ພິທີປະກາດການເລື່ອນຊັ້ນໃຫ້ນາຍຕຳຫຼວດກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 10 ມີນາ ຜ່ານມາ, ເຂົ້າຮ່ວມໂດຍ ພັອ ຄຳ ແພງເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ມີຄະນະປະຈຳພັກ, ຄະນະຫ້ອງ, ຄະນະກອງບັນຊາການ ປກສ 11 ເມືອງ, ພະນັກງານຫຼັກ ແຫຼ່ງ ພ້ອມດ້ວຍນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນເຂົ້່າຮ່ວມ.

ພັທ ຄໍາອ່ອນ ວັນເຮືອງ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກໍາລັງປ້ອງກັນຄວາມສະຫງົບແຂວງໄຊຍະບູລີ, ເຊິ່ງມີທັງໝົດ 49 ສະຫາຍ ; ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນເປັນຊັ້ນ ພັນໂທ 4 ສະຫາຍ, ເລື່ອນຊັ້ນຮ້ອຍເອກ ຂຶ້ນເປັນຊັ້ນ ພັນຕີ 11 ສະຫາຍ ແລະ ເລື່ອນຊັ້ນ ຮ້ອຍໂທ ຂຶ້ນເປັນ ຊັ້ນ ຮ້ອຍເອກ 34 ສະຫາຍ ໃຫ້ກຽດປະດັບຊັ້ນໃນຄັ້ງນີ້ ໂດຍ ພັອ ຄຳ ແພງເພັດ ຫົວໜ້າກອງບັນຊາການ ປກສ ແຂວງ.

ພັອ ຄຳ ແພງເພັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ພ້ອມທັງເນັ້ນໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະ, ປັບປຸງດ້ານແບບແຜນວິທີເຮັດວຽກໃຫ້ຖືກຕ້ອງສອດຄ່ອງ, ເຮັດວຽກມີການຄົ້ນຄວ້າ, ວາງແຜນ ແລະ ມີການແບ່ງງານ ພ້ອມທັງສະຫຼຸບຖອດຖອນບົດຮຽນເປັນປົກກະຕິ, ເປັນເຈົ້າການກໍ່ສ້າງປັບປຸງຕົນເອງ, ເປັນແບບຢ່າງໃນການນຳພາປະຕິບັດໜ້າທີ່ວຽກງານ, ປະຕິບັດກົດໝາຍ ແລະ ລະບຽບວິໄນຂອງກຳລັງໃຫ້ເຂັ້ມງວດ ພ້ອມກັນຮັກສາຄວາມສະຫງົບ ແລະ ຄວາມເປັນະບຽບຮຽບ ຮ້ອຍໃນສັງຄົມໃຫ້ມີຄວາມສະຫງົບປອດໄພ.