ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນວັນທີ 17 ມີນາ 2022, ປກສ ກຸ່ມບ້ານຂວາງ ໄດ້ກັກຕົວຜູ້ຖືກຫາຊື່ ທ້າວ ເຊເກີ ອາຍຸ 62 ປີ ຢູ່ບ້ານຕາໝີ ເມືອງສິງ ພ້ອມຂອງກາງຢາຝີ່ນ 122 ກຼາມ ແລະ ເຈົ້າໜ້າທີ່ຕຳ ຫຼວດຈາລະຈອນຍັງສາມາດຈັບພວກຖືກຫາໄດ້ ອີກ 2 ຄົນ ຊື່ທ້າວ ລີກົ້ງຢາງ ອາຍຸ 40 ປີ ພ້ອມຂອງກາງຢາບ້າ 14 ເມັດ ແລະ ນາງ ມໍຊົງ ອາຍຸ 88 ປີ ພ້ອມຂອງກາງຢາບ້າ 41 ເມັດ; ເຊິ່ງພວກກ່ຽວທັງສອງຄົນຢູ່ບ້ານກາງໂພນສີງ ເມືອງສິງ ແຂວງຫຼວງນ້ຳທາ.

ຜ່ານການສືບສວນ-ສອບສວນ, ພວກກ່ຽວ ໄດ້ຮັບສາລະພາບວ່າ: ຢາເສບຕິດປະເພດຢາບ້າ ແລະ ຢາຝິ່ນ ທີ່ເຈົ້າໜ້າທີ່ກວດກາພົບເຫັນຢູ່ໃນຕົນຕົວນັ້ນແມ່ນຂອງພວກກ່ຽວແທ້, ເຊິ່ງຢາເສບຕິດດັ່ງກ່າວ ພວກກ່ຽວໄດ້ພົວພັນຊື້-ຂາຍນຳຄູ່ຮ່ວມຂະບວນການດຽວກັນຢູ່ເມືອງສິງ ເພື່ອໄວ້ເສບ ແລະ ຂາຍຍ່ອຍ.

ປັດຈຸບັນ, ພວກຖືກຫາດັ່ງກ່າວ ແລະ ຂອງກາງຢາບ້າ ຈຳນວນ 55 ເມັດ ແລະ ຢາຝີ່ນ 122 ກຼາມ ແມ່ນໄດ້ສົ່ງໃຫ້ພະແນກທີ່ກ່ຽວຂ້ອງກອງ ບັນຊາ ການ ປກສ ແຂວງຫຼວງນ້ຳທາ ສືບຕໍ່ດຳເນີນ ສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງພວກຮ່ວມຂະບວນການດຽວກັນມາດຳເນີນຄະດີຕາມລະ ບຽບກົດໝາຍ.