ບໍລິສັດລົດໄຟ ລາວ-ຈີນ ຈໍາກັດ ໄດ້ນໍາຂະບວນລົດໄຟທໍາມະດາມາແລ່ນຄອບຄູ່ກັບຂະບວນ EMU ເຊິ່ງຂະບວນດັ່ງກ່າວຈະເປີດໃຫ້ບໍລິການໃນໄວໆນີ້, ຈະຮອງຮັບຜູ້ໂດຍສານຫຼາຍຂຶ້ນ ແລະ ລາຄາຖືກລົງ ທັງນີ້ເພື່ອອໍານວຍຄວາມສະດວກສະບາຍໃຫ້ຜູ້ເດີນທາງ.

ທ່ານ ວົງທອງ ສຸພັນທອງ ຮອງວິສະວະກອນເອກ ບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ ໃຫ້ຮູ້ວ່າ:

ຂະບວນລົດໄຟຂະບວນທໍາມະດາ ທີ່ສາມາດບັນຈຸຜູ້ໂດຍສານໄດ້ຖ້ຽວລະ 1.000 ກວ່າຄົນ ໄດ້ມາເຖິງນະຄອນຫຼວງວງຈັນ ແລະ ຄາດວ່າຈະໃຫ້ບໍລິການໄດ້ ໃນຕົ້ນເດືອນມີນາ 2022 ນີ້, ເຊິ່ງຈະເຮັດໃຫ້ການຊື້ປີ້ອາດບໍ່ມີບັນຫາອີກຕໍ່ໄປ ທັງລາຄາປີ້ກໍຖືກລົງກວ່າເກົ່າ, ຜູ້ໂດຍສານທີ່ຕ້ອງການເດິນທາງກໍສາມາດໄປສະຖານີຊື້ປີ້ແລ້ວກໍອອກເດີນທາງໄດ້ເລີຍ ແລະ ສາມາດເອົາສິ່ງຂອງຕິດຕົວໄປນໍາໄດ້ຫຼາຍຂຶ້ນ; ເຊິ່ງປັດຈຸບັນພວມກຽມຈະເປີດໃຫ້ບໍລິການສະຖານີກາສີ ແລະ ສະຖານີເມືອງງາຕື່ມອີກ ເຊິ່ງຂະບວນລົດໄຟຈະແວ່ຈອດທຸກສະຖານີ ແຕ່ນະຄອນຫຼວງວຽງຈັນ ເຖິງສະຖານີບໍ່ເຕັນ.

ນອກນີ້, ບໍລິສັດລົດໄຟ ລາວ-ຈີນ ແຈ້ງໃຫ້ຮູ້ວ່າ: ໃນວັນ 22 ກຸມພາ 2022, ບໍລິສັດໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າ ຢູ່ສະຖານີຫຼວງພະບາງ ຢ່າງເປັນທາງການ ເພື່ອຕອບສະໜອງຄວາມຕ້ອງການໃນການຂົນສົ່ງສິນຄ້າໃນປັດຈຸບັນ ແລະ ອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ.

ສະຖານີຫຼວງພະບາງ ຕັ້ງຢູ່ພາກກາງຂອງແລວທາງລົດໄຟ ລາວ-ຈີນ ເຊິ່ງໄດ້ກາຍເປັນສະຖານີຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າທີ່ສຳຄັນ. ສະຖານີດັ່ງກ່າວ ກວມເອົາເນື້ອທີ່ 156 ເຮັກຕາ ແລະ ພື້ນທີ່ຂອງລານຂົນສົ່ງສິນຄ້າມີປະມານ 50.000 ຕາແມັດ, ມີເສັ້ນທາງລົດໄຟເຂົ້າ-ອອກ 4 ສາຍ; ໃນນັ້ນ, ເສັ້ນທາງຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 2 ສາຍ, ເສັ້ນທາງຂົນສົ່ງສິນຄ້າທີ 1 ສາມາດບັນທຸກສິນຄ້າໄດ້ 25 ຕູ້ຄອນເທັນເນີຕໍ່ຄັ້ງ, ເສັ້ນທາງຂົນສົ່ງສິນຄ້າທີ 2 ໄດ້ 26 ຕູ້ຄອນເທັນເນີຕໍ່ຄັ້ງ ແລະ ສະຖານີຫຼວງພະບາງ ມີລານບັນຈຸຕູ້ຄອນເທັນເນີທີ່ສາມາດບັນຈຸໄດ້ 1.568 ຕູ້.

ການບໍລິການຂົນສົ່ງສິນຄ້າ ແມ່ນເປີດ 24 ຊົ່ວໂມງ, ມີຄວາມໂປ່ງໃສ ແລະ ມີການເປີດເຜີຍຄ່າບໍລິການຂົນສົ່ງ ແລະ ຄ່າບໍລິການອື່ນໆທັງໝົດ; ລູກຄ້າສາມາດຮັບການບໍລິການດ້ວຍ 3 ພາສາ ຄື: ຈີນ, ລາວ ແລະ ອັງກິດ. ພ້ອມກັນນັ້ນ, ຍັງມີການບໍລິການຮັບ-ສົ່ງສິນຄ້າ ເຖິງຈຸດທີ່ລູກຄ້າກຳນົດເອົາສິນຄ້າລົງເອງ ໄລຍະບໍ່ເກີນ 30 ກິໂລແມັດ. ໃນໄລຍະເລີ່ມຕົ້ນຂອງການຂົນສົ່ງ, ສິນຄ້າຂາອອກຕົ້ນຕໍແມ່ນ ໂລຫະ, ແຮ່ ແລະ ຊີມັງ, ສ່ວນສິນຄ້າຂາເຂົ້າ ສ່ວນ ໃຫຍ່ແມ່ນຖ່ານຫີນ ແລະ ສິນຄ້າທົ່ວໄປ.

ປັດຈຸບັນ, ບໍລິສັດທາງລົດໄຟ ລາວ-ຈີນ ມີສະຖານີຂົນສົ່ງສິນຄ້າທີ່ເປີດບໍລິການແລ້ວ 4 ສະຖານີ ຄື: ສະຖານີວຽງຈັນໃຕ້, ສະຖານີນາເຕີຍ, ສະຖານີວັງວຽງ ແລະ ສະຖານີຫຼວງພະບາງ, ເຊິ່ງສາມາດຕິດຕໍ່ຫ້ອງບໍລິການຂົນສົ່ງສິນຄ້າ ສະຖານີວຽງຈັນໃຕ້, ສະຖານີວັງວຽງ ແລະ ສະຖານີນາເຕີຍ.