ໃນປີຜ່ານມາ, ກົມເສນາທິການຫ້ອງວ່າການກະຊວງ ປກສ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດວຽກງານວິຊາສະເພາະແມ່ນມີຄວາມຮັບປະກັນ ແລະ ມີຜົນສໍາເລັດ ເປັນຕົ້ນວຽກງານຄົ້ນຄວ້າສັງລວມ-ສ້າງແຜນການແມ່ນໄດ້ເອົາໃຈໃສ່ຄົ້ນຄວ້າຄວ້າ, ແຕ່ງເອກະສານຕາມທິດຊີ້ນໍາຂອງຂັ້ນເທິງ ແລະ ຄວາມຕ້ອງການຂອງວຽກງານຕົວຈິງ, ເກັບກໍາສະເພາະຄົ້ນຄວ້າສະຫຼຸບເປັນແຕ່ລະເດືອນລາຍງານລັດຖະມົນຕີ ແລະ ຄະນະນໍາກະຊວງໄດ້ເປັນປົກກະຕິ.

ກອງປະຊຸມສະຫຼຸບວຽກງານປະຈໍາປີ 2021 ແລະ ວາງທິດທາງແຜນການປີ 2022 ຂອງກົມເສນາທິການຫ້ອງວ່າການກະຊວງ ປກສ ໃນວັນທີ 22 ກຸມພາ 2022, ເຂົ້າຮ່ວມໂດຍ ພົຈວ ຈັນສະແຫວງ ທິບຄູນທອງ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີຄະນະພັກ-ຄະນະກົມ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັອ ວີທອງ ພົມທະວີ ຫົວໜ້າກົມເສນາທິການກ່າວວ່າ: ວຽກງານຄົ້ນຄວ້າສັງລວມ-ສ້າງແຜນການເອົາໃຈໃສ່ຄົ້ນຄວ້າ, ແຕ່ງເອກະສານຕາມທິດຊີ້ນຳຂອງຂັ້ນເທິງ ແລະ ຄວາມຕ້ອງການຂອງວຽກງານຕົວຈິງ, ປະສານສົມທົບກົມກອງອ້ອມຂ້າງ ແລະ ປກສ ທ້ອງຖິ່ນກ່ຽວກັບຂໍ້ມູນຕ່າງໆທີ່ພົວພັນເຖິງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມໃນທົ່ວປະເທດ, ຕິດຕາມ, ເກັບກຳສະພາບຄົ້ນຄວ້າສະຫຼຸບເປັນແຕ່ລະເດືອນລາຍ ງານ ທ່ານລັດຖະມົນຕີ ແລະ ຄະນະນຳ ກະຊວງໄດ້ເປັນປົກກະຕິ, ກວດກາບັນດາເອກະສານ ພ້ອມລົງຄຳເຫັນສະເໜີຂໍທິດຊີ້ນໍາ ແລະ ລາຍເຊັນຂັ້ນເທິງ, ຄົນຄວ້າສ້າງເອກະສານຕ່າງໆ ເປັນຕົ້ນແມ່ນການສ້າງເອກະສານບົດແນະນຳວຽກງານເສນາທິການ, ບົດສະຫຼຸບປະຈຳເດືອນ, 6 ເດືອນ, ປະຈຳປີ, ເຮັດແຈ້ງການ, ແຈ້ງຕອບໂທລະສັບສາຍດ່ວນ, ບົດລາຍງານ, ໂທລະເລກ, ບົດຄໍາເຫັນ, ສະໂຫດນໍາສົ່ງ, ບົດຊີ້ແຈງ ຈໍານວນ 791 ສະບັບ, ເຮັດບົດລາຍງານສະພາບທີ່ພົ້ນເດັ່ນກ່ຽວກັບຄວາມບໍ່ສະຫງົບທາງດ້ານການເມືອງ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ເພື່ອລາຍງານຕໍ່ກອງປະຊຸມສ່ອງແສງຂອງລັດຖະບານ (ໄໝສາມັນ) ແຕ່ລະເດືອນມີ 12 ຄັ້ງ, ມີ 132 ສະບັບ, ສ້າງເອກະສານຕ່າງໆຮັບໃຊ້ກອງປະຊຸມ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຂອງກະຊວງ ປກສ, ສ້າງເອກະສານຕ່າງໆຮັບໃຊ້ບັ້ນເລືອກຕັ້ງ ສຊ ຊຸດທີ IX ແລະ ຜຂ ຊຸດທີ II ຈຳນວນ 36 ສະບັບ.

ວຽກງານວາງແຜນສູ້ຮົບໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ໜ້າທີ່ເປັນເສນາທິການໃນການປະສານງານກັບບັນດາກົມ-ກອງອ້ອມຂ້າງກະຊວງ ປກສ ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າສ້າງແຜນ ແລະ ຈັດຕັ້ງກຳລັງເຂົ້າຮ່ວມປ້ອງກັນກອງປະຊຸມ, ງານພິທີສຳຄັນຕ່າງໆທັງລະດັບ ຊາດ-ສາກົນ, ຄະນະຜູ້ແທນຂັ້ນສູງ, ແຂກພາຍໃນ ແລະ ຕ່າງປະເທດທີ່ມາເຮັດວຽກ, ຢ້ຽມຢາມ ສປປ ລາວ. ໃນ 1 ປີຜ່ານມາ, ນາຍ ແລະ ພົນຕຳ ຫຼວດກົມເສນາທິການໄດ້ເປັນກຳລັງສຳຄັນໃນການວາງແຜນ, ປະສານງານ ແລະ ເຂົ້າຮ່ວມວຽກງານປ້ອງກັນ, ຮັບປະກັນໄດ້ຄວາມສະຫງົບ, ເປັນ ລະບຽບຮຽບຮ້ອຍ ແລະ ປອດໄພດີ.

ທິດທາງແຜນການໃນຕໍ່ໜ້າ, ສືບຕໍ່ປະຕິບັດຕາມພາລະບົດບາດເປັນເສນາທິການດ້ານເນື້ອໃນ, ເອົາໃຈໃສ່ນໍາພາຄົ້ນຄວ້າສັງລວມບັນດາຂໍ້ມູນຂ່າວສະພາບຕ່າງໆທີ່ພົວພັນເຖິງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມໃນທົ່ວປະເທດ ເພື່ອສະຫຼຸບລາຍງານໃຫ້ທ່ານລັດຖະມົນຕີ ແລະ ຄະນະນຳກະຊວງໃຫ້ເປັນປົກກະຕິ.