່ຢູ່ຫ່າງໃກ້ສອກຫຼີກ, ສ້າງລະບົບຂໍ້ມູນຂ່າວສານຕະຫຼາດແຮງງານໃຫ້ລະອຽດ ແລະ ກວ້າງຂວາງ, ຈັດຫາວຽກເຮັດງານທໍາ ເພື່ອສະໜອງກໍາລັງແຮງງານທີ່ຕ້ອງການວຽກເຮັດງານທໍາໃຫ້ໄດ້ຫຼາຍທີ່ສຸດ, ລົງເຜີຍແຜ່ນິຕິກໍາ, ກົດໝາຍວ່າດ້ວຍແຮງງານໃຫ້ ທົ່ວເຖິງບັນດາເປົ້າໝາຍ ແລະ ການປະຕິບັດນະໂຍບາຍຕໍ່ຜູ້ສູງອາຍຸໄດ້ເຂົ້າເຖິງກິດຈະກໍາຕ່າງໆ ເຊັ່ນ: ການຈັດກິດຈະກໍາພົບປະເຊິ່ງກັນແລະກັນ, ງານສະເຫຼີມສະຫຼອງວັນສາກົນຜູ້ສູງອາຍຸ ແລະ ວັນຄົນພິການແຫ່ງຊາດ.