ວັນທີ 22 ກຸມພານີ້, ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງ ປກສ ຈັດພິທີເຜີຍແຜ່ເຊື່ອມຊຶມເອກະສານ ເພື່ອເປີດບັ້ນດຳເນີນຊີວິດການເມືອງ ປະຈໍາປີ 2021, ເປັນປະທານໂດຍ ສະຫາຍ ພົຈວ ສົມພົງ ຂໍາວິລຸນ ຄະນະພັກກະຊວງ ຫົວໜ້າກອງບັນຊາການ ປກ, ມີຄະນະກອງບັນຊາ ການ, ພ້ອມດ້ວຍບັນດາຫ້ອງ, ກອງພັນ, ກອງຮ້ອຍ, ໂຮງຮຽນ ແລະ ສະມາຊິກພັກ-ພະນັກງານ ເຂົ້າຮ່ວມ.

ສະຫາຍ ພົຈວ ສົມພົງ ຂໍາວິ ລຸນ ກ່າວວ່າ: ການເປີດບັ້ນດຳເນີນຊີວິດການເມືອງທົ່ວກຳລັງປ້ອງ ກັນສູນກາງ ປະຈໍາປີ 2021 ຄັ້ງນີ້ ເພື່ອເຮັດໃຫ້ນາຍ ແລະ ພົນຕໍາ ຫຼວດຢູ່ບັນດາຫ້ອງ, ກອງພັນ, ກອງ ຮ້ອຍ, ໂຮງຮຽນ ເຊື່ອມຊຶມກຳ ແໜ້ນທາດມູນເຊື້ອປະຕິວັດອັນ ສະຫງ່າງາມ, ຜົນງານໄຊຊະນະອັນ ໃຫຍ່ຫຼວງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນເຮົາຕະຫຼອດໄລຍະຜ່ານມາ ພາຍໃຕ້ການນຳພາເດັດຂາດໂດຍກົງ ແລະ ຮອບດ້ານ ພ້ອມກັນປົກປັກຮັກສາຫາຂໍ້ມູນເຊື້ອດັ່ງກ່າວໃຫ້ນັບມື້ນັບຈະເລີນງອກງາມຂຶ້ນເລື້ອຍໆ ແລະ ຍັງເປັນການສຳລວດກວດກາຄືນສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ການຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕຳຫຼວດຢູ່ໃນທົ່ວກອງບັນຊາການປ້ອງກັນສູນກາງໄລຍະ 1 ປີ ທີ່ຜ່ານມາ; ເຊິ່ງການເປີດບັ້ນດໍາເນີນຊີວິດໃນຄັ້ງນີ້ ຈະເຮັດໃຫ້ນາຍ ແລະ ພົນຕຳຫຼວດທຸກສະ ຫາຍມີການຫັນປ່ຽນຢ່າງລະແຈ້ງ, ຕັ້ງໜ້າຝືກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ ເພື່ອເຮັດໃຫ້ຕົນເອງກາຍເປັນນາຍ ແລະ ພົນຕໍາຫຼວດທີ່ມີຄຸນທາດການເມືອງໜັກແໜ້ນມີຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່ການເມືອງຢ່າງມີຜົນສຳເລັດ.

ເອກະສານທີ່ນໍາມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ປະກອບມີ: ເອກະສານເສີມຂະຫຍາຍທາດແທ້-ມູນເຊື້ອປະຕິວັດອັນສະຫງ່າງາມຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ; ເອກະສານຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕໍາ ຫຼວດໃນໄລຍະໃໝ່; ເອກະສານຈັນຍາບັນ ແລະ ຈັນຍາທໍາຂອງນາຍ ແລະ ພົນຕໍາຫຼວດ; ພາຍຫຼັງເຜີຍແຜ່ເອກະສານສໍາເລັດ ຍັງໄດ້ແນະ ນໍາກ່ຽວກັບການຂຽນໃບສໍາຫຼວດຕົນເອງຂອງນາຍ ແລະ ພົນຕໍາຫຼວດໃນການເປີດບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2021.