ຫ້ອງການເມືອງກອງບັນຊາການ ປກສ ແຂວງສາລະວັນ ໄດ້ເປີດບັ້ນດຳເນີນຊີວິດການເມືອງ ປະຈຳປີ 2021 ໃນ ອາທິດຜ່ານມາ, ເປັນປະທານໂດຍ ສະຫາຍ ພັທ ສົມພາວັນ ເພັດສາລາດ ຮອງຫົວໜ້າຫ້ອງການເມືອງ, ເຂົ້າຮ່ວມມີ ສະຫາຍ ພັທ ອິນຖາ ສີລິສົງຄາມ ຮອງປະທານກວດກາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາພະແນກ, ໜ່ວຍງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັທ ກໍລະກັນ ແກ້ວວຽງຄໍາ ຮອງຫົວໜ້າຫ້ອງການເມືອງກ່າວວ່າ: ບັ້ນດໍາເນີນຊີວິດການເມືອງຄັ້ງນີ້, ເປັນການຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮັບຜິດຊອບທາງດ້ານການເມືອງ ແລະ ນ້ຳໃຈເສຍສະຫຼະ, ມີນ້ຳໃຈຮັກຊາດ, ຮັກລະບອບໃໝ່, ສັດຊື່ບໍລິສຸດ, ດຳ ລົງຊິວິດປອດໃສ, ເຊື້ອໝັ້ນຕໍ່ການນຳພາຂອງພັກ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ ເຮັດສຳເລັດໜ້າທີ່ການເມືອງຂອງຕົນໃນສະພາບການໃໝ່, ດຸໝັ່ນຂະຫຍັນພຽນ, ມີລະບຽບວິໄນເຂັ້ມງວດ, ມີຄວາມຕື່ນຕົວເຮັດແທ້ທຳຈິງ, ເພື່ອຊາດ, ເພື່ອປະຊາຊົນ, ເພື່ອອຸດົມການຂອງພັກ ແລະ ເດີນຕາມຈຸດໝາຍສັງຄົມນິຍົມ.

ເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້, ມີເອກະສານເສີມຂະຫຍາຍທາດແທ້-ມູນເຊື້ອປະຕິວັດອັນສະຫງ່າຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ; ເອ ກະສານຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ ແລະ ປັບປຸງແບບ ແຜນວິທີເຮັດວຽກຂອງນາຍ ແລະ ພົນ ຕຳຫຼວດໃນໄລຍະໃໝ່; ເອກະ ສານຈັນຍາທຳ ແລະ ຈັນຍາບັນຂອງນາຍ ແລະ ພົນທຳຫຼວດ.