ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023) ແມ່ນການສຸມທຸກກໍາລັງແຮງ ສັງລວມເຂົ້າໃສ່ການແກ້ໄຂບັນຫາສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງຊາດ ທີ່ໄດ້ສະສົມມາຫຼາຍປີໃຫ້ຫຼຸດລົງຢ່າງຈະແຈ້ງ ໃນກໍານົດເວລາທີ່ແນ່ນອນ ໂດຍຖືເອົາການແກ້ໄຂບັນຫາດັ່ງກ່າວເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ.

ວຽກງານຈຸດສຸມຂອງ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023) ແມ່ນປະກອບມີຫຼາຍວຽກທີ່ຈະຕ້ອງໄດ້ພ້ອມກັນສຸມໃສ່; ໜຶ່ງໃນວຽກງານທີ່ສໍາຄັນອີກຢ່າງໜຶ່ງ ກໍຄື ການສ້າງຄວາມຮັບຮູ້ໃນທົ່ວສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ; ໃນນີ້ການຜະລິດສື່ໂຄສະນາ ແລະ ອຸປະກອນຮັບໃຊ້ການສຶກສາອົບຮົມ ໂດຍການຈັດພິມປຶ້ມກົດໝາຍ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບວຽກງານການໂຄສະນາຕ້ານຢາເສບຕິດ, ສະກັດກັ້ນບັນຫາຢາເສບຕິດ; ພ້ອມນີ້, ກໍຕ້ອງໄດ້ລົງສຶກສາອົບຮົມບັນດາສໍານັກງານ-ອົງການ, ສະຖາບັນສຶກສາ, ສະຖາບັນຄອບຄົວໃຫ້ທົ່ວເຖິງ ເພື່ອເປັນການປູກຈິດສໍານຶກໃຫ້ເຂົາເຈົ້າຮັບຮູ້ໄດ້ເຖິງໄພອັນຕະລາຍຂອງຢາເສບຕິດ.

ຄືດັ່ງໃນວັນທີ 18 ກຸມພາ 2022, ກອງບັນຊາການ ປກສ ເມືອງປະທຸມພອນ ແຂວງຈໍາປາສັກ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ປີ 2021-2023, ເຂົ້າຮ່ວມໂດຍ ພັອ ສີວິໄລ ແກ້ວປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ທ່ານ ນາງ ຄຳມ່ວນ ຊາມົນຕີ ຮອງເຈົ້າເມືອງປະທຸມພອນ, ພັທ ບຸນປອນ ວົງຄຳສຸກ ຮອງຫົວໜ້າກອງບັນຊາການ ປກສ ເມືອງປະທຸມພອນ ພ້ອມຄະນະ, ມີພະແນກການ ກົມກອງອ້ອມຂ້າງເມືອງ, ກອງບັນຊາການທະຫານເມືອງ, ມີຄະນະພະແນກ, ປກສ ບໍລິການປະຊາຊົນ, ພະນັກງານວິຊາການ ພ້ອມດ້ວຍນາຍບ້ານ 68 ບ້ານ ໃນທົ່ວເມືອງປະທຸມພອນ ເຂົ້າຮ່ວມ.

ໃນພິທີ ພັທ ບຸນປອນ ວົງຄຳສຸກ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1851/ປກສ ລົງວັນທີ 8 ຕຸລາ 2021 ກ່ຽວກັບການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ເຊິ່ງບັນຫາຢາເສບຕິດ ແມ່ນບັນຫາໜຶ່ງທີ່ເປັນບັນຫາປະກົດການຫຍໍ້ທໍ້ ທີ່ກໍ່ໃຫ້ເກີດອາຊະຍາກຳທີ່ມີຄວາມອັນຕະລາຍຢ່າງຮ້າຍແຮງຕໍ່ຄອບຄົວ ກໍຄື ສັງຄົມ, ທັງເປັນໄພຂົ່ມຂູ່ຕໍ່ການສ້າງສາພັດທະ ນາເສດຖະກິດ-ສັງຄົມຂອງຊາດ ເວົ້າລວມ, ເວົ້າສະເພາະກໍແມ່ນ ເມືອງປະທຸມພອນ ເຊິ່ງຈະຕ້ອງໄດ້ພ້ອມກັນສຸມໃສ່ຮີບຮ້ອນແກ້ໄຂເປັນວາລະແຫ່ງ ຊາດ.

ທັງນີ້, ທາງຄະນະນຳຂັ້ນແຂວງ ແລະ ຂັ້ນເມືອງ ພາຍໃນແຂວງຈຳປາສັກ ກໍໄດ້ນຳເອົາ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ມາຈັດຕັ້ງຜັນ ຂະຫຍາຍເປັນວາລະຂອງແຂວງ, ຂອງເມືອງ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດແນໃສ່ຍົກສູງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ, ຄວາມເປັນເອກະພາບທາງດ້ານທັດສະນະ ແລະ ຄວາມຮັບຜິດຊອບໃນການຊີ້ນຳ-ນຳພາກຳແໜ້ນເນື້ອໃນສຳຄັນທີ່ເປັນພື້ນຖານ, ຮັບປະກັນໃຫ້ແກ່ການແກ້ໄຂບັນຫາຢາເສບຕິດດຳເນີນໄປເປັນລະບົບຕໍ່ເນື່ອງ, ໂປ່ງໃສ, ເຂັ້ມງວດ ແລະ ທັນສະພາບການ ເພື່ອແກ້ໄຂສາເຫດຕົ້ນຕໍເງື່ອນໄຂທີ່ພາໃຫ້ເກີດບັນຫາຢາເສບຕິດໃຫ້ຖືກກັບສະພາບ, ຈຸດພິເສດຂອງແຕ່ລະທ້ອງຖິ່ນ, ເສີມຂະຫຍາຍຜົນສຳເລັດທີ່ຍາດມາໄດ້, ພ້ອມກັນປັບປຸງແກ້ໄຂດ້ານອ່ອນ, ຂໍ້ຄົງຄ້າງໃຫ້ດີຂຶ້ນ, ສຸມໃສ່ໂຄສະນາສຶກສາອົບຮົມຜົນຮ້າຍຂອງຢາເສບຕິດ ແລະ ລະບຽບກົດໝາຍໃນທຸກຂົງເຂດພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

ນອກນີ້, ກໍຕ້ອງໄດ້ຍົກສູງວຽກງານວິຊາສະເພາະ ໃຫ້ມີປະສິດທິພາບສູງ, ແກ້ໄຂບັນຫາຢາເສບຕິດຢ່າງເປັນລະບົບ ດ້ວຍການຄວບຄຸມສະກັດກັ້ນບັນຫາຢາເສບຕິດ ໃຫ້ຫຼຸດໜ້ອຍຖອຍລົງ, ແກ້ໄຂພື້ນທີ່ຫຼ່ໍແຫຼມ, ຊອກຮູ້ແກ້ໄຂເປົ້າໝາຍຜະລິດ, ຂົນສົ່ງ ແລະ ຄ້າຂາຍ ແລະ ຂຶ້ນສະຖິຕິຜູ້ເສບຢາເສບຕິດຢູ່ໃນສັງຄົມໃຫ້ມີຄວາມຊັດເຈນ ພ້ອມທັງສຸມໃສ່ວຽກງານຟື້ນຟູບຳບັດປິ່ນປົວຜູ້ເສບຢາເສບຕິດໃຫ້ດີຂຶ້ນ ແລະ ຮັບປະກັນໃຫ້ບັນຫາເສບຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ໃນຕອນທ້າຍ, ພັອ ສີວິໄລ ແກ້ວປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຊີ້ນຳບາງບັນຫາໃຫ້ ຄະນະພັກ-ຄະນະນໍາ ປກສ ເມືອງປະທຸມພອນ ຕະຫຼອດຮອດຜູ້ເຂົ້າຮ່ວມ ຈົ່ງນໍາເອົາເນື້ອໃນຈິດໃຈ, ທິດຊີ້ນຳຂອງຂັ້ນເທິງ ເປັນຕົ້ນແມ່ນ: ການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ມອບໃຫ້ກຳລັງວິຊາສະເພາະ ແລະ ພາກສ່ວນທີ່ກ່ຽວຂ້ອງໃນທົ່ວເມືອງປະທຸມພອນ ປະຕິບັດຕາມທິດຊີ້ນຳຂອງແຂວງ ແລະ ຕາມທິດຂອງກະຊວງ ເພື່ອໃຫ້ສອດຄ່ອງກັບທິດ 3 ສ້າງ ຄື: ສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ ແລະ ປອດຢາເສບຕິດ.