ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ສະຫຼຸບບັ້ນດໍາເນີນຊີວິດການເມືອງ ທົ່ວກໍາລັງປ້ອງກັນສູນກາງ ປະຈໍາປີ 2021 ໃນວັນທີ 31 ມີນາ 2022, ເປັນປະທານໂດຍ ພົຈວ ສົມພົງ ຂໍາວິລຸນ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ-ຄະນະບັນຊາ, ຫ້ອງ, ກອງພັນ, ກອງຮ້ອຍ, ໂຮງຮຽນ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພົຈວ ສົມພົງ ຂໍາວິລຸນ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນສູນກາງ

ພັທ ສູນເພັງ ສິນທະວອນ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງການເມືອງ ກ່າວວ່າ:

ຜົນໄດ້ຮັບໃນເວລາດໍາເນີນຊີວິດການເມືອງ ສໍາຫຼວດກວດກາ ຄະນະພັກ, ຄະນະບັນຊາ, ສະມາຊິກພັກ, ພະນັກງານ-ນັກຮົບ ສ່ວນຫຼາຍມີຄວາມຕື່ນຕົວເຂົ້າຮ່ວມຢ່າງເປັນເຈົ້າການ ສະແດງອອກຄື ທຸກສະຫາຍແມ່ນຂຽນໃບສໍາຫຼວດດ້ວຍຕົນເອງ, ການຂຽນກໍແມ່ນຈະແຈ້ງ, ຖືກຕ້ອງຕາມມາດຖານເງື່ອນໄຂທີ່ໄດ້ກໍານົດໄວ້.

ໃນເວລາຜ່ານໃບສໍາຫຼວດ ຢູ່ບັນດາຫ້ອງ, ກອງພັນ, ໂຮງຮຽນ ເຫັນວ່າມີບັນຍາກາດຟົດຟື້ນ, ການປະກອບຄໍາເຫັນຕໍານິຕິຊົມຂອງໝູ່ເພື່ອນສະຫາຍ ຫຼື ການຈັດຕັ້ງ ລ້ວນແຕ່ມີຄວາມຈິງໃຈຮັບເອົາ ເພື່ອດັດແປງແກ້ໄຂຈຸດອ່ອນຂອງຕົນ, ເຮັດໃຫ້ນາຍ ແລະ ພົນຕໍາຫຼວດ ທົ່ວກໍາລັງປ້ອງກັນສູນກາງ ມີແນວຄິດການເມືອງໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວີໃນເຂັ້ມງວດ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງຄະນະພັກທຸກຂັ້ນ, ເຮັດສໍາເລັດໜ້າທີ່ການເມືອງຂອງຕົນ, ຮັກສາໄດ້ທາດແທ້, ມູນເຊື້ອອັນສະຫງ່າງາມ, ຜົນງານໄຊຊະນະອັນໃຫຍ່ຫຼວງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຕະຫຼອດໄລຍະ 61 ປີທີ່ຜ່ານມາ.

ຜ່ານບັ້ນດໍາເນີນຊີວິດການເມືອງຄັ້ງນີ້ ສາມາດຍົກສູງລະດັບຄວາມຮູ້-ຄວາມສາມາດ ແລະ ບົດຮຽນໃນການຊີ້ນໍາບັນຊາຂອງ ຄະນະພັກ, ຄະນະບັນຊາແຕ່ລະຂັ້ນ, ຈິງໃຈຕໍານິສົ່ງຂ່າວເຊິ່ງກັນແລະກັນ ເຫັນໄດ້ດ້ານດີທີ່ຕັ້ງໜ້າ ແລະ ດ້ານອ່ອນທີ່ຄົງຄ້າງ ເພື່ອຈະໄດ້ພ້ອມກັນປັບປຸງໃຫ້ດີຂຶ້ນຕື່ມບາດກ້າວໜຶ່ງ ທັງເປັນການຕ້ານ ແລະ ສະກັດກັ້ນຕີຖອຍບັນດາທັດສະນະແນວຄິດ, ປະກົດການຫຍໍ້ທໍ້ດ້ານຕ່າງໆ, ສິ່ງສໍາຄັນແມ່ນຍົກໃຫ້ເຫັນດ້ານດີ, ຜົນງານດ້ານອ່ອນ ແລະ ຂໍ້ຄົງຄ້າງຂອງສະມາຊິກພັກ, ພະນັກງານ-ນັກຮົບ ຕະຫຼອດໄລຍະ 1 ປີຜ່ານມາ ຈຶ່ງສາມາດຕີລາຄາແບ່ງປະເພດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ທົ່ວກອງບັນຊາການໄດ້ດັ່ງນີ້:

ດ້ານຈໍານວນພົນມີໜ້າເຂົ້າຮ່ວມບັ້ນດໍາເນີນຊີວິດການເມືອງ ຄັ້ງນີ້ 871 ສະຫາຍ ຍິງ 158 ສະຫາຍ, ສາມາດແບ່ງປະເພດໄດ້ຄື: ປະເພດ l ມີ 776 ສະຫາຍ ຍິງ 138 ສະຫາຍ ກວມເອົາ 89,09%, ປະເພດ ll ມີ 76 ສະຫາຍ ຍິງ 18 ສະຫາຍ ກວມເອົາ 8,72%, ປະເພດ lll ມີ 19 ສະຫາຍ ຍິງ 31 ສະຫາຍ ກວມເອົາ 18,71%.

ຈາກນັ້ນ, ກໍໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021; ໃນນີ້, ໜ່ວຍພັກທີ່ຂຶ້ນກັບ ກອງບັນຊາການປ້ອງກັນສູນກາງ ຮັບຮອງເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ມີ 15 ໜ່ວຍ.

ໂອກາດດັ່ງກ່າວ ຍັງໄດ້ປາຖະກະຖາ ວັນສ້າງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 61 ປີ ເຊິ່ງປາຖະກະຖາໂດຍ ພົຈວ ສົມພົງ ຂໍາວິລຸນ.