ກົມຕຳຫຼວດຄຸມຂັງ-ດັດສ້າງ (ກົມ 515) ກະຊວງ ປກສ ຈັດພິທີປະກາດເລື່ອນຊັ້ນ, ປັບປຸງກົງຈັກການຈັດຕັ້ງຂັ້ນໜ່ວຍງານ ແລະ ສັບຊ້ອນພະນັກງານ-ນັກຮົບ ທີ່ຂຶ້ນກັບກົມ ໃນວັນທີ 22 ກຸມພາ 2022, ເປັນປະທານໂດຍ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມ 515, ມີຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງຫົວໜ້າຄ້າຍ ພ້ອມດ້ວຍພະນັກງານ-ນັກຮົບອ້ອມຂ້າງ ເຂົ້າຮ່ວມ.

ພັທ ບຸນລ້ຽງ ໄຊປັນຍາ ຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ເຊິ່ງໃນນີ້ໄດ້ເລື່ອນຊັ້ນດັ່ງນີ້:

  • ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈໍານວນ 5 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ ຈຳນວນ 8 ສະຫາຍ

ຈາກນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງ ກົມຕຳຫຼວດຄຸມຂັງ-ດັດສ້າງ ວ່າດ້ວຍ ການແຕ່ງຕັ້ງນາຍ ແລະ ພົນຕໍາຫຼວດ ເປັນຫົວໜ້າ ແລະ ຮອງໜ່ວຍງານ, ກອງຮ້ອຍ, ໝວດ ແລະ ໝູ່ຂອງຫ້ອງການ, ບັນດາພະແນກການ ແລະ ຄ້າຍຄຸມຂັງ-ດັດສ້າງ ທີ່ຂຶ້ນກັບ ກົມຕຳຫຼວດຄຸມຂັງ-ດັດສ້າງ.

ໃນໂອກາດດັ່ງກ່າວ, ພົຈວ ສົມລິດ ດາວຮຸ່ງສຸລິ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ-ນັກຮົບ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຊິ່ງສາມາດເຮັດສຳເລັດໜ້າທີ່ການເມືອງຕາມການມອບໝາຍຂອງຂັ້ນເທິງ, ສາມາດຍາດໄດ້ຜົນງານຫຼາຍດ້ານ ທີ່ພົວພັນເຖິງການປະຕິບັດກົດລະບຽບ, ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະ ຢູ່ແຕ່ລະຂົງເຂດວິຊາສະເພາະໃຫ້ນັບມື້ດີຂຶ້ນ.

ພ້ອມນັ້ນ, ທ່ານຍັງຮຽກຮ້ອງໃຫ້ນາຍຕຳຫຼວດແຕ່ລະສະຫາຍ ຈົ່ງເສີມຂະຫຍາຍທາດແທ້, ມູນເຊື້ອອັນສະຫງ່າງາມຂອງ ກຳລັງປ້ອງກັນຄວາມສະຫງົບ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ສູງຂຶ້ນ, ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງຢ່າງຮອບດ້ານ, ເປັນແບບຢ່າງນໍາໜ້າໃນທຸກຂົງເຂດວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ສຳເລັດ, ຊອກຮູ້ຮໍ່າຮຽນ ເພື່ອພັດທະນາຕົນເອງໃຫ້ເປັນແບບຢ່າງທີ່ດີ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ.