ໃນວັນທີ 25 ກຸມພາ, ຢູ່ທີ່ຫ້ອງປະຊຸມ ສູນຝືກອົບຮົມວິຊາຊີບ ແຂວງຄຳມ່ວນ ໄດ້ມີພິທີປະກາດການຈັດຕັ້ງ ຄະນະຮາກຖານຊາວໜຸ່ມ, ຄະນະກຳມະບານຮາກຖານ ແລະ ໜ່ວຍສະຫະພັນແມ່ຍິງ ຂອງດ່ານສາກົນນາເພົ້າ ແຂວງຄຳມ່ວນ, ໂດຍການເຂົ້າຮ່ວມຂອງ ພັທ ພົມມະນີ ໄຊຍະລາດ ຫົວໜ້າຄຸ້ມຄອງດ່ານສາກົນນາເພົ້າ, ທ່ານ ສາຍຄຳ ພະໄຊສິດທິເດດ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ແກ້ວວິໄລ ໄຊຍະທິລາດ ຮອງປະທານສະຫະພັນກຳມະບານແຂວງ, ມີຄະນະກອງບັນຊາການ ປກສ ແຂວງ, ຄະນະດ່ານ, ພະນັກງານວິຊາການ, ພະນັກງານຫຼັກແຫຼ່ງ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ໄມໂຮມ ໄຊຍະແສງ ຫົວໜ້າຫ້ອງການບໍລິຫານດ່ານສາກົນນາເພົ້າ ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ສະພາບການເຄື່ອນໄຫວຂອງ ດ່ານສາກົນນາເພົ້າ ແຂວງຄຳມ່ວນ ວ່າ:

ດ່ານສາກົນນາເພົ້າ ເປັນອົງການຈັດຕັ້ງພັກໜຶ່ງ ທີ່ຂຶ້ນກັບ ສໍານັກງານປົກຄອງແຂວງ, ມີພາລະບົດບາດເປັນເສນາທິການວຽກພັກ ແລະ ການຄຸ້ມຄອງບໍລິຫານລັດ ຢູ່ໃນຂອບເຂດຊາຍແດນ ໃຫ້ອົງການປົກຄອງແຂວງ ແລະ ຮັບປະກັນໃຫ້ບັນດາຂະແໜງການສະເພາະ ໄດ້ເຄື່ອນໄຫວຢ່າງຄ່ອງຕົວ.

ດ່ານສາກົນນາເພົ້າ ປະກອບມີ ຫົວໜ້າ, ຄະນະຄຸ້ມຄອງດ່ານ ມີ 4 ທ່ານ, ພະນັກງານລັດຖະກອນ ແລະ ພະນັກງານອາສາຊ່ວຍວຽກ ທີ່ປະຈຳການຢູ່ດ່ານ ລວມທັງໜົດ 102 ທ່ານ ຍິງ 10 ທ່ານ, ມີອາສາຊ່ວຍວຽກ 11 ທ່ານ, ມີສະມາຊິກພັກສົມບູນ 75 ສະຫາຍ ຍິງ 8 ສະຫາຍ, ສະມາຊິກພັກສຳຮອງ 8 ສະຫາຍ ຍິງ 1 ສະຫາຍ, ສະມາຊິກຊາວໜຸ່ມ ທັງໜົດ 95 ສະຫາຍ ຍິງ 13 ສະຫາຍ, ປະກອບມີ 5 ຂະແໜງ ຄື: ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ, ຂະແໜງພາສີ, ຂະແໜງກະສິກຳ, ຂະແໜງສາທາລະນະສຸກ ແລະ ຫ້ອງການບໍລິຫານດ່ານ.

ຈາກນັ້ນ, ທ່ານ ນາງ ນະພາພອນ ທ່ອນພິລາວັນ ຫົວໜ້າຂະແໜງຈັດຕັ້ງ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງ ຄະນະຮາກຖານຊາວໜຸ່ມ ດ່ານສາກົນນາເພົ້າ ແຂວງຄຳມ່ວນ, ຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງ ຄະນະໜ່ວຍສະຫະພັນແມ່ຍິງ ດ່ານສາກົນນາເພົ້າ ແຂວງຄຳມ່ວນ ແລະ ຂໍ້ຕົກລົງວ່າດ້ວຍ ການສ້າງຕັ້ງ ແລະ ແຕ່ງຕັ້ງບົ່ງຕົວ ຄະນະກຳມະບານຮາກຖານ ດ່ານສາກົນນາເພົ້າ ແຂວງຄຳມ່ວນ ເຊິ່ງມີລາຍລະອຽດດັ່ງນີ້:

+ ຄະນະຮາກຖານຊາວໜຸ່ມ ດ່ານສາກົນນາເພົ້າ ແຂວງຄຳມ່ວນ:

  • ແຕ່ງຕັ້ງ ຮອ ວິລະຍຸດ ຈັນທະຂິນ ເປັນ ເຂລາ
  • ຮອ ຫຼຽນໄຊ ວົງອຳນາດ ເປັນ ຮອງເລຂາ ທັງເປັນ ປະທານກວດກາ
  • ແຕ່ງຕັ້ງອີກ 3 ສະຫາຍ ເປັນ ຄະນະ

+ ຄະນະໜ່ວຍສະຫະພັນແມ່ຍິງ:

  • ແຕ່ງຕັ້ງ ນາງ ເພັດມະນີ ຄຳສະຫວັດ ເປັນ ປະທານ
  • ນາງ ດາວອນ ວໍລະປັນຍາ ເປັນ ຮອງປະທານ ທັງເປັນ ປະທານກວດກາ
  • ນາງ ນິຕະນາ ລາດຊະວົງ ເປັນ ຄະນະ

+ ຄະນະກຳມະບານຮາກຖານ ດ່ານສາກົນນາເພົ້າ ແຂວງຄຳມ່ວນ:

  • ແຕ່ງຕັ້ງບົ່ງຕົວ ທ່ານ ແກ້ວວຽງທອງ ຈຸນລະມະນີ ເປັນ ປະທານຊີ້ນຳລວມ
  • ທ່ານ ຄຳໃສ ສຸວັນນະລາດ ເປັນ ຮອງປະທານ ທັງເປັນ ປະທານກວດກາ
  • ທ່ານ ບຸນມີ ວົງໄຊຍະລາດ ເປັນ ຄະນະ