ໃນວັນທີ 23 ມີນາ 2022, ກອງບັນຊາການ ປກສ ແຂວງໄຊສົບູນ ໄດ້ເປີດກອງປະຊຸມຈັດສັນຄວາມເປັນລະບຽບຮຽບຮ້ອຍໃນການຂົນສົ່ງແຮ່ທາດ ຢູ່ພາຍໃນແຂວງ, ໂດຍການເປັນທານຂອງ ພົຈວ ບົວພັນ ອິນທະປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດາບໍລິສັດຂົນສົ່ງແຮ່ທາດພາຍໃນແຂວງເຂົ້າຮ່ວມ.

ພັທ ທອງດຳ ໄຊບຸນມີ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊສົມບູນ ວ່າດ້ວຍມາດຕະການຄຸ້ມຄອງການສົ່ງອອກແຮ່ທາດຢູ່ພາຍໃນແຂວງ ເພື່ອເປັນການກຳນົດທິດທາງອັນຊັດເຈນຕໍ່ກັບການປະຕິບັດມາດຕະການຄຸ້ມຄອງການສົ່ງອອກແຮ່ທາດຂອງບັນ ດາຫົວໜ່ວຍທຸລະກິດພາຍໃນແຂວງ, ແຮ່ທາດທີ່ຈະສົ່ງອອກນັ້ນຕ້ອງມີການກວດກາຄຸ້ມຄອງຈາກພາກສ່ວນທີ່ກ່ຽວຂອງໂດຍກົງ, ສ່ວນບໍລິສັດທີ່ສາມສາມາດສົງແຮ່ທາດອອກໄດ້ແຕ່ຕ້ອງມີເຂດສຳປະທານ ແລະ ເອກະສານໃນການຂຸດຄົ້ນແຮ່ທາດທີ່ຖືກຕ້ອງ, ລົດຄົນສົ່ງແຮ່ທາດທຸກຄັນຕ້ອງໄດ້ຮັບການກວດນ້ຳໜັກບໍ່ໃຫ້ເກີນທີ່ກົດໝາຍກຳນົດໄວ້ສ່ວນແຮ່ທີ່ຈະນຳອອກຕ້ອງໄດ້ຜ່ານການກວດກາຈາກພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຈຶ່ງຈະສາມາດນຳອອກໄດ້.

ສ່ວນການຄຸ້ມຄອງເສັ້ນທາງໃນການຂົນສົ່ງແຮ່ ແມ່ນມອບໃຫ້ພະແນກໂຍທາທິການ ແລະ ການຂົນສົ່ງຮັບຜິດຊອບໂດຍກົງ, ຖ້າຫາກເສັ້ນທາງມີການເປເພຈາກຂະບວນຂອງລົດຂົນແຮ່ແມ່ນມອບໃຫ້ກັບຜູ້ປະກອບການຮັບຜິດຊອບໃນບູລະນະສອ້ມແປງ ແລະ ໃຫ້ຖືກຕາມມາດຖານຂອງກະຊວງໂຍ ທາທິການ ແລະ ຂົນສົ່ງວາງອອກຢ່າງເຂັ້ມງວດ.

ໃນກອງປະຊຸມຍັງໄດ້ການແລກປ່ຽນຄຳເຫັນ ເພື່ອຊອກວິທີການຄຸ້ມຄອງ ແລະ ແກ້ໄຂຄວາມບໍ່ເປັນລະບຽບຂອງບັນດາລົດຂົນແຮ່ບາງຫົວໜ່ວຍທຸກລະກິດທີ່ຍັງບໍ່ທັນປະຕິບັດໄດ້ດີເທົ່າທີ່ຄວນ.

ໂອກາດນີ້, ພົຈວ ບົວພັນ ອິນທະປັນຍາ ຮຽກຮອງໃຫ້ບັນດາຫົວໜ່ວຍທຸລະກິດທີ່ຂົນສົ່ງແຮ່ທາດໃຫ້ດຳເນີນທຸລະກິດຢ່າງຖືກຕ້ອງຕາມລະບຽບກົດ ໝາຍ ແລະ ກົດຈະລາຈອນທີ່ສຳຄັນ ກໍເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍໃນການສັນຈອນໄປ-ມາໃຫ້ມີຄວາມປອດໄພຫຼີກລ່ຽງການການອຸບັດຕິເຫດຕາມທ້ອງຖະໜົນ, ເພື່ອຫຼຸດຜ່ອນຄວາມແອອັດຂອງການສັນຈອນໃນເຂດຊຸມຊົນ, ແກ້ບັນຫາລົດແກ່ແຮ່ຈອດຊະຊາຍຕາມແຄມທາງ ແລະ ຕ້ອງມີລົດນຳໜ້າຂະບວນທຸກຄັ້ງ.