ໃນວັນທີ 30 ມີນາ 2022, ສະຫະພັນໜ່ວຍແມ່ຍິງ ກອງບັນຊາການ ປກສ ເມືອງຄຳເກີດ ແຂວງບໍລິຄໍາໄຊ ຈັດກອງປະຊຸມໃຫຍ່ ຄັ້ງທີ VI, ເປັນປະ ທານຂອງສະຫາຍ ພັທ ນາງ ພອນມະນີ ອິນທິລາດ ປະທານສະຫະພັນໜ່ວຍ ແມ່ຍິງ ກອງບັນຊາການ ປກສ ເມືອງຄໍາເກີດ, ເຂົ້າຮ່ວມໂດຍສະຫາຍ ນາງ ສຸກ ຜາລີ ແສງສົມພູ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ ແລະ ສະຫາຍ ພັທ ລຳເງິນ ພະບາດໄຊ ເລຂາ ຄະນະພັກຮາກຖານ ຫົວໜ້າກອງບັນຊາ ການ ປກສ ເມືອງ, ມີແຂກຖືກເຊີນ, ສະມາຊິກແມ່ຍິງ ເຂົ້າຮ່ວມ.

ສະຫາຍ ພັທ ນາງ ພອນມະນີ ອິນທິລາດ ໄດ້ຍົກໃຫ້ເຫັນຜົນງານການ ເຄື່ອນໄຫວຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ຄະນະສະຫະພັນໜ່ວຍແມ່ຍິງ ປກສ ເມືອງຄໍາເກີດ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນບັນຫາສໍາຄັນ ເປັນຕົ້ນແມ່ນການນໍາເອົານິຕິກໍາ, ຂໍ້ກໍານົດ, ກົດລະບຽບຕ່າງໆຂອງຂັ້ນເທິງມາເຜີຍແຜ່ເຊື່ອມຊຶມ ເພື່ອເຮັດໃຫ້ສະມາຊິກແມ່ຍິງມີຄວາມອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ຮັກມູນເຊື້ອ ແລະ ກຽດສັກສີຂອງແມ່ຍິງ, ຍົກສູງສະຕິ ເຄົາລົບລະບຽບກົດໝາຍ, ເສີມຂະຫຍາຍສິດເປັນເຈົ້າຕົນເອງ, ເພີ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕັ້ງ ໜ້າປະກອບສ່ວນໃນການຈັດຕັ້ງປະ ຕິບັດແນວທາງນະໂຍບາຂອງພັກ-ລັດ ສ້າງຄວາມບຸກບືນກ້າວຂຶ້ນ ເຮັດໃຫ້ແມ່ ຍິງ ໄດ້ປະກອບສ່ວນເຂົ້າໃນທຸກວຽກງານວິຊາສະເພາະ.

ຕະຫຼອດໄລຍະ 5 ປີຜ່ານມາ, ສະຫະພັນໜ່ວຍແມ່ຍິງ ປກສ ເມືອງຄໍາເກີດ ສາມາດຍາດໄດ້ຜົນງານ ຢ່າງຮອບດ້ານ; ໃນນີ້, ໄດ້ຮັບຫຼຽນກາ ແຮງງານ 7 ສະຫາຍ, ໃບຍ້ອງຍໍລັດຖະ ບານ 3 ສະຫາຍ, ໃບຍ້ອງຍໍກະຊວງ ປ້ອງກັນຄວາມສະຫງົບ 6 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການເມືອງ ປກສ 5 ສະຫາຍ, ໄດ້ຮັບການຍ້ອງຍໍເລື່ອນຊັ້ນ 22 ສະຫາຍ, ເອົາໃຈໃສ່ຈັດຕັ້ງປະຕິ ບັດຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງ ເຊິ່ງສະ ມາຊິກແມ່ຍິງໃນໜ່ວຍ ແມ່ນໄດ້ຖືກຮັບຮອງເປັນສະມາຊິກແມ່ຍິງ 3 ດີ 29 ສະຫາຍ, ຮັບໃບຢັ້ງຢືນເປັນໜວ່ຍສະຫະພັນແມ່ຍິງ 3 ດີ ໄດ້ 4 ຄັ້ງ, ເອົາໃຈໃສ່ປຸກລະດົມເອື້ອຍນ້ອງແມ່ຍິງ ປະກອບສ່ວນຢ່າງຕັ້ງໜ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນ ເຈົ້າຕົນເອງ ຮູ້ໄດ້ກົນອຸບາຍການຫັນປ່ຽນ ໂດຍສັນຕິຂອງກຸ່ມ ຄົນບໍ່ຫວັງດີ ແລະ ສາມາດຮັກສາຄວາມສະຫງົບໄດ້ໂດຍຟື້ນຖານ, ສຸມສະຕິປັນຍາເຂົ້າໃນການປະຕິບັດວຽກງານວິຊາສະເພາະທີ່ຂັ້ນເທິງມອບໝາຍໃຫ້ສໍາເລັດຢ່າງມີປະສິດທິພາບສູງ.

ນອກນັ້ນ, ຍັງຍົກໃຫ້ເຫັນຈຸດອ່ອນ, ຂໍ້ຄົງຄ້າງບາງດ້ານທີ່ຈະພ້ອມກັນປັບປຸງແກ້ໄຂໃຫ້ດີຂື້ນເທື່ອລະກ້າວ ພ້ອມທັງຈັດຕັ້ງປະຕິບັດຕາມທິດທາງແຜນ ການໃນຕໍ່ໜ້າໃຫ້ປະກົດຜົນເປັນຈິງ. ຫຼັງຈາກນັ້ນ, ຄະນະພັກຊຸດເກົ່າ ກໍໄດ້ ກ່າວລາໜ້າທີ່ກອງປະຊຸມ ໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍແມ່ຍິງຊຸດໃໝ່ ໂດຍມີຜູ້ລົງສະໝັກຈໍານວນ 5 ສະຫາຍ, ເລືອກເອົາ 3 ສະຫາຍ, ຜ່ານການປ່ອນບັດເລືອກຕັ້ງ ແລະ ການຕົກລົງໃນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເປັນເອກະພາບເລືອກໄດ້ສະຫາຍ ພັທ ນາງ ພອນມະນີ ອິນທິລາດ ເປັນປະທານ, ສະຫາຍ ພັຕ ນາງ ສອນ ທະລີ ດວງພິລາວັນ ເປັນຮອງປະທານ ແລະ ສະຫາຍ ພັຕ ນາງ ພູລັດສະໝີ ຈັນຄະມະນີ ເປັນຄະນະ.