ປກສ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເອົາໃຈໃສ່ໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະໄດ້ສຸມໃສ່ແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍທາງຖະໜົນ; ໃນນີ້, ແມ່ນແກ້ໄຂລົດຈັກດັດແປງສະພາບເຕັກນິກທີ່ສ້າງຄວາມເນືອງນັນ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍທາງຖະໜົນທັງມີຄວາມສ່ຽງທີ່ຈະເກີດອຸບັດຕິເຫດ.

ພັທ ໄຊພອນ ຈັນທະລາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງທຸລະຄົມ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ໄດ້ຊີ້ນໍາ-ບັນຊາເຫຼົ່າວິຊາສະເພາະພະແນກຕໍາຫຼວດ ລົງແກ້ໄຂລົດຈັກທີ່ຜູ້ຂັບຂີ່ດັດແປງສະພາບເນັກຕິກ ເຊັ່ນ: ໃສ່ຕິນນ້ອຍ, ໃສ່ທໍ່ດັ່ງ, ຂີ່ແຂ່ງກັນເປັນກຸ່ມກ້ອນ ເຮັດໃຫ້ມີສຽງດັ່ງລົບກວນຕໍ່ພໍ່-ແມ່ປະຊາຊົນໃນຍາມກາງເວັນ ແລະ ຫຼັບນອນກາງຄືນປະກົດການດັ່ງກ່າວ ໄດ້ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ໃນຄົມທາງດ້ານການສັນ ຈອນ ແລະ ມີຄວາມສ່ຽງສູງທີ່ຈະເກີດອຸບັດຕິເຫດ ເຮັດໃຫ້ມີຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດ.

ການແກ້ໄຂບັນຫາດັ່ງກ່າວ, ເຈົ້າໜ້າໜ່ວຍງານຈາລະຈອນ ປກສ ເມືອງທຸລະຄົມ ໄດ້ລົງສົມທົບກັບ ປກສ ກຸ່ມບ້ານ ແລະ ອໍານາດການປົກຄອງແຕ່ລະບ້ານຕິດຕາມກວດກາຕາມສາຍທາງ ແລະ ຕາມການລາຍງານການຄຸ້ມຄອງຂອງແຕ່ລະບ້ານ ພາຍໃນ 3 ເດືອນຕົ້ນປີ 2022 ຜ່ານມາ ສາມາດກັກລົດ ຈັກໄດ້ຈໍານວນ 49 ຄັນ ເອົາມາເກັບຮັກສາໄວ້ຢູ່ກອງບັນຊາການ ປກສ ເມືອງທຸລະຄົມ. ມາຮອດ ວັນທີ 16 ມີນາ 2022, ຈຶ່ງໄດ້ເຊີນຜູ້ຂັບຂີ່ ແລະ ຜູ້ປົກຄອງພ້ອມດ້ວຍອໍານາດ ການຈັດຕັ້ງບ້ານຂຶ້ນມາຫ້ອງການກອງບັນຊາການ ປກສ ເມືອງ ເພື່ອມາສຶກສາອົບຮົມ ທາງດ້ານແນວຄິດຈິດໃຈເຮັດໃຫ້ເຂົາເຈົ້າເຂົ້າໃຈໄປຕາມລະບຽບການສັນຈອນຕາມທ້ອງຖະໜົນຫຼວງ ແລະ ເຂົ້າໃຈເຖິງຕາມແນວທາງນະໂຍບາຍຂອງພັກ-ລັດ.

ຫຼັງຈາກນັ້ນ, ເຈົ້າໜ້າທີ່ໄດ້ເຮັດບົດບັນທືກກັບແຕ່ລະຄົນ ເພື່ອບໍ່ໃຫ້ກະທໍາຜິດໃນຄັ້ງຕໍ່ໄປ ພ້ອມທັງໃຫ້ເອົາອາໄຫຼ່ມາປ່ຽນຄືນໃນສະພາບເດີມ ຈຶ່ງຈະມອບລົດຄັນດັ່ງກ່າວໃຫ້ກັບເຈົ້າຂອງ.