ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ບັນດາກົມກອງກຳລັງຫຼວງເຂດໃຈກາງນະຄອນຫຼວງວຽງຈັນ ເພື່ອຮັບປະກັນໃຫ້ວຽກ ງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນສູງ, ພ້ອມກັນຍົກສູງຄວາມຮັບຜິດຊອບຮີບຮ້ອນນຳເອົາເນື້ອໃຈຈິດໃຈ 2 ວາລະແຫ່ງຊາດດັ່ງກ່າວ, ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ຂະບວນການ-ວຽກງານຕົວຈິງຂອງກົມກອງໃຫ້ເຂົ້າໃຈຢ່າງເລິກເຊິ່ງ, ທົ່ວເຖິງ, ເປັນຂະບວນກວ້າງຂວາງ ແລະ ກາຍເປັນຮູບປະທຳ; ໃນວັນທີ 22 ກຸມ ພາ 2022, ມີຄະນະພັກ-ຄະນະນໍາບັນດາອົງການກົມໃຫຍ່, ຫ້ອງວ່າການກະຊວງ, ຫ້ອງການ ປກຊ-ປກສ ສູນກາງ ແລະ ກົມວິທະຍາສາດ-ປະຫວັດສາດການທະຫານ, ກອງບັນຊາການທະຫານອາກາດ, ວິທະຍາຄານ, ໂຮງໝໍ, ກົມ, ຫ້ອງການ, ກອງພັນໃຫຍ່ອ້ອມຂ້າງກະຊວງປ້ອງກັນປະເທດ.

ໃນກອງປະຊຸມເຜີຍແຜ່ ພົທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຍົກໃຫ້ເຫັນເນື້ອໃນສຳຄັນຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ (2021-2023) ວ່າ: ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກຳນົດທັດສະນະຂອງພັກກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢ່າງຖືກຕ້ອງ ແລະ ຈະແຈ້ງ ໂດຍໄດ້ກຳນົດວ່າຄື: ຖືເອົາການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາໜີ້ສິນສາທາລະນະເປັນໜ້າທີ່ໃຈ ກາງຂອງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນໃນໄລຍະປັດຈຸບັນ, ຖືເອົາການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ໜີ້ສິນສາທາລະນະເປັນໂອກາດໃນການສ້າງປະຖົມປັດໄຈຍູ້ແຮງຂະບວນການພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ; ຖືເອົາການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ໜີ້ສິນສາທາລະນະເປັນການຍູ້ແຮງຂະບວນການປັບປຸງ ແລະ ຍົກສູງປະສິດທິພາບໃນການຄຸ້ມຄອງລັດດ້ວຍກົດໝາຍໃຫ້ມີຄວາມສັກສິດ ແລະ ເຂັ້ມງວດກວ່າເກົ່າ ແລະ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ຕ້ອງຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບ ຮ້ອຍຂອງສັງຄົມ.

ຈາກນັ້ນ, ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ເຜີຍແຜ່ເນື້ອໃນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023) ແມ່ນການສຸມທຸກກຳລັງແຮງສັງລວມເຂົ້າໃສ່ການແກ້ໄຂບັນຫາສຳຄັນ, ຈຳເປັນ ແລະ ຮີບ ດ່ວນຂອງຊາດ ທີ່ໄດ້ສະສົມມາຫຼາຍປີໃຫ້ຫຼຸດລົງຢ່າງຈະແຈ້ງໃນກໍານົດເວລາທີ່ແນ່ນອນ ໂດຍຖືເອົາການແກ້ໄຂບັນຫາດັ່ງກ່າວເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ; ໃນນີ້, ພາກທີ II ໄດ້ລະບຸຫຼັກການຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ນອກຈາກຕ້ອງຍຶດໝັ້ນຕາມຫຼັກການນຳພາຂອງພັກ ແລ້ວຍັງຈະຕ້ອງສຸມໃສ່ 3 ຫຼັກການຕົ້ນຕໍ ເພື່ອເປັນທິດທາງໃນການຈັດຕັ້ງຜັນຂະຫຍາຍບັນດາມາດຕະການທີ່ໄດ້ກຳນົດໄວ້ໃນວາລະແຫ່ງຊາດໃຫ້ມີຜົນສຳເລັດ ຄື: ຄວາມເດັດຂາດ, ຄວາມໂປ່ງໃສ ແລະ ຄວາມເປັນມືອາຊີບ.