ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ຊີ້ແຈງກ່ຽວກັບ ການຂະຫຍາຍເປີດຂາຍປີ້ລົດໄຟ ຢູ່ວຽງຈັນເຊັນເຕີ ແລະ ຫາງສຽງຈົ່ມວ່າກ່ຽວກັບ ການບໍລິການຂາຍປີ້ລົດໄຟ ລາວ-ຈີນ ທີ່ມີຜູ້ສວຍໂອກາດຊື້ປີ້ໄປຂາຍຕໍ່ ຫຼື ມີນາຍໜ້າມາຖາມລັດຄິວຊື້ປີ້, ທາງບໍລິສັດລົດໄຟ ຢືນຢັນຫາກພົບເຫັນຈະຕ້ອງປະຕິບັດວິໄນ ແລະ ຈະເລັ່ງແກ້ໄຂສິ່ງທີ່ເປັນຂໍ້ຫຍຸ້ງຍາກ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ.

ທ່ານ ວົງທອງ ສຸພັນທອງ ຮອງວິສະວະກອນເອກ ບໍລິສັດທາງລົດໄຟ ລາວ-ຈີນ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 18 ກຸມພາ ທີ່ສະຖານີລົດໄຟ ນະຄອນຫຼວງວຽງຈັນ ວ່າ:

ລົດໄຟ ລາວ-ຈີນ ແມ່ນໄດ້ເປີດບໍລິການຜູ້ໂດຍສານນັບແຕ່ວັນທີ 4 ທັນວາ 2021 ມາຮອດປັດຈຸບັນໄດ້ 2 ເດືອນກວ່າແລ້ວ, ກ່ຽວກັບແຜນເປີດຂາຍປີ້ລົດໄຟຢູ່ວຽງຈັນເຊັນເຕີ ແມ່ນຢູ່ໃນໄລຍະກຳລັງຕົກແຕ່ງປັບປຸງພື້ນທີ່ ເຊິ່ງຄາດວ່າຈະໄດ້ເປີດບໍລິການໃນໄວໆນີ້ ແລະ ພວກເຮົາໃຫ້ຄວາມສໍາຄັນກ່ຽວກັບການບໍລິການຂາຍປີ້ໃຫ້ປະຊາຊົນ ເນື່ອງຈາກວ່າໃນໄລຍະ 2 ເດືອນກວ່ານີ້ ເຮົາເຫັນໄດ້ເຖິງຄວາມຫຍຸ້ງຍາກຂອງປະຊາຊົນທີ່ມາຊື້ປີ້ ບາງຄົນມາແຕ່ເຊົ້າເກືອບໝົດມື້ຍັງບໍ່ໄດ້ກໍມີ; ດັ່ງນັ້ນ, ພວກເຮົາກໍມີການປຶກສາຫາລືກັບຊ່ຽວຊານດ້ານນີ້ ແລະ ກຳລັງຄົ້ນຄວ້າລະບົບຂາຍອອນລາຍໃນອະນາຄົດ.

ແຕ່ໃນປັດຈຸບັນ, ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນຜູ້ມາຊື້ປີ້ ພວກເຮົາມີມາດຕະການຫຼາຍດ້ານທີ່ຈະເປີດນຳໃຊ້ໃນໄວໆນີ້ ຄື:

1. ໃນວັນເສົາ-ວັນອາທິດ ຖ້າຜູ້ໂດຍສານຫຼາຍ ພວກເຮົາຈະເພີ່ມຖ້ຽວລົດ ພ້ອມເອົາຂະບວນຕໍ່ໃສ່ກັນຈາກຖ້ຽວໜຶ່ງບັນຈຸໄດ້ 700 ຄົນ ກໍຈະຮອງຮັບໄດ້ 1.400 ຄົນ;

2. ລົດໄຟຄວາມໄວທໍາມະດາທີ່ບັນຈຸຄົນໄດ້ 1.000 ກວ່າຄົນ ມາເປີດໃຫ້ບໍລິການໃນເດືອນມີນາ 2022 ນີ້ ເພື່ອແກ້ໄຂປີ້ບໍ່ພໍ ແລະ ຈະຂະຫຍາຍເວລາໃນການຂາຍປີ້ອອກໄປອີກ ເພື່ອອຳນວຍຄວາມສະດວກໃຫ້ຜູ້ໂດຍສານ ແລ່ນມາຊື້ປີ້ແລ້ວຂຶ້ນລົດໄຟໄດ້ເລີຍ.

ສຳລັບການຂາຍປີ້ ພວກເຮົາແມ່ນມີການກຳນົດເວລາ; ດັ່ງນັ້ນ, ຜູ້ໂດຍສານຕ້ອງສຶກສາຂໍ້ມູນກ່ອນຈຶ່ງເຮັດໃຫ້ບໍ່ເສຍເວລາໃນການຢືນລໍຖ້າ. ການຂາຍປີ້ ພວກເຮົາຈະໃຫ້ບູລິມະສິດກັບຜູ້ມາຕໍ່ຄິວຊື້; ດັ່ງນັ້ນ, ພວກເຮົາຈຶ່ງຂະຫຍາຍເວລາໃຫ້ສາມາດຊື້ກ່ອນລ່ວງໜ້າໄດ້ເຖິງ 3 ມື້ ແລະ ສາມາດຈອງປີ້ໄປກັບໄດ້ ແລະ ຊື້ປີ້ກັບໄດ້ຢູ່ທຸກສະຖານີ.

ຕໍ່ກັບປະເດັນທີ່ຜູ້ໂດຍສານບອກວ່າ ພະນັກງານບອກວ່າປີ້ໝົດແລ້ວ ແຕ່ເວລາຂຶ້ນລົດໄຟໄປບ່ອນນັ່ງພັດຍັງວ່າງຢູ່ນັ້ນ ແມ່ນວ່າງແທ້ແຕ່ເຮົາປະໄວ້ໃຫ້ຄົນທີ່ຈອງ ແລະ ຈະຂຶ້ນຢູ່ສະຖານີຕໍ່ໄປ.

ຫາກກໍລະນີທີ່ຊື້ປີ້ແລ້ວ ແຕ່ບໍ່ໄດ້ຂຶ້ນລົດ ແມ່ນສາມາດນຳມາເທີນເອົາເງິນຄືນໄດ້ ເຊິ່ງຈະມີລະບຽບວ່າ ຫັກຈັກເປີເຊັນ.

ຕໍ່ກັບຫາງສຽງການຊື້ປີ້ແລ້ວນໍາໄປຂາຍຕໍ່ ບັນຫານີ້ແມ່ນພວກເຮົາຕໍ່ຕ້ານທີ່ສຸດ ພາຍຫຼັງທີ່ເກີດມີຫາງສຽງດັ່ງກ່າວຂຶ້ນມາ ບໍລິສັດທາງລົດໄຟກໍໄດ້ປະສານສົມທົບກັບເຈົ້າໜ້າທີ່ ປກສ ໂດຍສະເພາະແມ່ນ ກົມຕຳຫຼວດທາງລົດໄຟ ທີ່ມີອ້າຍນ້ອງປະຈຳຢູ່ແຕ່ລະສະຖານີໂດຍສານ ໃຫ້ມີການຕິດຕາມພ້ອມນຳຊອກເອົາຜູ້ກ່ຽວມາປະຕິບັດວິໄນ (ໂດຍສະເພາະແມ່ນ ພະນັກງານພາຍໃນບໍລິສັດ); ຖ້າປະຊາຊົນ ຫຼື ຜູ້ໂດຍສາຍພົບເຫັນ ຫາກມີຫຼັກຖານໃຫ້ນຳມາແຈ້ງກັບເຈົ້າໜ້າທີ່ ພວກເຮົາຈະປະຕິບັດຕາມລະບຽບຫຼັກການ.

ທ່ານ ວົງທອງ ສຸພັນທອງ ກ່າວຕື່ມວ່າ: ສຳລັບສິ່ງອຳນວຍຄວາມສະດວກຕ່າງໆຢູ່ດ້ານນອກໜ້າສະຖານີ ແມ່ນພວກເຮົາຈະໄດ້ເລັ່ງໃຫ້ມີການຈັດສັນໃໝ່ ເຊິ່ງຈະມີທັງບ່ອນຈອດລົດຈັກ, ລົດໃຫຍ່, ຫ້ອງນໍ້າ, ຮ້ານສະດວກຊື້ ແມ່ນກຳລັງອອກແບບ ແລະ ກຳລັງຈະຈັດຕັ້ງໃນມໍ່ໆນີ້; ປັດຈຸບັນ, ຫາກຜູ້ໂດຍສານຢາກເອົາລົດມາຈອດຄ້າງຄືນນັ້ນ ແມ່ນບໍ່ມີຄວາມປອດໄພເທື່ອ; ດັ່ງນັ້ນ, ຕ້ອງລໍໃຫ້ພວກເຮົາປັບປຸງສໍາເລັດກ່ອນ ຈຶ່ງຈະມີຄວາມປອດໄພແລ້ວຈຶ່ງສາມາດຈອດໄດ້.

ທາງລົດໄຟ ລາວ-ຈີນ ຊ່ວງບໍ່ເຕັນ ຫາ ນະຄອນຫຼວງວຽງຈັນ ມີສະຖານີຂົນສົ່ງໂດຍສານທັງໝົດ 10 ສະຖານີ, ສະຖານີທີ່ໄດ້ເປີດໃຫ້ມີການຂົນສົ່ງໂດຍສານແລ້ວມີ 7 ສະຖານີ ຄື: ສະຖານີນະຄອນຫຼວງວຽງຈັນ, ໂພນໂຮງ, ວັງວຽງ, ຫຼວງພະບາງ, ເມືອງໄຊ, ນາເຕີຍ, ບໍ່ເຕັນ.

ສະຖານີທີ່ມີການຂົນສົ່ງສິນຄ້າ ແມ່ນມີ 7 ສະຖານີ ຄື: ສະຖານີວຽງຈັນໃຕ້, ໂພນໂຮງ, ວັງວຽງ, ກາສີ, ຫຼວງພະບາງ, ເມືອງໄຊ, ນາເຕີຍ, ສະຖານີບໍ່ເຕັນ ແມ່ນດ່ານຊາຍແດນ; ສ່ວນສະຖານນີທີ່ໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າແລ້ວ ແມ່ນມີ 3 ສະຖານີ ຄື: ວຽງຈັນໃຕ້, ວັງວຽງ ແລະ ນາເຕີຍ, ເຊິ່ງໃນປັດຈຸບັນໄດ້ດໍາເນີນກິດຈະການຂົນສົ່ງຕູ້ຄອນເທນເນີ (ແຜນການສະຖານີຂົນສົ່ງສິນຄ້າຫຼວງພະບາງ ຈະເປີດບໍລິການ ໃນວັນທີ 22 ກຸມພາ 2022).

ການບໍລິການຂົນສົ່ງສິນຄ້າ ນັບແຕ່ວັນທີ 3 ທັນວາ 2021 ຜ່ານມາ, ເບື້ອງຕົ້ນນີ້ແມ່ນພົບຄວາມຫຍຸ້ງຍາກ ໂດຍສະເພາະແມ່ນຂັ້ນຕອນການແລ່ນເອກະສານຕ່າງໆ, ເຊິ່ງປັດຈຸບັນພວກເຮົາກໍໄດ້ປັບປຸງໃຫ້ເຂົ້າຕາມລະບຽບຂອງພາກລັດ; ມາຮອດປັດຈຸບັນນີ້ ສາມາດຂົນສົ່ງສິນຄ້າໄດ້ 157.000 ກວ່າໂຕນ (ຕາມສະຖິຕິຮອດວັນທີ 13 ກຸມພາ), ສະເລ່ຍມື້ໜຶ່ງຂົນສົ່ງໄດ້ 2.188 ໂຕນ (ມື້ຂົນສົ່ງໄດ້ຫຼາຍທີ່ສຸດຈໍານວນ 6.768 ໂຕນ), ຖ້າເຮົາສາມາດປັບປຸງຂັ້ນຕອນການດໍາເນີນເອກະສານສະດວກ ກໍຈະສາມາດຂົນໄດ້ຫຼາຍຂຶ້ນ.

ການຂົນສົ່ງໂດຍສານ ນັບແຕ່ມື້ເປີດຈົນເຖິງວັນທີ 13 ກຸມພາ, ຂະບວນລົດໄຟຂົນສົ່ງໂດຍສານ ໄດ້ແລ່ນລົດທັງໝົດ 128 ຄູ່, ຈໍານວນປະລິມານການຂົນສົ່ງຜູ້ໂດຍສານແມ່ນ 124.225 ຄົນ, ສະເລ່ຍຈໍານວນການຂົນສົ່ງຜູ້ໂດຍສານຕໍ່ມື້ແມ່ນ 1.721 ຄົນ, ຈໍານວນການຂົນສົ່ງຜູ້ໂດຍສານສູງສຸດຕໍ່ມື້ແມ່ນ 2.804 ຄົນ.