ກົມຕໍາຫຼວດຂຸມຄັງ-ດັດສ້າງ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 61 ປີ (5-ເມສາ 1961-5 ເມສາ 2022) ໃນວັນທີ 1 ເມສາ 2022, ປາຖະກະຖາໂດຍ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະກົມ, ພະແນກ, ຄ້າຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ

ພົຈວ ສົມລິດ ດາວຮຸ່ງສຸລິ ໄດ້ຍົກໃຫ້ເຫັນມູນເຊື້ອ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໂດຍຫຍໍ້ ວ່າ:

ກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 5 ເມສາ 1961, ໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃຕ້ການຊີ້ນໍາ-ນໍາພາ, ສຶກສາອົບຮົມໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກ, ການເຕີບໃຫຍ່ເຂັ້ມແຂງຂອງກຳລັງປ້ອງກັນຄວາມສະຫງົບປະຕິວັດ ໄດ້ສືບທອດມູນເຊື້ອອັນພິລະອາດຫານຂອງບັນພະບູລຸດລາວອັນຍິ່ງໃຫຍ່, ຍິ່ງຕີກໍ່ຍິ່ງມີໄຊຊະນະ, ຍິ່ງສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງ, ການປະຕິວັດລາວກ້າວໜ້າຂຶ້ນ, ຮອດບ່ອນໃດກຳລັງປ້ອງກັນຄວາມສະຫງົບ ກໍເຕີບໃຫຍ່ຂະຫຍາຍຕົວຂຶ້ນຮອດບ່ອນນັ້ນ, ທັງເປັນກຳລັງຫຼັກແຫຼ່ງໃນຂະບວນການຕໍ່ສູ້ຂອງປະຊາຊົນ, ມາຈາກປະຊາຊົນ, ໂດຍປະຊາຊົນ, ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.

ຕະຫຼອດໄລຍະ 61 ປີຜ່ານມາ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ສືບທອດມູນເຊື້ອອັນພິລະອາດຫານບໍ່ຍອມຈຳນົນຂອງຊາດ, ຂອງກຳລັງປະກອບອາວຸດປະຕິວັດປະຊາຊົນ, ນັບແຕ່ມື້ກໍາເນີດເກີດຂຶ້ນມາທັງສູ້ຮົບ, ທັງປັບປຸງກໍ່ສ້າງຕົນເອງ ໂດຍໄດ້ຮັບການອົບຮົມສັ່ງສອນຈາກພັກປະຊາຊົນປະຕິວັດລາວ ແລະ ການອຸ້ມຊູລ້ຽງດູຂອງປະຊາຊົນລາວບັນດາເຜົ່າ.

ກຳລັງປ້ອງກັນຄວາມສະຫງົບ ສາມາດເສີມຂະຫຍາຍມູນເຊື້ອຕໍ່ສູ້ພິລະອາດຫານຂອງຊາດຂຶ້ນສູ່ບາດກ້າວໃໝ່ ແລະ ຄຸນນະພາບໃໝ່, ສ້າງໄດ້ມູນເຊື້ອອັນສະຫງ່າງາມຫຼາຍປະການ ເປັນຕົ້ນແມ່ນ ກຳລັງປ້ອງກັນຄວາມສະຫງົບ ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ອຸດົມການສັງຄົມນິຍົມ ແລະ ຕໍ່ປະຊາຊົນ, ມີມູນເຊື້ອລົງກໍ່ສ້າງຮາກຖານປຸກລະດົມຂົນຂວາຍ ແລະ ໃກ້ຊິດຕິດແທດກັບປະຊາຊົນໃນແຕ່ລະໄລຍະ, ມີມູນເຊື້ອສູ້ຮົບພິລະອາດຫານ ແລະ ຕໍ່ສູ້ບໍ່ຍອມຈຳນົນກັບສັດຕູ, ກຸ່ມຄົນບໍ່ດີ, ມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ເພີ່ມພູມຜະລິດຜົນ, ປະຢັດມັດທະຍັດ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.