ໃນອາທິດຜ່ານມານີ້, ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ( 22 ມີນາ 1955-ວັນທີ 22 ມີນາ 2022 ) ແລະ ມູນເຊື້ອ 21 ມີນາ ວັນ ນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດຄົບຮອບ 76 ປີ (21 ມີນາ 1946-21 ມີນາ 2022 ), ປະຖະກະຖາໂດຍ ພັອ ບຸນປະດິດ ວົງພູທອນ ຄະນະພັກ ຮອງຫົວໜ້າກອງບັນຊາການ, ຫົວໜ້າຫ້ອງສັນຕິບານ ປກສ ແຂວງ, ມີຄະນະພັກ-ຄະນະຫ້ອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮວ່ມ.

ພັອ ບຸນປະດິດ ວົງພູທອນ ກ່າວວ່າ: ການກຳເນີດຂອງພັກປະຊາຊົນ ປະຕິວັດລາວ ໄດ້ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ເປັນພັກທີ່ເດີນຕາມລັດທິມາກ-ເລນິນ, ເປັນພັກທີ່ສືບທອດພາລະກິດຂອງພັກຄອມມູນິດຈີນ ເປັນຕົວແທນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານທີ່ແທ້ຈິງ, ພັກຖືເອົາການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນເປັນທິດພື້ນຖານໃນການເຄື່ອນໄຫວ; ປະທານ ໄກສອນ ພົມວິຫານ ໄດ້ຢືນຢັນ ແຕ່ຫົວທີວ່າ: “ ພັກເຮົາໄດ້ກໍາເນີດຂຶ້ນ ໂດຍການສົມທົບລະຫວ່າງລັດທິມາກ-ເລນິນ ກັບ ລັດທິຮັກຊາດອັນແທ້ຈິງ ແລະ ລັດທິສາກົນກໍາມະກອນອັນຜ່ອງໃສ ຕະຫຼອດໄລຍະການສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນໍາພາ ການປະຕິວັດ 67 ປີ ຜ່ານມາ, ພັກເຮົາ ຍາມໃດກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ; ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ເປົ້າໝາຍສັນຕິ ພາບ, ເອກະລາດ, ເອກະພາບວັດທະນະຖາວອນ ຕາມເສັ້ນທາງເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະຊາຊົນມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ ຍຸຕິທໍາ ແລະ ສີວິໄລ; ປັບປຸງຕົວເອງຕາມທິດປອດໃສ, ເຂັ້ມແຂງຕະຫຼອດເວລາ; ພາຍໃຕ້ການ ນໍາພາອັນສະຫຼາດສ່ອງໃສຂອງພັກປະ ຊາຊົນ ປະຕິວັດລາວ ທົ່ວກອງທັບທົ່ວ ປວງ ຊົນລາວທັງຊາດ ສາມາດຍາດໄດ້ໄຊຊະນະນີ້ໄປສູ່ໄຊຊະນະໃໝ່ ສ້າງໜ້າປະຫວັດສາດອັນສະຫວ່າງສະໄຫວ ໃນເງື່ອນໄຂປ່ຽນແປງໃໝ່ ພັກເຮົາໄດ້ ສືບຕໍ່ນໍາພາປະເທດຊາດໄດ້ຜ່ານຜ່າ ຄວາມທຸກຍາກ ແລະ ສິ່ງທົດສອບ ຕ່າງໆສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງມີຄວາມໝາຍປະຫວັດສາດ ປະ ຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດທີ່ມີ ຜົນສໍາເລັດເປັນກ້າວໆ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດດ້ວຍການຍູ້ແຮງການຫັນເປັນອຸດສາຫະກໍາທັນສະໄໝ.

ໃນພີທີຍັງໄດ້ຍົກໃຫ້ເຫັນມູນເຊື້ອການຕໍ່ສູ້ຂອງນັກຮົບປະຕິວັດ ພ້ອມດ້ວຍປະຊາຊົນບັນດາ ເຜົ່າຊາວເມືອງ ທ່າແຂກໃນບັ້ນຮົບປ້ອງກັນຕົວເມືອງ ທ່າແຂກຢ່າງອົງອາດ, ກ້າແກ່ນດ້ວຍນ້ຳໃຈເສຍສະຫຼະເພື່ອປະເທດຊາດຕ້ານຈັກກະພັດຜູ້ຮຸກຮານໃນໄລຍະຜ່ານມາ; ເຊິ່ງການປາຖະກະຖາວັນສຳຄັນປະ ຫວັດສາດໃນຄັ້ງນີ້ ແມ່ນເພື່ອເປັນການທົບທວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ແລະ ຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກເຮົາ ພ້ອມທັງຖືເອົາໂອກາດນີ້ ເປັນການເພີ່ມທະວີການສຶກສາອົບຮົມພະນັກງານ, ສະມາຊິກພັກ, ນັກຮົບ, ລັດຖະກອນ ແລະ ປະຊາຊົນ ບັນດາເຜົ່າກ່ຽວກັບນໍ້າໃຈຮັກຊາດ, ມູນເຊື້ອສາມັກຄີປອງ ດອງປະຊາຊົນ ບັນດາເຜົ່າ, ຊັ້ນຄົນ, ນໍ້າໃຈຕໍ່ສູ້ອັນອົງ ອາດກ້າຫານຂອງກອງທັບ ແລະ ປະຊາຊົນລາວ ເພື່ອລະນຶກເຖິງວິລະກໍາ ອັນຍິ່ງໃຫຍ່ຄວາມເສຍສະຫຼະອັນອົງ ອາດກ້າຫານຂອງປະຊາຊົນຊາວເມືອງທ່າແຂກພາຍໃຕ້ການນຳພາຂອງປະ ທານ ສຸພານຸວົງ ພ້ອມດ້ວຍໝູ່ຄະນະວິລະບູລຸດເຫຼັກ ໃນວັນທີ 21 ມີນາ 1946; ເຊິ່ງແມ່ນເຫດການປະຫວັດສາດອັນສຳຄັນ ແລະ ຍິ່ງໃຫຍ່ທີ່ພວກເຮົາຈະຕ້ອງໄດ້ຫວນຄືນ ເພື່ອພ້ອມກັນສ້າງສະຕິຊາດ ເອກະລາດ ເອກະພາບໜຶ່ງດຽວ ພາຍໃຕ້ການນຳພາຂອງພັກ.