ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຈັດພິທີປາຖະກະຖາ 2 ວັນປະຫວັດສາດ ຄື: ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ( 22 ມີນາ 1955-22 ມີນາ 2022 ) ແລະ ວັນສ້າງຕັ້ງ ແຂວງບໍລິຄຳໄຊ ຄົບຮອບ 38 ປີ ( 6 ມີນາ 1984-6 ມີນາ 2022 ), ໃນວັນທີ 16 ມີນາ 2022. ເຂົ້າຮ່ວມ ແລະ ປາຖະກະຖາ ໂດຍ ພັອ ຄໍາແພງ ນໍາພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັອ ຄໍາແພງ ນໍາພາວັນ ໄດ້ເລົ່າຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນ ປະຕິວັດລາວ ໄດ້ສ້າງຕັ້ງ ຂຶ້ນໃນວັນທີ 22 ມີນາ 1955 ຕະຫຼອດໄລຍະການສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນໍາພາການປະຕິວັດ 67 ປີ ຜ່ານມາ, ພັກເຮົາຍາມໃດກໍຮັກສາໄດ້ຄຸນ ທາດການເມືອງ, ທາດແທ້ປະຕິວັດ, ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດຂອງປະທານ ໄກສອນ ພົມວິຫານ, ເປົ້າໝາຍສັນຕິພາບ, ເອກະລາດ, ເອກະ ພາບວັດທະນາຖາວອນຕາມເສັ້ນທາງສັງເພື່ອ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງ ດອງ, ມີປະຊາທິປະໄຕຍຸຕິທໍາ ແລະ ສີວິໄລ, ປັບປຸງຕົວເອງຕາມທິດປອດໃສ, ເຂັ້ມແຂງຕະຫຼອດເວລາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ທົ່ວກອງທັບທົ່ວປວງຊົນລາວທັງຊາດ ສາມາດຍາດໄດ້ໄຊຊະນະນີ້ໄປສູ່ໄຊຊະນະໃໝ່ສ້າງໜ້າປະຫວັດສາດໃນເງື່ອນໄຂປ່ຽນແປງໃໝ່ ພັກເຮົາ ໄດ້ສືບຕໍ່ນໍາພາປະເທດຊາດຜ່ານຜ່າຄວາມທຸກຍາກ ແລະ ສິ່ງທົດສອບຕ່າງໆ ສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງ ທີ່ມີຜົນສໍາເລັດເປັນກ້າວໆ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ ເນື່ອງ ແລະ ຖືກທິດດ້ວຍການຍູ້ແຮງການຫັນເປັນອຸດສາຫະກໍາທີ່ເປັນທັນສະໄໝ.

ວັນທີ 6 ມີນາ ປີ 1984, ເປັນວັນສ້າງຕັ້ງ ແຂວງບໍລິຄໍາໄຊ ມາຮອດປີ 2022 ແມ່ນຄົບຮອບ 38 ປີ, ເປັນວັນທີ່ມີຄວາມໝາຍຄວາມສຳຄັນ ສຳລັບສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ, ປັນຍາຊົນ, ຊັ້ນຄົນຕ່າງໆ ຕະຫຼອດຮອດປະຊາຊົນບັນດາເຜົ່າທີ່ດຳລົງຊີວິດຢູ່ ຕາມຕົວເມືອງ ແລະ ຊົນນະບົດ ທົ່ງພຽງ, ພູດອຍຫ່າງໄກສອກຫຼີກໃນທົ່ວແຂວງ ທີ່ໄດ້ປະກອບສ່ວນ ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ເວົ້າລວມ, ເວົ້າສະເພາະ ແຂວງບໍລິຄໍາໄຊ ໄດ້ພ້ອມກັນປົກປັກຮັກສາ ແລະ ພັດທະນາແຂວງໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນໃນແຕ່ລະໄລຍະ ນັບແຕ່ແຂວງບໍລິຄຳໄຊ ໄດ້ຮັບ ການສ້າງຕັ້ງຂຶ້ນ ເປັນຕົ້ນມາປະຊາຊົນຊາວແຂວງບໍລິຄໍາໄຊ ໄດ້ພ້ອມພຽງສາມັກຄີກັນພາຍໃຕ້ການນຳ ພາຂອງອົງຄະນະພັກແຂວງ ແຕ່ລະສະໄໝປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າ ລວມ, ເວົ້າສະເພາະ ແຂວງບໍລິຄຳ ໄຊ ເຊິ່ງໄດ້ມີການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວແຕ່ລະ ບາດກ້າວ ໃນນີ້ການພັດທະນາເສດຖະກິດ ແຂວງບໍລິຄຳໄຊ; ໄດ້ມີຄວາມພະຍາຍາມສູງຜ່ານຜ່າທຸກຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ, ນໍາໃຊ້ທ່າແຮງພາຍໃນ ເພື່ອພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວຕໍ່ເນື່ອງ, ສຸມໃສ່ການພັດທະນາຊົນນະບົດ, ສົ່ງເສີມທຸກພາກສ່ວນໃຫ້ມີສ່ວນຮ່ວມໃນການພັດທະນາເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງເປັນກ້າວໆມາ.