ກອງບັນຊາການ ປກສ ແຂວງຜົ້ງສາລີ ຈັດພິທີປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບຜູ້ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂຕາມລະບຽບກົດໝາຍຂອງກໍາລັງປ້ອງກັນຄວາມສະຫງົບວາງອອກ ໃນອາທິດຜ່ານມາ, ປະດັບຊັ້ນໂດຍ ພັອ ຄໍາຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະ ພັກ-ຄະນະກອງບັນຊາການ, ຕາງໜ້າບັນດາຫ້ອງ, ກອງພັນ ແລະ ຜູ້ໄດ້ຮັບເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ນາງ ວຽງຄໍາ ຄຸນສົມເຮືອງ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງຜົ້ງສາລີ ເຊິ່ງໄດ້ປະກາດເລື່ອນຊັ້ນດັ່ງນີ້:

  • ພັຕ ຂຶ້ນ ພັທ 7 ສະຫາຍ ຍິງ 1 ສະຫາຍ
  • ຮອ ຂຶ້ນ ພັຕ 11 ສະຫາຍ ຍິງ 3 ສະຫາຍ
  • ຮທ ຂຶ້ນ ຮອ 14 ສະຫາຍ ຍິງ 4 ສະຫາຍ

ໃນໂອກາດດັ່ງກ່າວ, ພັອ ຄໍາຈັນ ແສງລາວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜູ້ໄດ້ຮັບການເລື່ອນຊັ້ນໃໝ່ ພ້ອມທັງຊີ້ນໍາໃຫ້ເອົາໃຈໃສ່ເພີ່ມທະວີການຈັດຕັ້ງຜັນຂະຫຍາຍວຽກງານປ້ອງກັນຊາດ-ປ້ອງກັນຄວາສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ສຸມໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ສືບຕໍ່ນໍາເອົາເນື້ອໃນຈິດໃຈບັນດາມະຕິຂອງ ສູນກາງພັກ, ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ ຫັນມາເປັນມະຕິ, ເປັນແຜນງານ, ສ້າງແຜນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດ, ເອົາໃຈໃສ່ຊອກຮູ້ຮໍ່າຮຽນແນວທາງນະໂຍບາຍຂອງພັກ, ລະບຽບ-ກົດໝາຍຂອງລັດ, ສືບຕໍ່ປັບປຸງແບບແຜນການນໍາພາ ແລະ ແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່, ສືບຕໍ່ເຮັດວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍໃຫ້ສໍາເລັດ ໄປພ້ອມກັບການພັດທະນາຕົນເອງໃນທຸກໆດ້ານ ເພື່ອສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນທີ່ດີ ແລະ ມີຄຸນນະພາບ.