ໃນເດືອນກຸມພາ 2022, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ສາມາດບໍລິການຕິດປ້າຍລົດໄດ້ໃນທົ່ວປະເທດ 14.000 ກວ່າຄັນ; ໃນນີ້, ສ່ວນຫຼາຍແມ່ນລົດ 2 ລໍ້ ສາມາດຕິດໄດ້ເກືອບ 9.000 ຄັນ.

+ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ:

ສະເພາະເດືອນກຸມພາ 2022 ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ສາມາດບໍລິການຕິດປ້າຍລົດໃນທົ່ວປະເທດໄດ້ທັງໝົດ 14.036 ຄັນ; ໃນນີ້, ລົດ 2 ລໍ້ 8.968 ຄັນ, ລົດ 4 ລໍ້ 4.496 ຄັນ ແລະ ລົດ 6 ລໍ້ 572 ຄັນ.

+ ສະເພາະແຂວງທີ່ຕິດປ້າຍລົດໄດ້ຫຼາຍກວ່າໝູ່ ປະກອບມີ:

  • ນະຄອນຫຼວງວຽງຈັນ 5.802 ຄັນ
  • ສະຫວັນນະເຂດ 1.669 ຄັນ
  • ຫຼວງພະບາງ 1.029 ຄັນ
  • ຈໍາປາສັກ 917 ຄັນ

ໃນຕໍ່ໜ້ານີ້, ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ຈະສືບຕໍ່ຊີ້ນໍາ-ນໍາພາກຳລັງຕໍາຫຼວດຈະລາຈອນເພີ່ມທະວີ ແລະ ຄຸ້ມຄອງການຕິດປ້າຍລົດໃຫ້ສອດຄ່ອງຕາມລະບຽບການ ພ້ອມທັງສຸມໃສ່ແກ້ໄຂບັນຫາປ້າຍບໍ່ຖືກຕ້ອງ ຫຼື ປ້າຍຊໍ້າຊ້ອນກັນ ແລະ ລົດບໍ່ຕິດປ້າຍ ໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້.