ວັນທີ 11 ກຸມພາ 2022 ເວລາ 11:30, ເຈົ້າໜ້າທີ່ໜ່ວຍງານຄະດີອາຍາ-ເສດຖະກິດ ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສາມາດໄດ້ກັກຕົວເປົ້າໝາຍລັກຊັບໄດ້ຈຳນວນ 2 ຄົນ ຄື: ທ້າວ ຄວາຍຄໍາ ອາຍຸ 35 ປີ ຢູ່ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ທ້າວ ກ໋ອກ ອາຍຸ 35 ປີ ຢູ່ບ້ານດົງໂພນເລົາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພ້ອມເຄື່ອງຂອງກາງທີ່ເຈົ້າໜ້າທີ່ກວດພົບປະກອບມີ ລົດຈັກ 2 ຄັນ, ເງິນກີບ 1.200.000 ກີບ, ແຫວນຄ້າຍຄືຄໍາ 1 ວົງ, ຕຸ້ມຫູຄ້າຍຄື 1 ຄູ່, ເສື້ອລາຍ ແລະ ໝວກກໍ່ສ້າງສີເຫຼືອງ.

+ ຜ່ານການສືບສວນ-ສອບສວນ, ພວກກ່ຽວໃຫ້ການຮັບສາລະພາບ ວ່າ:

ໄດ້ກໍ່ເຫດລັກຊັບຢູ່ວັດມາແລ້ວ 4 ຄັ້ງ ຄື: ຄັ້ງທີ 1: ວັນທີ 31 ຕຸລາ 2021 ເວລາປະມານ 15:00 ໂມງ, ພວກກ່ຽວຂີ່ລົດຈັກເວບຈີນສີດຳ ປ້າຍທະບຽນ ຍກ 0551 ກຳແພງນະຄອນ ເຂົ້າໄປປະຕູດ້ານຫຼັງວັດບ້ານສົມສະນຸກ ແລະ ໄປງັດກຸດຕິວັດລັກເອົາຊັບສິນມີຄື ເງິນກີບຈຳນວນ 9.300.000 ກີບ, ເງິນບາດຈໍານວນ 10.000 ບາດ, ເງິນໂດລາຈຳນວນ 100 ໂດລາ, ພາຍຫຼັງໄດ້ຊັບສິນແລ້ວ ຈຶ່ງໄດ້ແບ່ງປັນກັນ ເງິນທີ່ໄດ້ມາແມ່ນເອົາໄປຊື້ຢາບ້າ ແລະ ຫຼິ້ນເກມຈົນໝົດ.

ຄັ້ງທີ 2: ໃນໄລຍະເດືອນພະຈິກ 2021, ພວກກ່ຽວໄດ້ຂັບຈີ່ລົດເວບຈີນ ປ້າຍທະບຽນ ຍກ 0551 ກຳແພງນະຄອນ ເຂົ້າໄປລັກຊັບຢູ່ວັດບ້ານຊຽງດາ ເມືອງໄຊເສດຖາ ໄດ້ຊັບສິນມີຄື: ເງີນກີບ 5.700.000 ກີບ, ເງິນບາດ 13.000 ບາດ, ເງິນໂດລາ 57 ໂດລາ, ເມື່ອໄດ້ຊັບສິນແລ້ວ ພາກັນຂີ່ລົດເອົາຕົວຫຼົບໜີມາບ້ານດົງໂພນເລົ່າ ແລ້ວເອົາເງິນມາແບ່ງປັນກັນ.

ຄັ້ງທີ 3: ໃນທ້າຍເດືອນພະຈິກ 2021 ເວລາ 8:00 ໂມງ, ພວກກ່ຽວໄດ້ພະຍາຍາມເຂົ້າໄປລັກຊັບຢູ່ວັດບ້ານດົງຄຳຊ້າງ ແຕ່ໃນເວລາດຽວກັນໄດ້ມີຈົວນ້ອຍພົບເຫັນ ພວກກ່ຽວຈຶ່ງໄດ້ພາກັນເອົາຕົວຫຼົບໜີບໍ່ໄດ້ຊັບສິນຫຍັງ.

ຄັ້ງທີ 4: ໃນວັນທີ 9 ກຸມພາ 2022 ເວລາປະມານ 18:20 ໂມງ, ພວກກ່ຽວໄດ້ເຂົ້າໄປງັດກຸດຕິວັດບ້ານດອນດູ່ ໄດ້ເງິນ 8.400.000 ກີບ, ເງິນບາດ 1.000 ບາດ ພ້ອມໂທລະສັບ 1 ເຄື່ອງ; ເງິນທີ່ໄດ້ຈາກການລັກແຕ່ລະຄັ້ງ ແມ່ນໄດ້ເອົາມາແບ່ງປັນກັນ ກ່ອນນໍາໄປຊື້ຢາບ້າມາເສບ ແລະ ຫຼິ້ນເກມອອນລາຍຈົນໝົດ.