ໃນວັນທີ 28 ມີນາ 2022, ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (22 ມີນາ 1955-22 ມີນາ 2022) ແລະ ເຊື່ອມຊຶມກົດລະບຽບຂອງ ພັກປະຊາຊົນປະຕິວັດລາວ ສະໄໝທີ XI, ເຂົ້າຮ່ວມ ແລະ ປາຖະກະຖາໂດຍ ສະຫາຍ ພົຈວ ໜູຈອນ ກ້ອນທອງດຳ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ພະລາທິການ ແລະ ສະຫາຍ ພົຈວ ຄຳແພງ ລາວລີ ຄະນະປະຈຳພັກ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີບັນດາຫົວໜ້າ-ຮອງກົມ ແລະ ທຽບເທົ່າ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ອ້ອມຂ້າງ ກົມໃຫຍ່ ເຂົ້າຮ່ວມ.

ໃນພິທີ ສະຫາຍ ພົຈວ ໜູຈອນ ກ້ອນທອງດຳ ໄດ້ຍົກໃຫ້ເຫັນຜົນງານ ແລະ ໄຊຊະນະຂອງການຊີ້ນຳ-ນຳພາຂອງພັກ ໃນການຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນຝຣັ່ງ, ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເປັນເງື່ອນໄຂໃຫ້ແກ່ການກຳເນີດເກີດຂຶ້ນຂອງ ພັກປະຊາຊົນປະຕິວັດລາວ ໃນຄັ້ງວັນທີ 22 ມີນາ ປີ 1955 ທີ່ບ້ານນາແມວ ເມືອງໄຊ ແຂວງຫົວພັນ ໂດຍປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່.

ນີ້ເປັນເຫດການທີ່ມີຄວາມໝາຍຄວາມສຳຄັນທາງດ້ານປະຫວັດຊາດຂອງຊາດລາວ ທີ່ພັກໄດ້ກາຍເປັນຕົວແທນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ນຳພາປະຊາຊົນລາວບັນດາເຜົ່າດຳເນີນການຕໍ່ສູ້ຢ່າງພິລະອາດຫານ ແລະ ສາມາດປະກາດເອກະລາດ, ສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975.

ໃນໂອກາດດຽວກັນ, ສະຫາຍ ພົຈວ ຄຳແພງ ລາວລີ ຍັງໄດ້ເຜີຍແຜ່ກົດລະບຽບຂອງ ພັກປະຊາຊົນປະຕິວັດລາວ ສະໄໝທີ XI ເພື່ອໃຫ້ບັນດາສະມາຊິກພັກທຸກສະຫາຍໄດ້ຮັບຮູ້, ເຂົ້າໃຈ, ພ້ອມກັນຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ຄົບຖ້ວນ, ເຂັ້ມງວດ ແລະ ມີຄວາມເປັນເອກະພາບ ຄຽງຄູ່ກັບການຝຶກຝົນຫຼ່ໍຫຼອມຕົນເອງໃຫ້ກາຍເປັນແບບຢ່າງນຳໜ້າ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ, ມີຄຸນສົມບັດສິນທຳປະຕິວັດ ແລະ ຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ກ້າວໜ້າ ແລະ ມີຄວາມຮຸ່ງເຮືອງສີວິໄລ.

ສະຫາຍ ໄດ້ຮຽກຮ້ອງມາຍັງສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ຈົ່ງຍົກສູງສະຕິລະວັງຕົວ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ ແລະ ປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ຖືກຕ້ອງຕາມແນວທາງນະໂຍບາຍ, ລະບຽບກົດໝາຍ ແລະ ສອດຄ່ອງກັບຫຼັກການວິຊາສະເພາະ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ເຮັດໃຫ້ສັງຄົມມີຄວາມຍຸຕິທຳ ແລະ ສີວິໄລ.