ການນໍາເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ລົງຈັດຕັ້ງປະຕິບັດຢູ່ພາຍໃນເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກໍເພື່ອແນໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມຢູ່ພາຍໃນເມືອງ, ເປັນການປຸກລະ ດົມທຸກຄົນ ແລະ ທຸກສັງຄົມ ພາຍໃນເມືອງ ແລະ ບ້ານປະກອບສ່ວນເຂົ້າໃນວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ເຊິ່ງເປັນວາລະແຫ່ງ ຊາດຕ້ານທຸກການແຜ່ລາມ, ການແຊກຊຶມເຂົ້າໃນທຸກຊັ້ນຄົນໃນສັງຄົມຕົກເປັນທາດຂອງຢາເສບຕິດ ແນໃສ່ເຮັດໃຫ້ບ້ານມີຄວາມສະຫງົບ, ຖືເອົາວຽກງານສະກັດກັ້ນ, ຕ້ານຢາເສບຕິດໃຫ້ກາຍເປັນໜ້າທີ ແລະ ພັນທະຂອງປະຊາຊົນທຸກຄົນ ຖືເອົາການສ້າງ ແລະ ປະເມີນບ້ານປອດຢາເສບຕິດ; ໃຫ້ກາຍເປັນຈຸດເລີ່ມຕົ້ນ ແລະ ຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ນັບມື້ຫຼຸດລົງເທື່ອລະກ້າວ.

ພັທ ສາລິກາ ເພັດມະນີ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊເສດຖາ ກ່າວວ່າ: ການລົງເຮັດວຽກໃນຄັ້ງນີ້ ກໍແນໃສ່ເຮັດໃຫ້ກຳລັງ ປກຊ -ປກສ ແລະ ພໍ່-ແມ່ປະຊາຊົນພາຍໃນບ້ານເຫັນ ໄດ້ຄວາມສໍາຄັນໃນການສ້າງບ້ານ ແລະ ຄອບຄົວປ້ອງກັນຄວາມສະຫງົບດີ, ສ້າງບ້ານປອດຢາເສບ ຕິດ; ການລົງເຄື່ອນໄຫວຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດແມ່ນເລີມແຕ່ປີ 2019 ເປັນຕົ້ນມາ ແລະ ສາມາດລົງຈັດຕັ້ງປະຕິບັດຢູ່ໃນ 5 ກຸ່ມບ້ານ; ຜ່ານການກວດກາຕິດຕາມການລົງເຄື່ອນໄຫວວຽກດັ່ງກ່າວເຫັນວ່າພໍ່-ແມປະຊາຊົນກໍເຫັນດີ ແລະ ມອບເປົ້າໝາຍທີ່ເຄື່ອນໄຫວເສບຢາເສບຕິດໃຫ້ເຈົ້າໜ້າທີ່ ສຶກສາອົບຮົມຈົນມີການປ່ຽນແປງ, ສ່ວນການຄ້າ-ຂາຍຢາເສບຕິດກໍມີທ່າອ່ຽງຫຼຸດລົງ ຍ້ອນພວກເຮົາໄດ້ສຸມໃສ່ແກ້ໄຂນັບແຕ່ຄ້າຂາຍລາຍນ້ອຍໄປຫາລາຍໃຫຍ່; ນອກນີ້, ພວກເຮົາຍັງມີການປັບປຸງກຳລັງ ປກສ ບ້ານໃຫ້ມີຄວາມເຂັ້ມແຂງ ສາມາດເຄື່ອນ ໄຫວເຮັດວຽກປ້ອງກັນຄວາມສະຫງົບ ໄດ້ຢ່າງເຕັມເມັດເຕັມໜ່ວຍ ແລະ ເຮັດໃຫ້ພາຍໃນບ້ານດັ່ງກ່າວມີຄວາມສະຫງົບ ແລະ ເປັນລະບຽບຮຽບ ຮ້ອຍດີ; ປັດຈຸບັນ, ກອງບັນຊາການ ປກສ ເມືອງໄຊເສດຖາ ຕັ້ງເປົ້າໄວ້ຈະເຄື່ອນໄຫວຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດຢູ່ພາຍໃນເມືອງໃຫ້ສໍາເລັດໂດຍໄວ.

ໃນປີ 2021 ຜ່ານມາ, ກໍາລັງ ປກສ ເມືອງໄຊເສດຖາ ໄດ້ເອົາໃຈໃສ່ແກ້ໄຂບັນຫາຢາເສບຕິດໂດຍສຸມໃສ່ກວດກາກໍານົດບັນດາເປົ້າໝາຍທີ່ມີຄວາມສ່ຽງ ແລະ ມີການເຄື່ອນໄຫວມົ້ວສຸມ ແລະ ຊື້-ຂາຍຢາເສບຕິດ;ຜ່ານການຈັດຕັ້ງປະຕິບັດໃນການສືບຄົ້ນຫາ ໄດ້ພົບເຫັນບັນດາເປົ້າໝາຍພາຍໃນເມືອງ ແລະ ມາຈາກເມືອງອື່ນມາເຄື່ອນໄຫວຄ້າ-ຂາຍມົ້ວສຸມເສບຢາເສບຕິດໄດ້ 109 ເລື່ອງ, ກັກຜູ້ຖືກຫາໄດ້ 162 ຄົນຍິງ 13 ຄົນ; ໃນນີ້, ຄ້າ -ຂາຍຢາເສບຕິດມີ 40 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 54 ຄົນຍິງ 6 ຄົນ, ມີຢາເສບຕິດໄວ້ໃນຄອບຄອງ 23 ເລື່ອງ, ກັກຜູ້ຖືກຫາໄດ້ 25 ຄົນ ຍິງ 1 ຄົນ, ມົ້ວສຸມເສບຢາເສບຕິດ 46 ເລື່ອງ, ກັກຜູ້ຖືກຫາໄດ້ 83 ຄົນ ຍິງ 6 ຄົນ; ຢຶດຂອງກາງຢາບ້າໄດ້ທັງໝົດ 1.235.096 ເມັດ, ຢາໄອສ໌ 400 ກຼາມ ແລະ ອຸປະກອນການເສບຢາຈໍານວນໜຶ່ງ ພ້ອມກັບປືນສັ້ນ 1 ກະບອກ ແລະ ລູກປືນ 5 ລູກ.

ພັທ ຊື່ຫວ່າງ ກາລໍ ຫົວໜ້າ ປກສ ກຸ່ມ 5 ວັງຊາຍ ກ່າວວ່າ: ການຈັດຕັ້ງປະຕິບັດກ່ຽວກັບວາ ລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດຢູ່ພາຍໃນກຸ່ມ 5 ວັງຊາຍ ແມ່ນເລີ່ມຈັດຕັ້ງມາແຕ່ປີ 2019 ມາເຖິງໄລຍະໜຶ່ງມີການແຜ່ລະບາດຂອງ ເຊື້ອພະຍາດໂຄວິດຈຶ່ງເຮັດໃຫ້ການຈັດຕັ້ງວາລະ ດັ່ງກ່າວຢຸດສະງັກ. ມາເຖິງປັດຈຸບັນ, ພວກເຮົາເລີ່ມສືບຕໍ່ຈັດຕັ້ງປະຕິບັດແລ້ວ 2 ບ້ານຄື: ບ້ານໂນນສະຫວັນ ແລະ ບ້ານໂນນສະຫງ່າ, ປັດຈຸບັນ ຍັງເຫຼືອທັງ ໝົດ 8 ບ້ານທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດ; ການຈັດຕັ້ງປະຕິບັດແມ່ນອີງໃສ່ແຜນຂອງ ກອງບັນຊາການ ປກສ ນວ ໂດຍສະເພາະແມ່ນກອງບັນຊາ ການ ປກສ ເມືອງໄຊເສດຖາ ໃນການ ຈັດຕັ້ງປະຕິບັດວາລະແຫ່ງຊາດ; ການລົງຈັດຕັ້ງໃນ ຄັ້ງນີ້, ພວກເຮົາໄດ້ແຕ່ງຕັ້ງເປັນອະນຸກຳມະການເກັບກໍາສະຖິຕິຢູ່ແຕ່ລະໜ່ວຍ 10 ຫຼັງຄາເຮືອນ ເພື່ອຊອກໃຫ້ເຫັນບັນຫາທີ່ຈະໄດ້ແກ້ໄຂ; ເຊິ່ງວຽກຫຼັກທີ່ພວກເຮົາສຸມໃສ່ນີ້ປະກອບມີ: ວຽກຄຸ້ມຄອງສໍາມະໂນຄົວ ໂດຍເລັ່ງແກ້ໄຂຄົນບໍ່ໄດ້ ຂຶ້ນສໍາມະໂນຄົວແລ້ວນໍາສະເໜີຂັ້ນເທິງແກ້ໄຂ ແລະ ຕິດພັນກັບຄົນພັກເຊົາພາຍໃນບ້ານວ່າມີຄົນມາພັກເຊົາໜ້ອຍຫຼາຍຊໍ່າໃດ, ຄົນຕ່າງປະເທດເທົ່າ ໃດ ແລະ ມາພັກອາໄສຖືກຕ້ອງ ຫຼື ບໍ່; ວຽກງານຕໍາຫຼວດ ແມ່ນຈະສຸມໃສ່ໃນການສະກັດກັ້ນ ແລະ ປາບປາມຢາເສບຕິດພາຍໃນບ້ານໂດຍຊອກໃຫ້ເຫັນຜູ້ໃດເປັນຜູ້ຄ້າຂາຍ, ຜູ້ໃດເປັນກຸ່ມສ່ຽງ ຫຼື ກຸ່ມມົ້ວສຸມແລ້ວແກ້ໄຂໃຫ້ໝົດໄປ ໂດຍຕິດພັນກັບທຸກປະ ກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນຢູ່ ພາຍໃນບ້ານ; ວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ຕາມທ້ອງຖະໜົນຫຼວງຢູ່ພາຍໃນກຸ່ມບ້ານ.

ທ່ານ ໄພວັນ ພັນທະສີຍາ ນາຍບ້ານໂນນສະຫງ່າ ກ່າວຕື່ມວ່າ: ບ້ານໂນນສະຫງ່າ ເປັນບ້ານໜຶ່ງ ໃນ 48 ບ້ານທີ່ຂຶ້ນກັບເມືອງໄຊເສດຖາ ຜ່ານມາ ອຳນາດການປົກຄອງໄດ້ສຸມໃສ່ເກັບກໍາເປົ້າໝາຍ ພົວພັນກັບຢາເສບຕິດຢູ່ພາຍໃນບ້ານໄດ້ທັງໝົດ 19 ຄົນ ຍິງ 1 ຄົນ, ກັກຕົວສົ່ງກອງຄະດີ 9 ຄົນ, ເປົ້າໝາຍຍັງເຫຼືອປັດຈຸບັນ ຍັງ 11 ຄົນ; ໃນນີ້, ປະເພດ 1 ມີ 4 ຄົນ, ປະເພດ 2 ມີ 5 ຄົນ ແລະ ປະເພດ 3 ມີ 2 ເລື່ອງ; ຈາກການລົງມາຈັດຕັ້ງວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດຂອງ ປກສ ເມືອງ ແລະ ປກສ ກຸ່ມຢູ່ພາຍໃນບ້ານໂນນສະຫງ່າໃນຄັ້ງນີ້ ຫວັງຢ່າງຍິງວ່າຢູ່ພາຍໃນບ້ານຈະບໍ່ມີເປົ້າໝາຍພົວພັນກັບຢາເສບຕິດອີກ ແລະ ສາມາດສ້າງບ້ານໃຫ້ກາຍເປັນບ້ານແອດຢາເສບຕິດ ແລະ ກາຍເປັນບ້ານປ້ອງກັນຄວາມສະຫງົບດີ.

ໃນຕໍ່ໜ້າ, ກອງບັນຊາການ ປກສ ເມືອງໄຊເສດຖາ ຈະລົງສົມທົບກັບ ປກສ ກຸ່ມບ້ານ ຕ່າງໆລົງເຄື່ອນໄຫວກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ໃຫ້ຄົບທັງໝົດ 48 ບ້ານ ທີ່ຂຶ້ນກັບເມືອງຈັນທະບູລີ ເພື່ອສ້າງໃຫ້ໄດ້ບ້ານປ້ອງກັນຄວາມສະຫງົບດີ ແລະ ບ້ານປອດຢາເສບຕິດ ແນໃສ່ເຮັດໃຫ້ທົ່ວເມືອງໄຊເສດຖາ ກາຍເປັນເມືອງທີ່ມີຄວາມສະຫງົບ ແລະ ກາຍເປັນເມືອງປອດຢາເສບຕິດໃນອະນາຄົດ.