ໃນອາທິດຜ່ານມາ, ຄະນະຮາກຖານຊາວໜຸ່ມກອງບັນຊາການ ປກສ ແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2021 ແລະ ວາງທິດທາງແຜນການ ປະຈໍາປີ 2022 ເປັນປະທານໂດຍ ພັທ ດວງເພັດ ພົມມະຈັນ ເລຂາຄະນະຮາກຖານຊາວໜຸ່ມ ປກສ ແຂວງ, ເຂົ້າຮ່ວມມີ ທ່ານ ຈັນທະວອນ ສີຫາຈັກ ເລຂາຄະນະບໍລິຫານງານຊາວ ໜຸ່ມແຂວງ ແລະ ພັອ ແພງສີ ໄຊຍະເພັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຊາວ ໜຸ່ມແຂວງ, ແຂກຖືກເຊີນ ແລະ ຊາວໜຸ່ມຫ້ອງອ້ອມຂ້າງ ເຂົ້າຮ່ວມ.

ຮອ ວິລັດຖະກອນ ພົມພິທັກ ຮອງເລຂາ ຄະນະພັກຮາກຖານຊາວໜຸ່ມ ປກສ ແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານວ່າ: ໃນໄລຍະ 1 ປີ ຜ່ານມາ, ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາ-ແນວຄິດໃຫ້ສະມາຊິກຊາວໜຸ່ມເປັນປົກກະຕິ ແລະ ຕໍ່ເນື່ອງ, ສ້າງຊາວໜຸ່ມໃຫ້ມີຄຸນ ສົມບັດສິນທໍາປະຕິວັດ, ການດໍາລົງຊິວິດໃຫ້ມີຄວາມປອດໃສ່ທ່ຽງທໍາ, ເຊື່ອມຊຶມເອກະສານ ວັນສໍາຄັນຕ່າງໆຂອງຊາດ-ຂອງພັກ, ຍົກລະດັບວິຊາສະເພາະ ແລະ ທິດສະດີການເມືອງ-ການປົກຄອງ 59 ສະຫາຍ, ອອກແຮງລວມ 60 ຄັ້ງ, ເຂົ້າຮ່ວມການແຂ່ງຂັນກິລາປະຈໍາປີ ແລະ ວັນສໍາຄັນຂອງທ້ອງຖີ່ນ, ເຄື່ອນໄຫວເຜີຍແຜ່ ກົດລະບຽບຈາລະຈອນ ແລະ ຜົນຮ້າຍຂອງສີ່ງເສບຕິດຢູ່ບັນດາໂຮງຮຽນມັດ ທະຍົມ ແລະ ໂຮງຮຽນວິຊາຊີບ, ເຂດ ຈຸດອື່ນໆຢ່າງທົ່ວເຖິງ, ກວດກາລາດຕະເວນລຽບຕາມຊາຍແດນ 148 ຄັ້ງ, ສຸມໃສ່ສ້າງພະນັກງານ, ຫ້ອງ ແລະ ໜ່ວຍພັກປອດໃສ, ໜັກແໜ້ນ, ສ້າງໜ່ວຍພັກແຂງຮູ້ນໍາພາຮອບດ້ານໄດ້ 16 ໜ່ວຍ. ນອກນີ້, ຄະນະຊາວໜຸ່ມໄດ້ເອົາໃຈໃສ່ຊູກຍູ້ຊາວໜຸ່ມແຕ່ລະໜ່ວຍໃຫ້ສຸມໃສ່ສ້າງເສດຖະກິດລວມໝູ່ ແລະ ຄອບຄົວ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ ແຕ່ນ້ອຍຫາຫຼາຍ, ເສີມຂະຫຍາຍທາດແທ້ມູນເຊື້ອ 4 ບຸກຂອງຊາວໜຸ່ມໃຫ້ ໄດ້ນາມມະຍົດທີ່ດີແຕ່ລະປີ, ມີສະຕິສູງຕໍ່ການຈັດຕັ້ງ ຈໍາແນກມິດ-ສັດຕູ ແລະ ສັງຄົມໃຫ້ໄດ້ຢ່າງຈະແຈ້ງ.

ຜ່ານການຈັດຕັ້ງປະຕິບັດຕາມຂໍ້ ແຂ່ງຂັນ 4 ບຸກໃນຄະນະຮາກຖານຊາວ ໜຸ່ມ ປກສ ແຂວງ ສາມາດຈັດປະເພດແຂງໄດ້ 290 ສະຫາຍ, ຄາດໜາຍ 5 ສະຫາຍ ແລະ ມີການຈັດປະເພດດີເດັ່ນ 4 ບຸກຂອງຊາວໜຸ່ມເກືອບ 100% ເປັນຕົ້ນແມ່ນຄະນະຮາກຖານຊາວໜຸ່ມ ປກສ ແຂວງ ທະວີຄູນບຸກດ້ານແນວຄິດ, ບຸກດ້ານການຝືກຝົນຫຼ່ໍຫຼອມຕົນເອງ, ບຸກດ້ານການຈັດຕັ້ງ, ສ້າງບຸກຄົນໃຫ້ມີວິຊາຊີບມີວຽກເຮັດງານທໍາສະເໜີຕົ້ນສະເໜີປາຍ.
ໂອກາດດັ່ງກ່າວ, ຄະນະຮາກຖານຊາວໜຸ່ມ ປກສ ໄດ້ຮັບໃບຍ້ອງຍໍ ແລະ ຢັ້ງຢືນຂັ້ນຄະນະບໍລິຫານງານຊາວໜຸ່ມ ແຂວງເປັນ ຄັ້ງທີ 5 ທີ່ ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດໄດ້ດີໃນວຽກງານ 4 ບຸກ ຕະຫຼອດມາ.