ພິທີມອບ-ຮັບ ແລະ ເປີດການນຳໃຊ້ ຫ້ອງການປະສານງານ ຕ້ານອາຊະຍາກຳຂ້າມຊາຍແດນ ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນອາທິດຜ່ານມາ ຢູ່ທີ່ບ້ານແດນສະຫວັນ ເມືອງເຊໂປນ ແຂວງສະະຫວັນນະເຂດ ສປປ ລາວ, ກ່າວມອບໂດຍ ພັອ ເລເພື່ອງ ນາມ ຮອງກອງບັນຊາການຕຳຫຼວດ ແຂວງກວາງຈິ ສສ ຫວຽດນາມ ແລະ ກ່າວຮັບໂດຍ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ເຂົ້າຮ່ວມເປັນສັກຄີພະຍານມີ ພັອ ອະນຸເດດ ຄູນຄຳ ຮອງຫ້ອງວ່າການກະຊວງ ປກສ, ທ່ານ ທອງໃສ ໄຊຍະວົງດຳດີ ຫົວໜ້າຫ້ອງວ່າການ ແຂວງສະຫວັນນະເຂດ, ບັນດາເຈົ້າເມືອງອ້ອມຂ້າງ, ມີຜູ້ຕາງໜ້າບໍລິສັດຮັບເໝົ່າກໍ່ສ້າງ, ມີພະນັກງານທີ່ກ່ຽວຂ້ອງ ພ້ອມດ້ວຍນາຍບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວ ເຂົ້າຮ່ວມ.

ຫ້ອງການປະສານງານຕ້ານອາຊະຍາກຳຂ້າມຊາຍແດນ ລາວ-ຫວຽດນາມ ຢູ່ແຂວງສະຫວັນນະເຂດ ເຊິ່ງມີແຜນກໍ່ສ້າງທັງໝົດ19 ຫຼັງ ທີ່ຕິດພັນກັບ 3 ເມືອງ ຄື: ເມືອງ ເຊໂປນ, ເມືອງນອງ ແລະ ເມືອງວິລະບູລີ, ມາຮອດປັດຈຸບັນແມ່ນສຳເລັດແລ້ວຕາມຈຸດປະສົງ ຈໍານວນ 1 ຫຼັງ ຢູ່ກຸ່ມບ້ານແດນສະຫວັນ.

ໂດຍຫ້ອງການດັ່ງກ່າວ ສາມາດຮັບຮອງພະນັກງານ ຈໍານວນ 30 ສະຫາຍ, ອາຄານການກໍ່ສ້າງແມ່ນ ເບຕົງເສີມເຫຼັກ, ຫຼັງຄາມຸງດ້ວຍແຜ່ນອາໂລຊີ້ງ ເພື່ອກັນຄວາມຮ້ອນ, ຮູບແບບລັກສະນະ ຂະໜາດ 6 ຄູນ 6 ແມັດ.

ການສ້າງຫ້ອງການປະສານງານ ຕ້ານອາຊະຍາກຳຂ້າມຊາຍແດນ ລາວ-ຫວຽດນາມ ໃນຄັ້ງນີ້ ແມ່ນການຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກຊ່ວຍຈໍາ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ທັງເປັນການຈັດຕັ້ງປະຕິບັດຕາມບົດບັນທຶກເພີ່ມເຕີມ ໃນແຜນການຮ່ວມມື ປະຈໍາປີ 2020 ກ່ຽວກັບ ການເພີ່ມທະວີຮ່ວມມືຕໍ່ສູ້ສະກັດກັ້ນຢາເສບຕິດ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ກັບ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ທີ່ໄດ້ລົງນາມເຊັນຮ່ວມມືກັນ ໃນຄັ້ງວັນທີ 9 ສິງຫາ 2021 ຢູ່ນະຄອນຫຼວງວຽງຈັນ.

ສິ່ງດັ່ງກ່າວສະແດງໃຫ້ເຫັນໄດ້ວ່າ: ບັນຍາກາດແຫ່ງການຈັດຕັ້ງເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານໃນໄລຍະໃໝ່ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ຍິ່ງເພີ່ມທະວີຄວາມໜັກແໜ້ນເຂັ້ມແຂງ. ນອກນີ້, ສະພາບການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຍັງໄດ້ສົ່ງຜົນກະທົບໂດຍກົງຕໍ່ສອງປະເທດ ລາວ-ຫວຽດນາມ ເຮັດໃຫ້ການໄປມາຫາສູ່ພົບຄວາມຫຍຸ້ງຍາກລໍາບາກ ແຕ່ສອງພັກ-ສອງລັດຖະບານ ເວົ້າລວມ, ເວົ້າສະເພາະ ສອງແຂວງ ກໍຄື: ກອງບັນຊາການ ປກສ ແຂວງສະຫວັນນະເຂດ ແລະ ກອງບັນຊາການ ປກສ ແຂວງກວາງຈິ ກໍໄດ້ມີການພົວພັນປະສານສົມທົບແລກປ່ຽນຂໍ້ມູນຂ່າວສານ, ລາຍງານສະພາບການຮອບດ້ານໃຫ້ເຊິ່ງກັນ ແລະ ກັນຮັບຊາບ.

ເພື່ອຈະເປັນສິ່ງເອື້ອອໍານວຍຄວາມສະດວກໃຫ້ແກ່ສອງ ກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ກໍຄື ສອງກອງບັນຊາການ ນໍາໃຊ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນ ການປ້ອງກັນສະກັດກັ້ນ ແລະ ຕ້ານອາຊະຍາກໍາຕາມຊາຍແດນຂອງສອງປະເທດ ທັງເປັນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ເພື່ອປະກອບສ່ວນເຂົ້າໃນວຽກງານຮັກສາຄວາມສະຫງົບໃຫ້ເແກ່ປະຊາຊົນຢູ່ລຽບບໍລິເວນຊາຍແດນ ເຮັດໃຫ້ຊາຍແດນແຫ່ງນີ້ ກາຍເປັນຊາຍແດນແຫ່ງສັນຕິພາບ ທັງເປັນສັນຍະລັກແຫ່ງຄວາມສາມັກຄີຮັກແພງລະຫວ່າງປະຊາຊົນສອງປະເທດ.