ບໍລິສັດໂຕໂຢຕ້າລາວ ໄດ້ມອບລົດກູ້ໄພໃຫ້ ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ (ໜ່ວຍກູ້ໄພ 1623), ມອບໂດຍ ທ່ານ ມາຊາອະກິ ຄາວາບາຕາ ອໍານວຍການບໍລິສັດໂຕໂຢຕາລາວ ແລະ ຮັບໂດຍ ທ່ານ ນາງ ສີສະຫຼຽວ ທໍາມະເທວາ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ, ໂດຍມີພາກສ່ວນກ່ຽວຂ້ອງ ແລະ ພະນັກງານອາສາກູ້ໄພ ເຂົ້າຮ່ວມ ໃນວັນທີ 2 ມີນາ 2022.

ທ່ານ ມາຊາອະກິ ຄາວາບາຕາ ກ່າວວ່າ: ລົດກູ້ໄພຈໍານວນ 1 ຄັນ ທີ່ມາມອບໃນຄັ້ງນີ້ ເປັນລົດຕູ້ໂຕໂຢຕ້າ ໄຮເອັສ ມູນຄ່າ 45.000 ໂດລາ ແລະ ໄດ້ຮັບການສະໜັບສະໜູນຕົບແຕ່ງພາຍໃນ ເປັນຕົ້ນແມ່ນ: ອຸປະກອນຊູຊີບ, ຕຽງ ແລະ ອຸປະກອບປະຖົມພະຍາບານຕ່າງໆ ມູນຄ່າ 22.308 ໂດລາ ຈາກບໍລິສັດໄຟຟ້ານໍ້າເທີນ 2 ເພື່ອປະກອບສ່ວນເຂົ້າໃນວຽກງານຊ່ວຍເຫຼືອສັງຄົມຂອງມູນນິທິ ໃຫ້ມີຄວາມສະດວກສະບາຍ ແລະ ທັນກັບສະພາບການ.

ໂອກາດນີ້, ທ່ານ ນາງ ສີສະຫຼຽວ ທໍາມະເທວາ ກໍໄດ້ມອບໃບກຽດຕິຄຸນໃຫ້ ບໍລິສັດໂຕໂຢຕາລາວ, ບໍລິສັດໄຟຟ້ານໍ້າເທີນ 2 ພ້ອມພາກສ່ວນກ່ຽວຂ້ອງທີ່ໃຫ້ການສະໜັບສະໜູນຄັ້ງນີ້, ພ້ອມທັງກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງທຸກພາກສ່ວນ ແລະ ໃຫ້ສັນຍາວ່າ ຈະນໍາໃຊ້ລົດຄັນດັ່ງກ່າວໃຫ້ຖືກຕ້ອງຕາມຈຸດປະສົງ ໃນການຊ່ວຍເຫຼືອສັງຄົມ ກໍຄື ປະຊາຊົນທີ່ໄດ້ຮັບຜົນກະທົບຈາກອຸບັດຕິເຫດ, ໂຄວິດ-19 ແລະ ໄພພິບັດຕ່າງໆ ໃຫ້ທັນສະພາບການ.