ໃນວັນທີ 30 ມີນາ 2022, ສູນຄວບຄຸມລະບົບວົງຈອນປິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ສະຫຼຸບວຽກງານ ປະຈຳປີ 2021, ໂດຍການເປັນປະທານຂອງ ພັອ ຄອນສີ ເນົາວະລາດ ຫົວໜ້າສູນຄວບຄຸມລະບົບວົງຈອນປິດ, ມີບັນດາພະນັກງານຫຼັກແຫຼ່ງ ພະນັກງານ-ນັກຮົບພາຍໃນສູນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ບໍລິວົງ ວົງຫຼວງລາດ ຮອງຫົວໜ້າສູນຄວບຄຸມລະບົບວົງຈອນປິດ ໄດ້ລາຍງານວ່າ:

ໃນໄລຍະ 1 ປີຜ່ານມາ, ສູນຄວບຄຸມລະບົບວົງຈອນປິດ ໄດ້ສຸມໃສ່ຈັດຕັ້ງກຳລັງປະຈຳການ ໃນການລໍຖ້າຮັບແຈ້ງເຫດສຸກເສີນ ຜ່ານສາຍດ່ວນ 1191 ຕະຫຼອດ 24 ຊົ່ວໂມງ ເພື່ອສະໜອງຂໍ້ມູນສົ່ງໃຫ້ພະແນກທີ່ກ່ຽວຂ້ອງ ປະສານແກ້ໄຂເຫດການ ເປັນຕົ້ນແມ່ນ ໂທແຈ້ງເຫດການເກີດອຸບັດຕິເຫດ, ອາລະວາດ, ມົ້ວສຸມຢາເສບຕິດ, ຫຼິ້ນການພະນັນ, ລັກຊັບ, ຊີງຊັບ, ສໍ້ໂກງ, ອັກຄີໄພ, ຄ້າມະນຸດ, ທຳມິດສະຈານ, ທຳຮ້າຍຮ່າງກາຍ, ກຸ່ມແກ້ງກວນເມືອງ, ທຳລາຍຊັບ, ຊຸມແຊວກໍ່ຄວາມວຸ້ນວາຍ, ລົດເສຍ ແລະອື່ນໆ.

ປັດຈຸບັນ, ກ້ອງວົງຈອນປິດທົ່ວປະເທດ ມີທັງໝົດ 1.535 ກ້ອງ, ສະເພາະນະຄອນຫຼວງວຽງຈັນ ມີ 1.079 ໜ່ວຍ, ໄດ້ເອົາໃຈໃສ່ໃນການກວດກາຕິດຕາມເຝົ້າລະວັງ ຜ່ານລະບົບກ້ອງ CCTV ເພື່ອກວດກາສະພາບເປັນຕົ້ນໃນສະຖານທີ່ສຳຄັນຂອງພັກ-ລັດ, ກວດກາການສັນຈອນແອອັດ ໃນໂມງເລັ່ງດ່ວນ ໃນທົ່ວນະຄອນຫຼວງວຽງຈັນ ຢ່າງເປັນປົກກະຕິ ເຊິ່ງສະແດງອອກຄື: ໄດ້ຄົ້ນຫາເປົ້າໝາຍຜ່ານກ້ອງ CCTV ຕາມການສະເໜີ ທັງໝົດ 95 ກໍລະນີ ເຊິ່ງມີເຫດການອຸບັດຕິເຫດ 43 ຄັ້ງ, ລັກຊັບ 36 ເລື່ອງ, ຊີງຊັບ 2 ເລື່ອງ ແລະອື່ນໆ.

ຜ່ານການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃນໄລຍະຜ່ານມາ, ສູນຄວບຄຸມລະບົບວົງຈອນປິດ ຖືເປັນສູນລວມໃນການສະໜອງຂໍ້ມູນຂອງເປົ້າໝາຍໃນການແກ້ໄຂ, ມ້າງຄະດີ, ແກ້ໄຂເປົ້າໝາຍຕ່າງໆ ຮ່ວມກັບ ກົມກອງວິຊາສະເພາະທີ່ກ້ຽວຂ້ອງ ເຊິ່ງສະແດງອອກໃນບັນດາ 19 ສະຖານີ ໄດ້ອອກກວດກາລາດຕະເວນ 2.672 ຄັ້ງ, ສາມາດກັກຕົວຜູ້ຖືກຫາໄດ້ 333 ຄົນ, ຢືດຢາບ້າໄດ້ ຈຳນວນ 94 ເປົາ ກັບອີກ 16.900.000 ເມັດ ແລະ 14 ມັດ, ຢາໄອສ໌ 10 ເປົາ, ເຮໂຣອິນ 2 ເປົາ, ປືນ 11 ກະບອກ.