ເຈົ້າໜ້າທີ່ ປກສ ເມືອງວຽງຄຳ ແຂວງວຽງຈັນ ໄດ້ສຶກສາອົບຮົມຜູ້ຂັບຂີ່ທີ່ດັດແປງສະພາບເຕັກນິກລົດ ໃນວັນທີ 15 ມີນາ 2022, ເປັນປະທານຂອງ ພັທ ບຸນເສີດ ໄຊຍະສານ ຫົວໜ້າກອງບັນຊາການ ປກສ ເມືອງວຽງຄຳ, ມີພະນັກງານທີ່ກ່ຽວຂ້ອງ, ນັກຂັບຂີ່ທີ່ດັດແປງສະພາບເຕັກນິກຂອງລົດ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.

ຮອ ຄຳມອນ ວັນນະວົງ ຫົວໜ້າກອງຈະລາຈອນ ເມືອງວຽງຄໍາ ກ່າວວ່າ: ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນດ້ານຕ່າງໆໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ; ສະນັ້ນ, ກອງຈະລາຈອນ ປກສ ເມືອງ ວຽງຄຳ ໄດ້ລົງເຄື່ອນໄຫວກວດກາພາຫະນະຕາມເສັ້ນທາງຂອບເຂດເທດສະບານແຂວງວຽງຈັນ, ຜ່ານການລົງກວດກາຕົວຈິງ ຈຶ່ງພົບເຫັນນັກຂັບຂີ່ດັດແປງສະພາບເຕັກນິກຂອງລົດຈັກຈຳນວນ 20 ຄັນ ຈຶ່ງກັກລົດຈໍານວນດັ່ງກ່າວມາຮັກສາໄວ້ຢູ່ກອງບັນຊາການ ປກສ ເມືອງວຽງຄຳ ເພື່ອທຳລາຍຢາງຕີນລົດ ແລະ ທໍ່ໄອເສຍທີ່ບໍ່ຖືກ ຕ້ອງຕາມມາດຕະຖານຂອງໂຮງງານຜະລິດອອກແລ້ວປ່ຽນຖ່າຍໃໝ່; ພ້ອມນັ້ນ, ຍັງຍົກໃຫ້ເຫັນສະພາບການສັນຈອນໃນປັດຈຸບັນ ແລະ ຜົນໄດ້ຜົນເສຍຂອງການດັດແປງສະພາບເຕັກນິກຂອງລົດອັນໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ, ເສຍເງິນຄຳພໍ່-ແມ່ ຕໍ່ກັບສະພາບການສັນຈອນຕາມທ້ອງຖະໜົນຫຼວງກໍແມ່ນບັນຫາໜຶ່ງ, ເຊິ່ງຜູ້ຂັບຂີ່ແຕ່ລະຄົນຕ້ອງໄດ້ເປັນເຈົ້າການປະຕິບັດກົດລະບຽບຈະລາຈອນທີ່ໄດ້ກຳນົດໄວ້.

ທ່ານ ຫົວໜ້າກອງຈະລາຈອນ ເມືອງວຽງຄໍາ ກ່າວອີກວ່າ: ສະພາບເຕັກນິກຂອງລົດຕ້ອງຢູ່ໃນສະພາບເດີມທີ່ໂຮງງານຜະລິດອອກມາເທົ່ານັ້ນ ແຕ່ຍ້ອນຄວາມຮູ້ເທົ່າບໍ່ເຖິງການພັດມີຜູ້ຂັບຂີ່ຈຳນວນໜຶ່ງ ມີການຝ່າຝືນບໍ່ເຄົາລົບກົດລະບຽບຈະລາຈອນ ເປັນຕົ້ນແມ່ນການຂັບຂີ່ລົດຈັກເປັນພຶງເປັນແພກີດຂວາງການສັນຈອນ, ດັດແປງທໍ່ໄອເສຍເຮັດໃຫ້ມີສຽງດັງລົບກວນຄົນອື່ນໃນເວລາກາງຄືນ, ໃສ່ຕີນນ້ອຍບໍ່ຖືກຕາມຂະໜາດມາດຕະຖານຂອງໂຮງານ ຜະລິດ ແລະອື່ນໆ, ນີ້ກໍແມ່ນສາເຫດໜຶ່ງທີ່ພາໃຫ້ເກີດອຸບັດຕິເຫດເພີ່ມຂຶ້ນຢ່າງຫຼວງຫຼາຍທັງສູນເສຍວັດຖຸເງິນຄຳ, ຮ້າຍແຮງໄປກວ່ານັ້ນ ກໍກ້າວໄປເຖິງຂັ້ນເສຍຊີວິດ. ຈາກສະພາບຄືດັ່ງກ່າວ, ຈຶ່ງຮຽກຮ້ອງໃຫ້ຜູ້ຂັບຂີ່ຈົ່ງຢຸດເຊົາການປະພຶດຕົວໄປໃນທາງທີ່ບໍ່ຖືກຕ້ອງແລ້ວປ່ຽນແນວຄິດຂອງຕົນເອງໄປໃນທາງທີດີເປັນລູກທີ່ດີຂອງພໍ່-ແມ່ ແລະ ເປັນເຈົ້າການໃນການປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ.

ຈາກນັ້ນ, ກໍມີການປ່ຽນຖ່າຍທໍ່ໄອເສຍ ແລະ ຕີນລົດທີ່ນ້ອຍກວ່າມາດຕະຖານອອກແລ້ວເອົາໃສ່ໃໝ່ ເພື່ອໃຫ້ຖືກຕ້ອງຕາມຂະໜາດ ແລະ ມາດຕະ ຖານຂອງໂຮງງານຜະລິດ ຫຼັງຈາກປ່ຽນສຳເລັດແລ້ວຈຶ່ງສົ່ງຄືນໃຫ້ເຈົ້າຂອງເດີມໄປນຳໃຊ້ຕາມປົກກະຕິ; ໂອກາດດຽວກັນນີ້, ເຈົ້າໜ້າທີ່ພະແນກຈະລາຈອນ ປກສ ເມືອງວຽງຄຳ ຈຶ່ງໄດ້ເອົົາຢາງຕີນລົດ ແລະ ທໍ່ໄອເສຍທີ່ດັດແປງໄປທຳລາຍຖິ້ມ.