ສະຫາຍ ພັອ ປອ ຫຸມພັນ ຜິວເຂັມພອນ ຄະນະປະຈຳພັກກົມໃຫຍ່ ເລຂາຄະນະພັກກົມ ຫົວໜ້າກົມພັກ ກົມໃຫຍ່ການເມືອງ ປກສ ໃຫ້ສຳພາດໃນວັນທີ 21 ມີນາ 2022 ວ່າ:

ເພື່ອສະແດງຄວາມຮູ້ບຸນຄຸນຂອງພັກ, ຄະນະພັກ-ຄະນະບັນຊາ ກົມພັກ ຈະເອົາໃຈໃສ່ປຸກລະດົມໃຫ້ພະນັກງານ-ນັກຮົບ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນອົງອາດກ້າແກ່ນຂອງ ພັກປະຊາຊົນປະຕິວັດລາວ ໂດຍຖືເອົາການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານມີຄວາມໜັກແໜ້ນ, ມີຄວາມເສຍສະລະ, ມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ປະເທດຊາດ ແລະ ຮັບໃຊ້ປະຊາຊົນຢ່າງສຸດໃຈ.

ພັກປະຊາຊົນປະຕິວັດລາວ ມີມູນເຊື້ອມາເປັນເວລາ 67 ປີ ທີ່ມີຄວາມໝາຍສຳຄັນຍິ່ງຕໍ່ກຳລັງປະກອບອາວຸດ ເວົ້າລວມ, ເວົ້າສະເພາະແມ່ນ ກຳລັງປ້ອງກັນຄວາມສະຫງົບ ໃນເມື່ອກ່ອນຂະບວນການຕໍ່ສູ້ກູ້ຊາດເພື່ອຍາດເອົາໄຊຊະນະຈາກພວກລ່າເມືອງຂຶ້ນຂອງບັນພະບູລຸດລາວ ແມ່ນບໍ່ໄດ້ຮັບໄຊຊະນະ ຍ້ອນຂາດພັກນຳພາ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ແລະ ຮັບປະກັນໃຫ້ແກ່ຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ.

ດ້ວຍເຫດນັ້ນ, ພັກປະຊາຊົນປະຕິວັດລາວ ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ເພື່ອນໍາພາການຕໍ່ສູ້ຂອງປະຊາຊົນ ໃຫ້ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນຂອບເຂດທົ່ວປະເທດ ໃນວັນທີ 2 ທັນວາ 1975 ພ້ອມທັງສືບຕໍ່ນຳພາປະຊາຊົນລາວບັນດາເຜົ່າ ແລະ ກຳລັງປະກອບອາວຸດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ກໍາລັງປ້ອງກັນຄວາມສະຫງົບ ຈຶ່ງມີຄວາມເຕີບໃຫຍ່ເຂັ້ມແຂງ ສາມາດປະຕິບັດໜ້າທີ່ໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໄດ້ໂດຍພື້ນຖານ.