ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງຄະນະກໍາມະການ ໄອຍະການປະຊາຊົນສູງສຸດ ຊຸດທີ II ໃນວັນທີ 29 ມີນາ 2022, ເປັນປະທານໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ປະທານຄະນະກໍາມະການ ໄອຍະການປະຊາຊົນສູງສຸດ, ມີຮອງປະທານຄະນະກໍາມະການ, ຄະນະກຳມະການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາເຫັນຕໍ່ບົດສະຫຼຸບ ປະຈໍາໄຕມາດ I ແລະ ແຜນວຽກຈຸດສຸມໃນໄຕມາດ II ປີ 2022. ພ້ອມນັ້ນ, ໄດ້ຕົກລົງບັນຫາກ່ຽວກັບ ການດຳເນີນຄະດີອາຍາ, ການດຳເນີນຄະດີແພ່ງ ແລະ ຕົກລົງແຕ່ງຕັ້ງຍົກຍ້າຍພະນັກງານຂັ້ນກົມຈໍານວນໜຶ່ງ ໃນໄຕມາດ I ປີ 2022.

+ ການຈັດຕັ້ງປະຕິບັດວຽກງານສໍາເລັດເປັນສ່ວນຫຼາຍ ແລະ ສາມາດສັງລວມໄດ້ອັນທີ່ພົ້ນເດັ່ນ ເປັນຕົ້ນແມ່ນ:

  • ສໍາເລັດການຈັດກອງປະຊຸມວຽກງານໄອຍະການປະຊາຊົນ ແລະ ວຽກງານອະໄພຍະໂທດທົ່ວປະເທດ ປະຈໍາປີ 2021
  • ສໍາເລັດການປະຊຸມທາງໄກຮ່ວມກັບ ອົງການໄອຍະການປະຊາຊົນສູງສຸດ ສສ ຫວຽດນາມ, ອົງການໄອຍະການ ຣາຊະອານາຈັກກໍໍາປູເຈຍ ແລະ ຣາຊະອານາຈັກໄທ
  • ສໍາເລັດການຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ສໍາລັບຂັ້ນອົງການຄຸ້ມຄອງ ຮອບ 1
  • ສຳເລັດການສົ່ງພະນັກງານໄປຮຽນທິດສະດີ 45 ວັນ, 5 ເດືອນ ແລະ ການຈັດຊຸດອົບຮົມກ່ຽວກັບ ວຽກງານໄອຍະການປະຊາຊົນ

ນອກນີ້, ຄະນະພັກ-ຄະນະນໍາ ກໍໄດ້ຜັດປ່ຽນກັນລົງເຄື່ອນໄຫວຊຸກຍູ້ການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ໃນຂອບເຂດທົ່ວປະເທດ, ໄດ້ປັບປຸງກົນໄກການຜ່ານຄະດີ ໂດຍມອບຄວາມຮັບຜິດຊອບໂດຍກົງໃຫ້ຜູ້ຊີ້ນໍາ ແລະ ຫົວໜ້າກົມ ນໍາພາຈັດຕັ້ງປະຕິບັດຕາມແຜນເຄື່ອນໄຫວປະຈໍາເດືອນຂອງຄະນະພັກ.

ໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດບາງວຽກງານໃນຕໍ່ໜ້າ ຄື:

ຕ້ອງສຸມໃສ່ການແກ້ໄຂຄະດີທີ່ຍັງຄ້າງໃຫ້ລຸດລົງ ໂດຍສະເພາະ ຄະດີອາຍາຂັ້ນລົບລ້າງ ແລະ ຂັ້ນຮື້ຟື້ນໃຫ້ຍັງເຫຼືອ 2 ຕົວເລກ.

ຕ້ອງຫັນລົງເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ເພື່ອຈັດຕັ້ງເຜີຍແຜ່ການຕິດຕາມກວດກາດຳເນີນຄະດີປົກຄອງໃຫ້ພະນັກງານໄອຍະການຮັບຮູ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດເປັນເອກະພາບກັນ.

ສືບຕໍ່ສ້າງກົນໄກເຮັດວຽກຮ່ວມກັບ ກະຊວງການເງິນ, ສານປະຊາຊົນສູງສຸດ, ກະຊວງກະສິກຳ ແລະ ປ່າໄມ້, ອົງການກວດກາແຫ່ງລັດ ແລະ ກະຊວງຍຸຕິທຳ ໃຫ້ສຳເລັດໃນເດືອນມິຖຸນາ ປີ 2022.

ຕ້ອງໄດ້ສຸມໃສ່ການກະກຽມສະເຫຼີມສະຫຼອງມິດຕະພາບ ລາວ-ຫວຽດນາມ ໂດຍສ້າງແຜນວຽກ ແລະ ແຜນງົບປະມານ ເຮັດໃຫ້ວຽກງານດັ່ງກ່າວປະສົບຜົນສຳເລັດຢ່າງສະຫງ່າງາມ.