ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງກວັນ ແຂວງຫົວພັນ ໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢ່າງຕັ້ງໜ້າ ທັງເຮັດໜ້າທີ່ໂຄສະນາເຜີຍແຜ່ຜົນຮ້າຍຢາເສບຕິດ ແລະ ປາບປາມ ຈົນສາມາດຈັບຜູ້ກະທໍາຜິດມາດໍາເນີນຄະດີໄດ້ຫຼາຍພໍສົມຄວນ.

ເຈົ້າໜ້າທີ່ ປກສ ເມືອງກວັນ ແຂວງຫົວພັນ ໃຫ້ຮູ້ວ່າ:

ໃນເວລາ 10:25 ໂມງ ໃນວັນທີ 21 ມີນາ 2022, ເຈົ້້າໜ້າທີ່ ປກສ ເມືອງກວັນ ໄດ້ປະສານສົມທົບກັບ ໄອຍະການປະຊາຊົນເຂດ 3 ແລະ ອໍານາດການປົກຄອງທີ່ກ່ຽວຂ້ອງ ເຂົ້າກວດຄົ້ນເຮືອນຂອງ ທ້າວ ເດົາຫວາ ອາຍຸ 60 ປີ ອາຊີບປະຊາຊົນ ຢູ່ບ້ານລ້ອງກ້ວາງ ເມືອງກວັນ ແຂວງຫົວພັນ.

ຜ່ານການກວດຄົ້້ນ ພົບເຫັນສິ່ງຂອງຜິດກົດໝາຍຫຼາຍລາຍການ ເຊັ່ນ:

  • ຢາບ້າ ຈໍານວນ 13 ເມັດ ຢູ່ຖົງເສື້ອ
  • ປືນແກັບ 1 ກະບອກ
  • ລູກປືນລູກອັດ ຈໍານວນ 67 ລູກ
  • ອຸປະກອນເສບຢາບ້າ 2 ຊຸດ
  • ອຸປະກອນເສບຝິ່ນ 1 ຊຸດ

ນອກຈາກນັ້ນ, ໃນວັນທີ 22 ມີນາ 2022 ເວລາປະມານ 12:00 ໂມງ ເຈົ້າໜ້າທີ່ເມືອງກວັນ ຍັງໄດ້ເຂົ້າກວດຄົ້ນຕູບຢູ່ສະນໍ້າຂອງ ທ້າວ ລາວເລັງມົວ ອາຍຸ 62 ປີ ແລະ ນາງ ເຢັງມົວ ອາຍຸ 60 ປີ ທັງສອງຜົວ-ເມຍຢູ່ບ້ານເມືອງກວັນ ເຊິ່ງໄດ້ພົບເຫັນ:

  • ຢາບ້າ ຈໍານວນ 14 ເມັດ
  • ຝິ່ນ 1 ຫໍ່ນ້ອຍ
  • ຢາບ້າ 7 ເມັດ
  • ຝິ່ນ 1 ກ່ອງນ້ອຍ
  • ເງິນ 1.178.000 ກີບ
  • ປືນແກັບ 2 ກະບອກ
  • ປືນຍິງນໍ້າເຫຼົ້າ 90 ຈໍານວນ 1 ກະບອກ
  • ອຸປະກອນເສບຢາບ້າ
  • ຝິ່ນຈໍານວນໜຶ່ງ