ຢາໄອສ໌ ເປັນຢາທີ່ໄດ້ຈາກການສັງເຄາະສານເຄມີ, ເປັນຢາເສບຕິດປະເພດສອງ ( ໃນດໍາລັດ ເລກທີ 076 ນຍ ); ຜົນຮ້າຍ, ໄພອັນຕະລາຍຂອງຢາເສບ ຕິດປະເພດຢາໄອສ໌ ໃນເວລາທໍາອິດຈະເກີດຄວາມຮູ້ສຶກມີຄວາມສຸກ, ອາລົມເພີດເພີນ, ມີອິດສະຫຼະ, ສົດຊື່ນເບີກບານໄປທົ່ວຮ່າງກາຍ ແລະ ຈິດໃຈ ( Eu phoria ) ລິດຂອງຢາໄອສ໌ ຈະຢູ່ລະ ຫວ່າງ 4-14 ຊົ່ວໂມງ ຂຶ້ນຢູ່ກັບປະລິມານທີ່ເສບ ເມື່ອເສບເຂົ້າໄປແລ້ວ ຈະຖືກດູດຊຶມເຂົ້າສູ່ກະແສເລືອດຢ່າງໄວວາ ແຕ່ຢາສ່ວນໜຶ່ງຈະຖືກຂັບຖ່າຍອອກມາທາງຮ່າງກາຍ ໂດຍບໍ່ມີໂອກາດສະແດງປະຕິກິລິຍາໃດໆພາຍໃນ 72 ຊົ່ວ ໂມງຫຼັງຈາກເສບ.
ຈາກນັັ້ນ, ຈະເກີດອາການຕາຄ້າງນອນບໍ່ຫຼັບ ເມື່ອພິດຢາຈາງລົງ ຈະນອນຫັຼບຢ່າງຕໍ່ເນື່ອງເປັນເວລາດົນ ແຕ່ຖ້າໃຊ້ເປັນເວລາຍາວ ແລ້ວຢຸດຢາຈະມີອາການຊຶມເສົ້າ, ໝົດຄວາມກະຕືລືລົ້ນ, ຫວາດລະແວງ ຈົນເຖິງປະສາດຫຼອນ; ຄວາມສ່ຽງສູງສຸດ ແມ່ນເຮັດໃຫ້ຕິດເຊື້ອ HIV ຜ່ານການຮ່ວມເພດສໍາພັນ ໂດຍບໍ່ໄດ້ປ້ອງກັນ ແລະ ໄປຕາມອາລົມມ່ວນໃນຂະນະທີ່ຢູ່ພາຍໃຕ້ການຊົມໃຊ້ຢາໄອສ໌ ເຂົ້າສູ່ຮ່າງກາຍ, ຈະມີອາລົມທາງເພດຮຸນແຮງ, ທີ່ທຸກຢ່າງເປັນສິ່ງດີງາມທັງໝົດ ແລະ ບໍ່ສາມາດເຫັນຄວາມເປັນອັນຕະລາຍໃດໆທັງໝົດ.

ຖ້າບຸກຄົນໃດມີການເຄື່ອນໄຫວຜະລິດ, ຄ້າ-ຂາຍ, ຈໍາໜ່າຍ, ຂົນສົ່ງມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນໍາຢາໄອສ໌ ຜ່ານ ສປປ ລາວ ເກີນກວ່າ 3 ກິ ໂລກຼາມຂຶ້ນໄປຈະຖືກລົງໂທດປະຫານຊີວິດ.

ໂຄເຄນ (Cocaine) ເປັນຢາທີ່ ໄດ້ຈາກການສັງເຄາະຈາກໃບໂຄຄາ ແລະ ສານເຄມີ, ເປັນຢາເສບຕິດປະເພດສອງ ( ໃນດໍາລັດ ເລກທີ 076 ນຍ ); ຜົນຮ້າຍ, ໄພອັນຕະລາຍຂອງຢາເສບຕິດປະເພດ ໂຄເຄນ ແມ່ນຢາກະຕຸ້ນທີ່ຮຸ່ນແຮງຕໍ່ລະບົບປະສາດ, ເມື່ອສູບດົມ, ກິນປະສົມກັບ ເຫຼົ້າ, ສັກດ້ວຍເຂັມສັກຢາປະສົມກັບ ເຮໂລອິນ: ເວລາເບື້ອງຕົ້ນຮູ້ສຶກມ່ວນ ຊື່ນເກີນຄົນປົກກະຕິທີ່ດີໃຈ, ບໍ່ຢາກ ນອນ, ມີຜົນກະທົບເຮັດໃຫ້ສູນເສຍ ຄວາມຢາກກິນ, ຫາຍໃຈໄວຂຶ້ນ ແລະ ເຮັດໃຫ້ອຸນຫະພູມໃນຮ່າງກາຍສູງຂຶ້ນ ແລະ ອັດຕາການເຕັ້ນຂອງຫົວໃຈໄວ ຂຶ້ນ, ມີພຶດຕິກໍາປະຫຼາດ, ຄືຄົນບ້າ ແລະ ບາງຄັ້ງຮຸນແຮງ; ການເສບໂຄເຄນໃນ ປະ ລິມານທີ່ສູງເກີນ ອາດຈະນໍາໄປສູ່ການ ຊັກຄືບ້າໝູ, ເລືອດບໍ່ໄປລ້ຽງສະໝອງ, ເສັ້ນເລືອດຝອຍໃນສະໝອງແຕກ ຫຼື ຫົວໃຈວາຍ.

ຜູ້ເສບໂຄເຄນເປັນເວລາດົນຈະມີບັນຫາສຸຂະພາບຫຼາຍຢ່າງຕາມມາ ເຊັ່ນ: ເນື້ອເຫຍື່ອດັງຖືກທໍາລາຍ, ຫາຍໃຈຍາກ, ຜິວໜັງອັກເສບເປັນຝີ ແລະ ເກີດພະຍາດຕິດຕໍ່ອື່ນໆ.

ຖ້າບຸກຄົນໃດມີການເຄື່ອນໄຫວ ຜະລິດ, ຄ້າ-ຂາຍ, ຈໍາໜ່າຍ, ຂົນສົ່ງມີໄວ້ ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກໂຄ ເຄນ ຜ່ານ ສປປ ລາວ ເກີນກວ່າ 500 ກຼາມຂຶ້ນໄປຈະຖືກລົງໂທດປະຫານຊີວິດ.

ຂໍ້ມູນດັ່ງກ່າວ ແມ່ນອີງຕາມຂໍ້ມູນທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ສັງລວມຈາກເອກະສານຫຼາຍ ແຫຼ່ງ ແລະ ພຶດຕິກໍາຕົວຈິງຂອງຜູ້ຕິດ ຢາເສບຕິດ ເປັນຕົ້ນກົດໝາຍ, ວາລະ ສານ, ປື້ມຄູ່ມືຂອງຄະນະກໍາມະການ ແຫ່ງຊາດເພື່ອກວດກາ ແລະ ຄວບ ຄຸມຢາເສບຕິດ ຮ່ວມກັບອົງການສະຫະປະຊາຊາດເພື່ອຄວບຄຸມຢາເສບຕິດ ແລະ ຕ້ານອາຊະຍາກໍາ (UNODC), ຂໍ້ມູນຈາກເວບໄຊສ໌ປະເທດອ້າຍນ້ອງ, ເພື່ອນມິດຍຸດທະສາດ, ເພື່ອນບ້ານໃນຂົງເຂດ ອາຊຽນ ( ASEAN ).