ກົມພົວພັນຕ່າງປະເທດ ຫ້ອງວ່າການ ກະຊວງ ປກສ ໄດ້ເປີດຊຸດຝຶກອົບຮົມວຽກງານພົວພັນຕ່າງປະເທດ ຄັ້ງທີ VI ໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ ໃນລະຫວ່າງວັນທີ 22-25 ມີນາ 2022, ໂດຍມີ ພັອ ອານຸເດດ ຄູນຄໍາ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ພ້ອມດ້ວຍ ພັອ ກີ້ ຈັນທະວົງສາ ຫົວໜ້າກົມພົວພັນຕ່າງປະເທດ, ມີຕາງໜ້າກົມກໍ່ສ້າງກໍາລັງ ກົມໃຫຍ່ການເມືອງ, ແຂກຮັບເຊີນ, ວິທະຍາກອນ ແລະ ນັກສໍາມະນາກອນ ຈາກ ປກສ ແຂວງ ທົ່ວປະເທດ ເຂົ້າຮ່ວມ.

ພັອ ອານຸເດດ ຄູນຄໍາ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ

+ ພັອ ກີ້ ຈັນທະວົງສາ ກ່າວວ່າ:

ການເປີດຊຸດຝຶກອົບຮົມຄັ້ງນີ້ ເພື່ອເປັນການຍົກລະດັບຄວາມຮູ້ຂອງນາຍຕໍາຫຼວດ ໃຫ້ທັນກັບສະພາບການໃນປັດຈຸບັນ ເຊິ່ງຊຸດຝຶກອົບຮົມຄັ້ງນີ້ ມີນັກສໍາມະນາກອນທັງໝົດ 33 ສະຫາຍ ຍິງ 8 ສະຫາຍ ທີ່ມາຈາກ ປກສ ແຂວງ ທົ່ວປະເທດ; ໃນນີ້, ນັກສໍາມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບວຽກງານພິທີການ ແລະ ປະສານງານ, ວຽກງານພິທີການທູດ, ວຽກງານຮ່ວມມືສອງຝ່າຍ. ນອກນີ້, ຍັງຈະໄດ້ສົນທະນາແລກປ່ຽນບົດຮຽນກ່ຽວກັບ ການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະຜ່ານມາ.

ໃນພິທີ, ພັອ ອານຸເດດ ຄູນຄໍາ ໄດ້ສະເໜີໃຫ້ນັກວິທະຍາກອນ ເອົາໃຈໃສ່ກະກຽມບົດຮຽນທີ່ຈະນໍາມາສິດສອນໃຫ້ດີ ໂດຍເລືອກເຟັ້ນເອົາບົດຮຽນສໍາຄັນ ແລະ ຈໍາເປັນສໍາລັບວຽກງານປ້ອງກັນຄວາມສະຫງົບ, ສະເໜີຖ່າຍທອດຄວາມຮູ້ໃຫ້ນັກສໍາມະນາກອນຢ່າງທົ່ວເຖິງ, ໃຫ້ໂອກາດນັກສໍາມະນາກອນໄດ້ປະກອບສ່ວນເຂົ້າໃນການຮຽນ-ການສອນ ເພື່ອຮັບປະກັນບັນຍາກາດອັນດີໃນການຝຶກອົບຮົມ; ພ້ອມນີ້ ກໍໃຫ້ນັກສໍາມະນາກອນຖືເອົາໂອກາດນີ້ຍາດແຍ່ງເອົາຄວາມຮູ້, ບົດຮຽນ ແລະ ປະສົບການຈາກວິທະຍາກອນ ແລະ ນັກສໍາມະນາກອນດ້ວຍກັນ ແລະ ການເຮັດວຽກຮ່ວມກັນໃນຕໍ່ໜ້າ.