ໃນວັນທີ 12 ເມສາ 2022, ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ແຫ່ງສະຫະລັດອາເມລິກາ ປະຈຳ ສປປ ລາວ ເພື່ອຫາລືການຮ່ວມມືໃນຂົງເຂດວຽກງານຕ້ານປະກົດການຫຍໍ້ທໍ້ ໂດຍມີຄະນະທັງສອງຝ່າຍເຂົ້າຮ່ວມ.

ໃນໂອກາດການເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້, ທ່ານ ປີເຕີ ເຮມ໋ອນ ໄດ້ກ່າວສະແດງຄວາມຂອບໃຈ ເປັນຢ່າງສູງມາຍັງທ່ານຮອງລັດຖະມົນຕີ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງກ່າວຈຸດປະສົງໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ກໍເພື່ອປຶກສາຫາລືໃນການຮ່ວມມື ກັນດ້ານຕ່າງໆ ໂດຍສະເພາະແມ່ນບັນຫາປະກົດການຫຍໍ້ທໍ້ທີ່ສົ່ງຜົນກະ ທົບຕໍ່ຄວາມສະຫງົບທາງດ້ານ ການເມືອງ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມເປັນ ຕົ້ນແມ່ນ: ວຽກງານໄຊເບີ້, ບັນຫາຢາເສບຕິດ, ການຄ້າມະນຸດ ແລະອື່ນໆ ເພື່ອຮ່ວມມືກັນສະກັດກັ້ນ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງສອງປະ ເທດໃຫ້ນັບມືມີປະສິດທິພາບສູງຂຶ້ນ.

ໂອກາດດຽວກັນນີ້, ພົທ ກົງທອງ ພົງວິຈິດ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້ ແລະ ຕໍ່ສາຍພົວພັນຮ່ວມມືກັນ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນໃນດ້ານຕ່າງໆ, ເຊິ່ງເປັນການຮ່ວມມືທີ່ມີຂີດໝາຍສຳຄັນ ແລະ ຫວັງວ່າຈະເປັນການຮ່ວມມືທີ່ແໜ້ນແຟ້ນຂຶ້ນກວ່າເກົ່າ ເພື່ອຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຂອງທັງສອງປະເທດ.