ໃນວັນທີ 1 ເມສາ 2022, ການນໍາ ກະຊວງ ປກສ ນໍາໂດຍ ພົອ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ເນື່ອງໃນໂອກາດ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 61 ປີ (5 ເມສາ 1961-5 ເມສາ 2022).

+ ພົອ ວິໄລ ຫຼ້າຄໍາຟອງ ລາຍງານວ່າ:

ເນື່ອງໃນໂອກາດ ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 61 ປີ, ກະຊວງ ປກສ ໄດ້ຈັດຕັ້ງຫຼາຍກິດຈະກໍາເປັນຕົ້ນແມ່ນ ຈັດຕັ້ງເຊື່ອມຊືມເອກະສານ, ປາຖະກະຖາໃຫ້ກໍາລັງ ປກສ ໃນຂອບເຂດທົ່ວປະເທດ, ກິດຈະກໍາສ້າງຂະບວນການຕີກັອບ ແລະ ກິລາຍິງປືນ ພ້ອມທັງຖະແຫຼງຂ່າວຜ່ານສື່ມວນຊົນທາງສື່ສິ່ງພິມ, ສື່ເອເລັກໂຕຼນິກ, ທາງອອນໄລນ໌ ແລະ ກິດຈະກໍາອື່ນໆ ຢ່າງມີຄວາມໝາຍຄວາມສໍາຄັນ ແລະ ເປັນຂະບວນຟົດຟື້ນ; ນອກນີ້, ຍັງໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ເຊິ່ງນັບແຕ່ມື້ຈັດຕັ້ງປະຕິບັດມາເຖິງປັດຈຸບັນ ສາມາດແກ້ໄຂຄະດີໄດ້ເປັນຈໍານວນຫຼວງຫຼາຍ ເຮັດໃຫ້ຄະດີຢາເສບຕິດມີທ່າອ່ຽງຫຼຸດລົງ.

ແນວໃດກໍຕາມ, ວຽກງານດັ່ງກ່າວ ກະຊວງ ປກສ ຈະສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີປະສິດທິພາບ-ປະສິດທິຜົນສູງ, ໃນໂອກາດວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 61 ປີ ໝູນວຽນມາອີກວາລະໜຶ່ງ ລັດຖະມົນຕີ ກະຊວງ ປກສ ໄດ້ຖືໂອກາດນີ້ອວຍພອນມາຍັງ ປະທານສະພາ ພ້ອມດ້ວຍຄະນະ ໃຫ້ມີສຸຂະພາບເຂັ້ມແຂງ, ສືບຕໍ່ໃຫ້ຄວາມໃກ້ຊິດຕິດແທດ, ໃຫ້ທິດຊີ້ນໍາ ກະຊວງ ປກສ ໃນການຈັດຕັ້ງປະຕິບັດວຽກງານໃຫ້ປະສົບຜົນສຳເລັດໃນທຸກວຽກງານ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍ້ອງຍໍຊົມຕໍ່ຜົນງານ ແລະ ໄຊຊະນະຕະຫຼອດໄລຍະ 61 ປີ ທີ່ ກະຊວງ ປກສ ຍາດມາໄດ້, ຜົນງານດັ່ງກ່າວສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ໂດຍຖືເອົາໂອກາດນີ້ອວຍພອນ ລັດຖະມົນຕີ ກະຊວງ ພ້ອມຄະນະ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ໄດ້ຮັບຜົນສໍາເລັດສູງ; ພ້ອມນີ້, ທ່ານປະທານສະພາແຫ່ງຊາດ ຍັງໄດ້ມອບກະຕ່າດອກໄມ້ໃຫ້ ທ່ານລັດຖະມົນຕີ ກະຊວງ ປກສ.