ໃນວັນທີ 8 ເມສາ 2022, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມອບເງິນ ຈໍານວນ 500 ລ້ານກວ່າກີບ ໃຫ້ ກະຊວງປ້ອງກັນຄວາມສະຫງົບ ປະກອບສ່ວນຊຸກຍູ້ເຂົ້າໃນຂະບວນການກິລາຕີກ໋ອບມິດຕະພາບ ເພື່ອຂ່ຳນັບຮັບຕ້ອນ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 61 ປີ (5 ເມສາ 1961-5 ເມສາ 2022), ກ່າວມອບໂດຍ ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ຕາງໜ້າກ່າວຮັບໂດຍ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ, ມີພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

+ ທ່ານ ລັນ ແສງອາພອນ ກ່າວວ່າ:

ການປະກອບສ່ວນຊຸກຍູ້ຄັ້ງນີ້ ແມ່ນເຫັນໄດ້ຄວາມສຳຄັນຂອງວຽກງານປ້ອງກັນຄວາມຫງົບ ທັງເປັນການເສີມຂະຫຍາຍມູນເຊື້ອ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 61 ປີຜ່ານມາ ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງປ້ອງກັນຄວາມສະຫງົບ.

ໂອກາດນີ້, ພົທ ກົງທອງ ພົງວິຈິດ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ແລະ ເຫັນໄດ້ຄວາມໝາຍສຳຄັນຂອງວັນດັ່ງກ່າວ. ພ້ອມດຽວກັນນີ້, ຮອງລັດຖະມົນຕີ ກະຊວງ ປກສ ໄດ້ມອບໃບຊົມເຊີຍໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງ.