ໃນວັນທີ 13 ກຸມພາ 2022, ທ້າວ ສຸດາເພັດ ຜູ້ເສຍຫາ ໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ວ່າ: ໄດ້ມີຄົນຮ້າຍນໍາໃຊ້ລົດຮຸນໄດ ສີຂາວ ໝາຍເລກທະບຽນ ກສ 8579 ມາລັກງົວຂອງຕົນເອງ ທີ່ມັດໄວ້ຢູ່ແຄມທາງດ້ານຫຼັງໃກ້ ກັບກະຊວງຍຸຕິທຳເຂດບ້ານໂນນສະອາດ. ເຈົ້າໜ້າທີ່ ຈຶ່ງໄດ້ນໍາກໍາລັງລົງຕິດຕາມກວດກາຕາມວິຊາສະເພາະ ຮອດເວລາ 13:00 ໂມງ ຂອງວັນດຽວກັນກໍສາມາດກັກ ທ້າວ ຄວາຍ ອາຍຸ 34 ປີ ອາຊີບ ຄ້າຂາຍ ຢູ່ບ້ານໄຮ່ ເມືອງໄຊທານີ ໄປດໍາເນີນຄະດີ.

ຜ່ານການສືບສວນ-ສອບສວນ, ທ້າວ ຄວາຍ ຮັບສາລະພາບວ່າ: ໄດ້ຊື້-ຂາຍງົວ ແລະ ຄວາຍ ນຳຜູ້ເປັນພໍ່ມາໄດ້ 16 ປີແລ້ວ; ຫຼັງຈາກນັ້ນ, ມາຮອດປີ 2006 ຈຶ່ງໄດ້ສ້າງຄອບຄົວກັບນາງ ນ້ອຍ ອາຍຸ 36 ປີ ຢູ່ບ້ານໄຮ່ ເມືອງໄຊທານີ; ພາຍຫຼັງສ້າງຄອບຄົວແລ້ວ ຕົນເອງ ແລະ ເມຍກໍໄດ້ພາກັນໄປເລາະ ຊອກຊື້ງົວ-ຄວາຍທີ່ຊື້ມາຂາຍ ເພື່ອນໍາໄປຂາຍຕໍ່ ພ້ອມທັງນັ່ງຂາຍປະຈໍາຢູ່ຕະຫຼາດທ່າງ່ອນ ຈົນເຖິງປັດຈຸບັນ. ສ່ວນງົວ-ຄວາຍສ່ວນຫຼາຍແມ່ນໄດ້ໄປເລາະຊື້ຢູ່ຕາມແຂວງສະຫວັນນະເຂດ ແລະ ແຂວງວຽງຈັນ, ບາງຄັ້ງກໍເລາະຊື້ຢູ່ຕາມບ້ານຂອບເຂດນະຄອນຫຼວງວຽງຈັນ. ມາຮອດກາງປີ 2021, ຜູ້ກ່ຽວແມ່ນເລີ່ມຕິດເກມອອນລາຍທາງມືຖື (ເກມເຕະບານ) ຈົນເຖິງຂັ້ນກູ້ຢືມເງິນນຳຄົນອື່ນໄປຫຼິ້ນ ໂດຍທີ່ເມຍບໍ່ຮູ້ນຳ. ຕໍ່ມາ, ເຈົ້າຂອງເງິນໄດ້ໄປທວງຖາມແຕ່ຜູ້ກ່ຽວບໍ່ມີເງິນໃຊ້ແທນ ຈຶ່ງເກີດມີແນວຄິດຊອກຫາລັກງົວຂອງປະຊາຊົນ ມາຂາຍດ້ວຍຮູບການຂີ່ລົດຊອກຊື້ງົວ-ຄວາຍຢູ່ແຕ່ລະບ້ານ.

ວັນທີ 13 ກຸມພາ 2022, ເວລາປະມານ 8:00 ໂມງ ທ້າວ ຮຽງ ອາຍຸ 48 ປີ ບ້ານໄຮ່ໄດ້ໂທລະສັບບອກວ່າ: ມີງົວຖືກລົດຕໍາຢູ່ໜ້າກະລ່າລົດຂອງ ທ້າວ ຕີງບ້ານນາ ເມືອງໄຊທານີ ຈະຂາຍໃນລາຄາ 3.000.000 ກີບ ຜູ້ກ່ຽວຈຶ່ງຂັບຂີ່ລົດຮຸ່ນໄດຄັນດັ່ງກ່າວໄປເບິ່ງ, ເມື່ອໄປຮອດເຫັນວ່າບໍ່ເໝາະ ສົມກັບລາຄາ ຜູ້ກ່ຽວຈຶ່ງບໍ່ຮັບຊື້ ຈຶ່ງໄດ້ຂັບຂີ່ໄປເລາະຊື້ງົວ-ຄວາຍ ໂດຍໄດ້ເລາະໄປຕາມແຕ່ລະບ້ານ ເມື່ອໄປຮອດບ້ານອຸດົມຜົນ ຈຶ່ງໄດ້ຂັບຂີ່ໄປຕາມເສັ້ນທາງຕັດໃໝ່ລັດອອກໄປຫາບ້ານດົງໝາກຄາຍ ເມື່ອໄປຮອດເຂບເຂດບ້ານຈັດສັນ ຫຼັງກະຊວງຍຸດຕິທໍາ ພົບເຫັນງົວແມ່ສີໂມກແດງ 1 ໂຕມັດໄວ້ ແຄມທາງແດງ ຫ່າງຈາກເຮືອນ ຂອງທ້າວ ສຸດາເພັດ (ເຈົ້າຂອງງົວ) ປະມານ 100 ແມັດ ຈຶ່ງມີແນວຄິດຢາກລັກເອົາ ແລະ ຜູ້ກ່ຽວກໍຈອດ ລົດໄວ້ເພື່ອຕິດຕາມເບິ່ງ ຈົນຮອດ ເວລາ 9:00 ໂມງຂອງວັນດຽວກັນ ເຫັນວ່າ ບໍ່ມີຄົນທ່ຽວທາງ ຈຶ່ງໄດ້ລົງຈາກລົດແລ້ວຍ່າງໄປແກ້ມັດງົວ ແລ້ວດຶງໄປຂຶ້ນຫຼັງລົດ; ເມື່ອໄດ້ງົວແລ້ວຂັບຂີ່ລົດມຸ້ງໜ້າອອກໄປຫາບ້ານທ່າສົ້ມມໍ ລັດອອກບ້ານພູຄໍາ ແລ້ວຂ້າມຂົວທ່າງ່ອນໄປເຮືອນຂອງຕົນເອງ ເມື່ອໄປຮອດເຮືອນກໍໄດ້ປະງົວໄວ້ຄາລົດ ເພື່ອຈະນໍາງົວໄປສົ່ງໂຮງຂ້າສັດ ແລະ ເວລາຕໍ່ມາຜູ້ກ່ຽວຈຶ່ງຖືກເຈົ້າໜ້າທີ່ຈັບຕົວໄປດໍາເນີນຄະດີຕາມຂັັ້ນຕອນຂອງກົດໝາຍ.